VOV WorldVOV World
ຊາວ​ກະ​ສິ​ກອນແຂວງເບ໊ນ​ແຈເອົາ​ໃຈ​ໃສ່​ສ້າງ​ລະ​ບົບ​ຕ່ອງ​ໂສ້ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃຫ້​ສົມ​ບູນ​ແບບ
27/11/2020 08:50
(VOVWORLD) -ພາຍຫລັງປະຕິບັດມະຕິເລກທີ 03 ຂອງແຂວງເບ໊ນແຈກ່ຽວກັບການສ້າງລະບົບຕ່ອງໂສ້ມູນຄ່າຜະລິດຕະພັນກະເສດຫລັກແຫລ່ງຂອງແຂວງໄລຍະ(2016 - 2020 )ມາເປັນເວລາ 4 ປີມາຮອດປະຈຸບັນ, ລະບົບຕ່ອງໂສ້ມູນຄ່າຜະລິດຕະພັນກະເສດຕາມທິດພັດທະນາ 8 ຜະລິດຕະພັນຫລັກແຫລ່ງເປັນປົກກະຕິ, ຍືນຍົງໄດ້ຮັບການສ້າງຂຶ້ນແລະນັບມື້ນັບຂະຫຍາຍຕົວ. ຮູບແບບການຜະລິດໃຫມ່ບໍ່ພຽງແຕ່ຮັບປະກັນຄວາມປອດໄພດ້ານຊີວະສາດເທົ່ານັ້ນຫາກຍັງເພີ່ມລັກສະນະແກ້ງແຍ່ງສຳລັບບັນດາປະເພດໝາກໄມ້ພິເສດຂອງແຂວງ ຕອບສະຫນອງຄວາມຕ້ອງການການສົ່ງອອກ,ນຳມາເຊິ່ງມູນຄ່າດ້ານເສດຖະກິດສູງໃຫ້ແກ່ຊາວກະສິກອນ.
ຊາວ​ກະ​ສິ​ກອນແຂວງເບ໊ນ​ແຈເອົາ​ໃຈ​ໃສ່​ສ້າງ​ລະ​ບົບ​ຕ່ອງ​ໂສ້ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃຫ້​ສົມ​ບູນ​ແບບ
ຫນ່ວຍສະຫະກອນຜະລິດໝາກສົ້ມໂອເປືອກຂຽວຟູແທ່ງຕາແສງເກີຍເຊີນເມືອງເຈົາແທ່ງແມ່ນຫນຶ່ງໃນບັນດາຫົວຫນ່ວຍນຳຫນ້າໃນການປະຕິບັດການຜະລິດຕາມລະບົບຂອງແຂວງເບ໊ນແຈ. ມາຮອດປະຈຸບັນຫນ່ວຍສະຫະກອນມີກວ່າ 100 ເຮືອນສວນເຂົ້າຮ່ວມດ້ວຍເນື້ອທີ່ກວ່າ 50 ເຮັກຕາ. ລຸງຈິ້ງງອັກຈູງເຈົ້າຂອງຄອບຄົວຜະລິດໝາກສົ້ມໂອເປືອກຂຽວ(ສົ້ມໂອທັບທິມ) ຕາມລະບົບ, ບັນລຸມາດຖານ Viet GAP ຢູ່ຕາແສງເກີຍເຊີນໃຫ້ຮູ້ວ່າ: ນັບແຕ່ເມື່ອເຂົ້າຮ່ວມຫນ່ວຍສະຫະກອນຜະລິດໝາກສົ້ມໂອເປືອກຂຽວ, ສົ້ນອອກຂອງຜະລິດຕະພັນນີ້ແມ່ນມີຄວາມສະດວກ, ບັນລຸປະສິດທິຜົນໄດ້ດີສຸດ. “ບັນດາສະມາຊິກທີ່ຜະລິດຕາມມາດຖານ  VietGAP  ລ້ວນ ແຕ່ ນຳ ມາ ເຊິ່ງ ສະ ມັດ ຕະ ພາບ ສູງ ສຸດ , ເປັນ ປົກ ກະ ຕິ , ຕອບ ສະ ຫນອງ ຄວາມ ຕ້ອງ ການ ຂອງ ບັນ ດາ ວິ ສາ ຫະ ກິດ ຢ່າງ ພຽງ ພໍ . ພວກ ຂ້າ ພະ ເຈົ້າ ໄດ້ ຮ່ວມ ສຳ ພັນ , ເຊັນ ສັນ ຍາ ການ ຄ້າ ກັບ ບັນ ດາ ວິ ສາ ຫະ ກິດ ທີ່ ມີ ອິດ ທິ ພົນ ຊື່ ສຽງ ໃນ ຕະ ຫລາດ ເພື່ອ ສະ ຫນອງ ແລະ ຈຳ ຫ ນ່າຍຟຸ່ນ ເຄ ມີ , ຮັ ບ ປະ ກັນສົ້ນ ເຂົ້າ ໃຫ້ ຊາວ ກະ ສິ ກອນດ້ວຍ ລາ ຄາ ທີ່ ເໝາະ ສົມ . ສຳ ລັບ ສົ້ ນ ອອກພວກ ຂ້າ ພະ ເຈົ້າ ເຊັນ ສັນ ຍາ ກັບ ວິ ສາ ຫະ ກິດເຮືອງ ມ່ຽນ ໄຕດ້ວຍ ປະລິມານການຜະລິດ ແມ່ນ 450 ໂຕນ / ປີ ”
TAG
VOV/VOVworld/ຊາວ​ກະ​ສິ​ກອນ/ແຂວງເບ໊ນ​ແຈ/​ລະ​ບົບ​ຕ່ອງ​ໂສ້ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ກະ​ເສດ/ສົມ​ບູນ​ແບບ