VOV WorldVOV World
ຊາວ​ກະ​ສິ​ກອນ ​ຫວຽດ​ນາມ ນຳ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຫວຽດ​ນາມ ອອກ​ສູ່​ໂລກ
06/08/2021 07:28
(VOVWORLD) - ໃນຊຸມປີທີ່ຜ່ານມາ, ນອກຈາກເລື່ອງຈຳໜ່າຍບັນດາຜະລິດຕະພັນຈາກໝາກລຳໄຍຂອງຫວຽດນາມ ຢ່າງແຮງຢູ່ຕະຫຼາດພາຍໃນປະເທດແລ້ວ, ຜະລິດຕະພັນນີ້ ຍັງໄດ້ເປັນທີ່ຮູ້ຈັກ ແລະ ໄດ້ຮັບຄວາມນິຍົມຈາກຫຼາຍຕະຫຼາດໃຫ່ຍ ແລະ ຜູ້ບໍລິໂພກໃນໂລກ. ໂດຍປະກອບສ່ວນບໍ່ໜ້ອຍ ເຂົ້າໃນວິວັດການນຳໝາກລຳໄຍຫວຽດນາມ ອອກສູ່ຕະຫຼາດໂລກ ກໍ່ແມ່ນບັນດາຊາວກະສິກອນຢູ່ບັນດາເຂດປູກລຳໄຍຈຸດສຸມໃນທົ່ວປະເທດ.
ຊາວ​ກະ​ສິ​ກອນ ​ຫວຽດ​ນາມ ນຳ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຫວຽດ​ນາມ ອອກ​ສູ່​ໂລກ
  ປະຊາຊົນ ເມືອງ ຊົງມ້າ ກັບກຽວໝາກລຳໄຍ (ພາບ: VOV)   ໃນຊຸມມື້ນີ້, ຢູ່ເມືອງ ຊົງມ້າ, ແຂວງເຊິນລາ, ນັບແຕ່ບັນດາຕາແສງລຽບຕາມເສັ້ນທາງຫຼວງ 4G ຮອດບັນດາຕາແສງເຂດພູສູງ ຊາຍແດນ, ຊາວກະສິກອນພວມຫ້າວຫັນເກັບກ່ຽວໝາກລຳໄຍ ຍ້ອນວ່າປີນີ້, ໝາກລຳໄຍ ຊົງມ້າ ສືບຕໍ່ໄດ້ຮັບການສົ່ງໄປຍັງບັນດາຕະຫຼາດທີ່ຮຽກຮ້ອງຄຸນນະພາບສູງຄື ອີຢູ ແລະ ລາຊະອານາຈັກ ອັງກິດ. ຄອບຄົວອ້າຍ ວີວັນຕວັນ ຢູ່ບ້ານ ນ່າປານ, ຕາແສງ ນ່າງີ້ວ ມີຕົ້ນລຳໄຍພັນປະສົມ 200 ຕົ້ນ ຊື່ງເກັບກ່ຽວໝາກລຳໄຍໄດ້ 10 ໂຕນ, ເຊິ່ງມີສະມັດຕະພາຍສູງກ່ວາປີກ່ອນ. ອ້າຍ ຕວັນ ແບ່ງປັນວ່າ:    ປີນີ້ , ໝາກລຳ ໄຍ ໄດ້ ສົ່ງ ອອກ ໄປ ຕ່າງ ປະ ເທດ , ຄອບ ຄົວ ຂ້າ ພະ ເຈົ້າ ມີ ຄວາມ ພາກ ພູມ ໃຈ ທີ່ ສຸດ . ເມື່ອ ທຽບ ກັບ ໝາກ ໄມ້ ຊະ ນິດ ອື່ນໆ , ໝາກ ລຳ ໄຍ ໄດ້ ໃຫ້ ປະ ລິ ມານ ດີ ແລະ ລາ ຄາ ເປັນ ປົກ ກະ ຕິ ກ່ ວາ , ຄອບ ຄົວ ຂ້າ ພະ ເຈົ້າ ຈະ ພັດ ທະ ນາ ຕົ ້ນ ລຳ ໄຍໃຫ້ຫຼາຍ ກ່ ວາ ອີກ .   ໝາກລຳໄຍຂອງ ຮຶງອຽນ ປູກຕາມຮູບແບບ VietGAP ມີສະມັດຕະພາບ ແລະ ຕຸນນະພາບສູງ (ພາບ: TTXVN)    ໂດຍແມ່ນອູ່ລຳໄຍໃຫຍ່ກ່ວາໝູ່ໃນທົ່ວປະເທດ, ເມືອງ ຊົງມ້າ ມີເນື້ອທີ່ດິນປູກຕົ້ນລຳໄຍກ່ວາ 7300 ເຮັກຕາ, ຄາດວ່າຈະບັນລຸປະລິມານກ່ວາ 70.000 ໂຕນ/ປີ, ໂດຍສຸມໃສ່ສ່ວນຫຼາຍຢູ່ບັນດາຕາແສງລຽບຕາມແມ່ນ້ຳ ຊົງມ້າ ຄື: ຈຽງເຄືອງ, ຈຽງກາງ, ເມືອງຮູງ, ຈຽງຄອງ, ນ່າງີ້ວ, ອຽນຮຶງ, ຈຽງເຊີ, ເມືອງເລິມ ເຖິງວ່າ ສະພາບການໂລກລະບາດໂຄວິດ 19 ພາຍໃນປະເທດ ແລະ ໃນໂລກ ພວມມີການຜັນແປອັນສັບສົນກໍ່ຕາມ, ແຕ່ຜະລິດຕະພັນລຳໄຍ ຊົງມ້າ ກໍ່ຍັງໄດ້ສົ່ງອອກໄປຍັງບັນດາປະເທດ ອົດສະຕາລີ, ອາເມລິກາ, ຈີນ, ອີຢູ ແລະ ລາຊະອານາຈັກອັງກິດ. ການເປີດກ້ວາງຕະຫຼາດສົ່ງອອກ ແລະ ໄດ້ຮັບການຮັບຮູ້ຈາກຕະຫຼາດບັນດາປະເທດທີ່ຮຽກຮ້ອງຄຸນນະພາບສູງ ໄດ້ສືບຕໍ່ຢັ້ງຢືນຄຸນະພາບຜະລິດຕະພັນລຳໄຍ ຊົງມ້າ. ທ່ານ ຫງວຽນວັນເຟືອງ, ຮອງປະທານຄະນະກຳມະການ ປຊຊ ເມືອງ ຊົງມ້າ, ແຂວງ ເຊີນລາ ໃຫ້ຮູ້ວ່າ:   ການ ສົ່ງ ອອກ ໝາກ ລຳ ໄຍ ໄປ ຍັງ ຕະຫຼາດ ອີ ຢູ ແລະ ລາ ຊະ ອາ ນາ ຈັກ ອັງ ກິດ ປະສົບຜົນ ສຳ ເລັດ ໄດ້ ປະ ກອບ ສ່ວນ ຊຸກ ຍູ້ ວຽກ ງານ ຂະ ຫຍາຍ ເນື້ອ ທີ່ ດິນ ປູກ ຕົ້ນ ໄມ້ ກິນ ໝາກ ໃນ ເຂດ ດິນຊັນ, ພິ ເສດ ແມ່ນ ຍູ້ ແຮງ ການ ໝູນ ໃຊ້ ບັນ ດາ ຄວາມ ກ້າວ ໜ້າ ວິ ທະ ຍາ ສາດ ເຕັກ ນິກ ເຂົ້າ ໃນ ການ ຜະ ລິດກວ່າອີກ ເພື່ອ ແນ ໃສ່ ຍົກ ສູງ ຄຸນ ນະ ພາບ , ຮູບແບບ ຜະ ລິດ ຕະ ພັນໃຫ້ສູງກ່ ວາ ອີກ ເພື່ອ ຕອບ ສະ ໜອງ ໄດ້ ຕາມ ມາດ ຕະ ຖານ ຂອງ ບັນ ດາ ນັກ ນຳ ເຂົ້າ ໃນ ໄລ ຍະ ຈະ ມາ ເຖິງ .   ໃນລະ ດູ ເກັບ ກ່ຽວ ໝາກ ລຳ ໄຍ ປີນີ້ , ບໍ ລິ ສັດ ຫຸ້ນ ສ່ວນ ກະ ສິ ກຳ ອົງ ຄະ ທາດ ຟູ ຊາ ຈະ ເກັບ ຊື້ ໝາກ ລຳ ໄຍ 60 ໂຕນ ຂອງ ແຂວງ ຮຶງ ອຽນ ເພື່ອ ສົ່ງ ໄປ ຍັງ ເອີ ລົບ . ນີ້ ແມ່ນ ຄັ້ງ ທຳ ອິດ ທີ່ໝາກ ລຳ ໄຍ ຂອງ ແຂວງ ຮຶງ ອຽນ ຈະສົ່ງອອກ ໄປຍັງ ຕະຫຼາ ດ ໃຫ່ ຍ ແບບ ທາງ ການ . ທ່ານ ເຈິ່ນ ວັນ ມີ , ຫົວ ໜ້າ ສະ ຫະ ກອນ ຕົ້ນ ໄມ້ ກິນ ໝາກ ກວຽດ ທັງ , ຕາ ແສງ ເຕີນ ຮຶງ , ນະ ຄອນ ຮຶງ ອຽນ ໃຫ້ ຮູ້ ວ່າ:    ສຳ ລັບ ຊາວກະສິກອນພວກຂ້າພະເຈົ້າແລ້ວ ກໍ່ມີຄວາມພາກພູມໃຈຍ້ອນວ່າປີນີ້, ໝາກລຳໄຍຂອງ ຮຶງອຽນ ສາມາດສົ່ງໄປຍັງ ເອີລົບ ໄດ້ ກໍ່ຈະຍົກສູງຄຸນຄ່າຂອງຜະລິດຕະພັນເພີ່ມຂຶ້ນຫຼາຍ. ຢູ່ບັນດາຕະຫຼາດຮຽກຮ້ອງຄຸນນະພາບສູງ ຕ້ອງມີເຕັກນິກການບົວລະບັດທີ່ດີ, ຖ້າເຮັດໄດ້ຄືແນວນັ້ນ, ຜະລິດຕະພັນຈຶ່ງຈະບັນລຸຄຸນຄ່າທີ່ສູງກ່ວາ. ພ້ອມກັບການກະກຽມສົ່ງໝາກລຳໄຍໄປຍັງ ເອີລົບ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງແຂວງ ຮຶງອຽນ ພວມຮຽກຮ້ອງວິສາຫະກິດ ເພື່ອສົ່ງອອກໝາກລຳໄຍໄປຍັງຕະຫຼາດ ອາຊີ ແລະ ບັນດາຕະຫຼາດອື່ນໆ. ໃນຊຸມປີຜ່ານມາ, ນອກຈາກການຈຳໜ່າຍຢ່າງແຮງຢູ່ບັນດາຕະຫຼາດພາຍໃນປະເທດ, ບັນດາຜະລິດຕະພັນຈາກໝາກລຳໄຍຂອງຫວຽດນາມ ກໍ່ຍັງໄດ້ເປັນທີ່ຮູ້ຈັກ ແລະ ໄດ້ຮັບຄວາມນິຍົມຈາກບັນດາຕະຫຼາດໃຫ່ຍ ແລະ ຜູ້ບໍລິໂພກຄື: ຈີນ, ອົດສະຕາລີ, ສິງກະໂປ, ສ.ເກົາຫຼີ, ມາເລເຊຍ, ຍີ່ປຸ່ນ, ເອີລົບ… ທ່ານ ຫວູ້ບາຟູ ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:   ບັນດາທ້ອງຖິ່ນທີ່ມີເນື້ອທີ່ດິນປູກຕົ້ນລຳໄຍຂອງຫວຽດນາມ ຄືແຂວງ ຮຶງອຽນ, ເຊີນລາ, ຫາຍເຢືອງ ແລະ ບາງແຂວງທາງທິດຕາເວັນຕົກສ່ຽງໃຕ້ຂອງ ຫວຽດນາມ ພວມນັບມື້ນັບສ້າງເຕັກໂນໂລຊີ, ຂັ້ນຕອນການຜະລິດໃຫ້ສຳເລັດ, ສຸມໃສ່ພັດທະນາບັນດາເຂດປູກຕົ້ນລຳໄຍທີ່ບັນລຸມາດຖານ ເພື່ອສົ່ງອອກໄປຍັງບັນດາຕະຫຼາດຕ່າງປະເທດ. ແຕ່ເຖິງຢ່າງໃດກໍ່ຕາມ, ປະລິມານໝາກລຳໄຍຂອງ ຫວຽດນາມ ທີ່ສົ່ງອອກໄປຍັງຕ່າງປະເທດ ຍັງໜ້ອຍ ເມື່ອທຽບກັບຄວາມສາມາດບົ່ມຊ້ອນ ແລະ ຕ້ອງມີຫຼາຍມາດຕະການຕົວຈິງ ເພື່ອພັດທະນາ. ມາຮອດປະຈຸບັນ, ໝາກລຳໄຍຂອງຫວຽດນາມ ໄດ້ຕອບສະໜອງບັນດາມາດຖານຕາມການກຳນົດຂອງປະເທດທີ່ຈະສົ່ງອອກຄື: ມີຕົ້ນກຳເນີດຈະແຈ້ງ, ການຜະລິດ ແລະ ສົ່ງອອກຕາມຂັ້ນຕອນຕອບສະໜອງຄຳຮຽກຮ້ອງຕ້ອງການດ້ານຄຸນນະພາບ, ຢັ້ງຢືນສະພາບການກວດກາສຸຂະອະນາໄມພືດຕອບສະໜອງເງື່ອນໄຂນຳເຂົ້າໝາກໄມ້ສົດຂອງປະເທດນຳເຂົ້າ… ໝາຍຄວາມວ່າ ໝາກລຳໄຍສົດທີ່ສົ່ງອອກຂອງ ຫວຽດນາມ ໄດ້ຮັບການຮັບຮູ້ວ່າມີຄຸນນະພາບສູງ, ຢັ້ງຢືນເຄື່ອງໝາຍການຄ້າ “ໝາກໄມ້ ຫວຽດນາມ” ແລະ ສາມາດຂາຍຢູ່ຫຼາຍຕະຫຼາດທີ່ຮຽກຮ້ອງຄຸນນະພາບສູງໄດ້. ເລື່ອງໝາກລຳໄຍ ຫວຽດນາມ ໄດ້ສົ່ງອອກໄປຍັງຫຼາຍຕະຫຼາດສາກົນຢ່າງລຽນຕິດ ແມ່ນບໍ່ພຽງແຕ່ໄດ້ຢັ້ງຢືນຄຸນນະພາບ, ຊື່ສຽງຂອງໝາກໄມ້ ຫວຽດນາມ ເທົ່ານັ້ນ, ຫາກຍັງໄດ້ນຳມາເຊິ່ງລາຍຮັບທີ່ສູງໃຫ້ແກ່ຊາວກະສິກອນຜູ້ປູກຕົ້ນລຳໄຍໃນທົ່ວປະເທດອີກດ້ວຍ.  
TAG
VOV/VOVworld/ເມືອງ ຊົງມ້າ/ໝາກລຳໄຍ/ຮຶງອຽນ/ແຂວງເຊິນລາ/ເຄື່ອງໝາຍການຄ້າ “ໝາກໄມ້ ຫວຽດນາມ”

More