VOV WorldVOV World
ຊາວກະສິກອນດີຈີຕອນຢູ່ເຂດພູສູງ
16/09/2022 07:45
(VOVWORLD) -ໄລຍະຜ່ານມາ, ພະຍາດໂຄວິດ - 19 ກໍ່ຜົນສະທ້ອນເຖິງບັນດາຂົງເຂດເສດຖະກິດເກືອບທັງໝົດ, ໃນນັ້ນມີກະສິກຳ. ເຖິງຢ່າງໃດກໍ່ຕາມ, ຍັງມີບັນດາກາລະໂອກາດໃໝ່ໄດ້ສ້າງຂຶ້ນໃຫ້ແກ່ຊາວກະສິກອນ, ເປັນຕົ້ນແມ່ນຊາວກະສິກອນເຂດພູສູງ, ຊ່ວຍເຂົາເຈົ້າມີຄວາມຂະຫຍັນຂັນເຄື່ອນ ແລະເປັນເຈົ້າການກ່ວາອີກ, ໃນການຜະລິດ. ຢູ່ລາວກາຍ, ມີຫຼາຍຄອບຄົວເຂດຫ່າງໄກສອກຫຼີກໄດ້ສຳຜັດແລະໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຜະລິດ, ຈຳໜ່າຍຜະລິດຕະພັນກະເສດເທື່ອລະກ້າວ, ຄ່ອຍໆກາຍເປັນຊາວກະສິກອນດີຈີຕອນ.
ຊາວກະສິກອນດີຈີຕອນຢູ່ເຂດພູສູງ
ມີຫຼາຍຄອບຄົວຢູ່ເຂດຫ່າງໄກສອກຫຼີກ ໄດ້ຄ່ອຍໆໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຜະລິດ, ບໍລິໂພກຜະລິດຕະພັນກະເສດ ອີກໜຶ່ງເດືອນ, ໝາກກ້ຽງນ້ອຍ ຢູ່ເມືອງ ເມື່ອງເຄືອງ ຈຶ່ງຮອດລະດູເກັບກ່ຽວ. ແຕ່ໃນຈຸດເວລານີ້, ເອື້ອຍ ວ່າງທິຮວາ ຢູ່ຕາແສງ ລຸງເຄົ້າຍິນ ໄດ້ອັບເດດສະພາບການສວນໝາກໄມ້ຂອງຄອບຄົວຕົນໃນສື່ສັງຄົມອອນໄລຕ່າງໆຢ່າງເປັນປະຈຳ. ໃນ 2 ປີຜ່ານມາ, ດ້ວຍວິທີການນີ້ ໄດ້ຊ່ວຍໃຫ້ຄອບຄົວເອື້ອຍ ຈຳໜ່າຍໝາກກ້ຽງນ້ອຍຢ່າງສະດວກກ່ວາ, ນັບທັງໄລຍະພະຍາດໂຄວິດ - 19 ມີການຜັນແປຢ່າງຮ້າຍແຮງທີ່ສຸດ. ເອື້ອຍ ວ່າງທິຮວາ ແບ່ງປັນວ່າ: ເມື່ອ ຕົ້ນໝາກ ກ້ຽງ ນ້ອຍ ອອກດອກ ຂ້າ ພະ ເຈົ້າໄດ້ ເຮັດ ຄຼິ ບ ວີ ດີ ໂອ ເພື່ອ ແນະ ນຳ ກ່ຽວ ກັບ ວິ ທີ ການ ບົວລະບັດ , ການ ເກັບ ກ່ຽວ ແນວ ໃດ ເພື່ອ ບັນ ລຸ ປະ ສິດ ທິ ຜົນ ກ່ ວາ . ຮູບພາບແມ່ຍິງຊົນເຜົ່າມົ້ງ, ຊົນເຜົ່າ ປາຢີ… ຢູ່ເມືອງຊາຍແດນ ເມື່ອງເຄືອງ livestream ຂາຍເຄື່ອງ ໄດ້ກາຍເປັນສິ່ງທີ່ລຶ້ງເຄີຍໃນສື່ສັງຄົມອອນລາຍແລ້ວ. ວິທີການນີ້ໄດ້ນຳມາເຊິ່ງປະສິດທິດຜົນທີ່ດີທີ່ສຸດໃນການຜະລິດ, ຈຳໜ່າຍຜະລິດຕະພັນກະເສດ. ພ້ອມທັງສຳຜັດກັບເຕັກໂນໂລຢີຂໍ້ມູນຂ່າວສານ, ພໍ່ແມ່ປະຊາຊົນ ມີຄວາມກ້າຫານກ່ວາໃນຈິນຕະນາການໃນການຜະລິດ, ດຳເນີນທຸລະກິດແບບທັນສະໄໝ, ພົວພັນກັບລູກຄ້າ, ຕອບສະໜອງຄວາມປາດຖະໜາ, ຄວາມຮຽກຮ້ອງຕ້ອງການຂອງລູກຄ້າ ເພື່ອຍົກສູງປະສິດທິຜົນໃນການຜະລິດ, ດຳເນີນທຸລະກິດ. ເອື້ອຍ ມາທິຈູ, ຢູ່ເທດສະບານ ເມື່ອງເຄືອງ, ເມືອງເມື່ອງເຄືອງ ໃຫ້ຮູ້ວ່າ: ເມື່ອຂ້າພະເຈົ້າ livestream ຄືຈັງຊີ້, ຜູ້ຊົມເຫັນມ່ວນຈະແບ່ງປັນໄປທົ່ວທຸກແຫ່ງ, ເຂົ້າບັນດາກຸ່ມຊ່ວຍ ຂາຍ ຢູ່ ຕະຫຼາດ ໄດ້ ຢ່າງ ໄວ ວາ . ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຜະລິດ, ຈຳໜ່າຍຜະລິດຕະພັນກະເສດ ຢູ່ເຂດພູສູງ ລາວກາຍ, ບໍ່ພຽງແຕ່ແມ່ນການຂາຍເຄື່ອງອອນລາຍເທົ່ານັ້ນ, ພໍ່ແມ່ປະຊາຊົນໄດ້ຄ່ອຍໆສຳຜັດກັບບັນດານິຍາມຄື ລະຫັດ QR, ສູນຕິດຕໍ່ຄ້າຂາຍເອເລັກໂຕນິກ, ບົດບັນທຶກປະຈຳວັນລະດູການກະສິກຳ, ຫຼືບັນດາຊອບແວເພື່ອບັນຊາເຄື່ອງຈັກ ຮັບໃຊ້ການຜະລິດສິນຄ້າກະສິກຳ. ອ້າຍ ເຈີ່ນແມັ້ງທັ້ງ ຢູ່ຕາແສງ ບ໋ານແຊນ, ເມືອງ ເມື່ອງເຄືອງ ພວມທົດລອງເຄື່ອງບິນບໍ່ມີຄົນຂັບເພື່ອສີດພົ່ນຢາປ້ອງກັນຕົ້ນຊາ. ກ່ຽວກັບບັນຫາຫັນກະສິກຳເປັນດີຈີຕອນ, ທ່ານ ເລແທັງຮວາ, ຫົວໜ້າຫ້ອງການກະສິກຳ ແລະ ພັດທະນາຊົນນະບົດເມືອງ ເມື່ອງເຄືອງ ໃຫ້ຮູ້ວ່າ: ໃນ ໄລ ຍະ ຈະມາເຖິງ ພວກຂ້າພະເຈົ້າຈະເປັນເສນາທິການເພື່ອສ້າງບັນດາ ເວັບ ໄຊ , ເພື່ອແນະນຳໂຄສະນາຜະລິດຕະພັນກະເສດ ເມື່ອງ ເຄືອງ . ພ້ອມທັງ ເປີດບັນດາຊຸກຝຶກອົບຮົມ ເພື່ອໃຫ້ປະຊາຊົນຮູ້ວິທີການນຳໃຊ້ເຕັກໂນໂລຢີ 4.0 ເຂົ້າການຂາຍເຄື່ອງ, ຜະລິດຕົວຈິງ. ບັນດາຜະລິດຕະພັນກະເສດຢູ່ເມືອງ ເມື່ອງເຄືອງໄດ້ຕິດ ລະຫັດ QR ຄົ້ນຫາຕົ້ນກຳເນີດ, ມີສວນປູກຕົ້ນໄມ້ຫຼານສວນ ໄດ້ນຳໃຊ້ການຫົດຜັກແບບອັດຕະໂນມັດ, ໄດ້ສະໜອງລະຫັດແຕ່ລະເຂດປູກນັ້ນແມ່ນບັນດາໝາກຜົນເບື້ອງຕົ້ນໃນການຫັນເປັນດີຈີຕອນຢູ່ເມືອງ ເມື່ອງເຄືອງ ເວົ້າສະເພາະ ແລະ ແຂວງ ລາວກາຍ ເວົ້າລວມ. ຊາວກະສິກອນດີຈີຕອນ ຢູ່ເຂດພູສູງ ຂະຫຍັນຂັນເຄື່ອນ, ໝັ້ນໃຈ, ພ້ອມແລ້ວທີ່ຈະຜ່ານຜ່າສິ່ງທ້າທາຍມຸ່ງໄປເຖິງຜົນສຳເລັດຂອງຍຸກສະໄໝຫັນເປັນດີຈີຕອນ.
TAG
VOV/VOVworld/ຊາວ​ກະ​ສິ​ກອນ/ດີ​ຈີ​ຕອນ