ຊາວກະສິກອນຊານນະຄອນຮ່າໂນ້ຍຍູ້ແຮງການນຳໃຊ້ເຄື່ອງກົນຈັກ ເຂົ້າໃນການຜະລິດກະສິກຳ
07/08/2020 06:51
(VOVWORLD) ໃນຊຸມປີມໍ່ໆມານີ້, ນະຄອນຮ່າໂນ້ຍ ໄດ້ສຸມໃສ່ໜູນຊ່ວຍ, ສົ່ງເສີມການພັດທະນາການນຳໃຊ້ເຄື່ອງກົນຈັກເຂົ້າໃນການຜະລິດກະສິກຳ, ການບຸລິມະສິດອັນດັບ 1 ແມ່ນຍູ້ແຮງການນຳໃຊ້ເຄື່ອງກົນຈັກເຂົ້າໃນການຜະລິດເຂົ້າຢ່າງຄົບຊຸດ, ໃນນັ້ນການນຳໃຊ້ເຄື່ອງກົນຈັກເຂົ້າໃນຂັ້ນຕອນການຫວ່ານກ້າ, ປັກດຳ ແມ່ນໄດ້ຮັບຄວາມສົນໃຈຫຼາຍກວ່າໝູ່.

ນະຄອນຫຼວງຮ່າໂນ້ຍ ມີ 24 ເມືອງ ແລະ ເທດສະບານທໍາການຜະລິດກະສິກຳ, ເປັນໜຶ່ງໃນບັນດາບໍລິເວນທີ່ມີການຫວ່ານກ້າ, ປູກເຂົ້າຂະໜາດໃຫຍ່ຢູ່ພາກເໜືອ ດ້ວຍເນື້ອທີ່ແມ່ນປະມານ 180.000 ເຮັກຕາຕໍ່ປີ. ມາຮອດປະຈຸບັນ, ຮ່າໂນ້ຍມີ 35 ລະບົບການຫວ່ານກ້າໃສ່ທາດແບບອັດຕະໂນມັດ, ເຄື່ອງຈັກປັກດຳ 330 ເຄື່ອງ, ເນື້ອທີ່ປູກເຂົ້າທີ່ໄດ້ປັກດຳດ້ວຍເຄື່ອງຈັກ ບັນລຸປະມານ 5.000 ເຮັກຕາ, ກວມເອົາ 2.73% ຂອງເນື້ອທີ່ເຮັດນາທັງໝົດ. ປີ 2021 ຮ່າໂນ້ຍໄດ້ຕັ້ງເປົ້າໝາຍເນື້ອທີ່ການຫວ່ານກ້າໃສ່ທາດ, ປັກດຳດ້ວຍເຄື່ອງຈັກໃຫ້ໄດ້ 10%. ຮ່າໂນ້ຍສືບຕໍ່ມີນະໂຍບາຍໜູນຊ່ວຍ, ສົ່ງເສີມບັນດາສະຫະກອນ, ໜ່ວຍຮ່ວມມື, ກຸ່ມຄອບຄົວ ແລະ ຄອບຄົວເຮັດການບໍລິການດ້ວຍເຄື່ອງກົນຈັກ; ປະກາດໃຊ້ນະໂຍບາຍໜູນຊ່ວຍຢ່າງມີໄຫວພິບ, ສົ່ງເສີມ, ພັດທະນາການນຳໃຊ້ເຄື່ອງກົນຈັກເຂົ້າໃນການຜະລິດກະສິກຳ, ເພີ່ມລະດັບການໜູນຊ່ວຍໂດຍກົງ ເພື່ອສົ່ງເສີມຊາວກະສິກອນຊື້ເຄື່ອງຈັກປັກດຳທີ່ມີຄຸນນະພາບດີ, ເຄື່ອງຈັກມີສະມັດຕະພາບສູງ. ທ່ານ ຫງວຽນຊວັນດ້າຍ ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ: “ຮ່າໂນ້ຍພວມຊີ້ນຳຢ່າງຂ້ຽວຂາດ ໃນການນຳເອົາຄວາມກ້າວໜ້າທາງດ້ານວິທະຍາສາດເຕັກນິກເຂົ້າໃນການຜະລິດກະສິກຳ. ມາຮອດປະຈຸບັນ ຮ່າໂນ້ຍໄດ້ນຳໃຊ້ເຕັກໂນໂລຊີສູງເຂົ້າໃນການຜະລິດກະສິກຳໄດ້ປະມານ 30%, ນຳໃຊ້ເຄື່ອງກົນຈັກເຂົ້າໃນການປັບປຸງດິນໄດ້ປະມານ 90%, ນຳໃຊ້ເຄື່ອງກົນຈັກເຂົ້າໃນການເກັບກ່ຽວ 85% ສ່ວນທີ່ຍັງເຫຼືອແມ່ນນໍາໃຊ້ເຂົ້າໃນຂັ້ນຕອນການປັກດຳ ແລະ ປຸງແຕ່ງ, ເກັບຮັກສາ. ການນຳໃຊ້ເຄື່ອງກົນຈັກເຂົ້າໃນການຜະລິດກະສິກຳ ຊ່ວຍເພີ່ມສະມັດຕະພາບ, ຄຸນນະພາບໄດ້ດີກວ່າປະມານ 10 ຫາ 15% ເມື່ອທຽບໃສ່ການປັກດຳດ້ວຍມື”
TAG
VOV/VOVworld/ປັກດໍາດ້ວຍເຄື່ອງກົນຈັກ/ຫວ່ານກ້າໃສ່ທາດ/ຮ່າໂນ້ຍ/ກະສິກໍາ/ຜະລິດເຂົ້າ
Related






