VOV WorldVOV World
ຊາວກະສິກອນເມືອງ ກາວຟອງ, ແຂວງ ຮ່ວາບິ່ງ, ສ້າງຄວາມຮັ່ງມີຈາກຕົ້ນໝາກກ້ຽງ
11/01/2018 17:00
(VOVWORLD) -ໂດຍແມ່ນເມືອງໜຶ່ງຢູ່ເຂດພູດອຍ, ແຕ່ ກາວຟອງ ພັດແມ່ນໜຶ່ງໃນບັນດາທ້ອງຖີ່ນນຳໜ້າໃນການພັດທະນາເສດຖະກິດ - ສັງຄົມ ກໍ່ຄືວຽກງານລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກຂອງແຂວງ ຮ່ວາບິ່ງ. ປະກອບສ່ວນສ້າງເປັນຜົນງານດັ່ງກ່າວແມ່ນຕ້ອງເວົ້າເຖິງການພັດທະນາຕົ້ນໝາກກ້ຽງຢູ່ທີ່ນີ້. ໝາກກ້ຽງ ກາວຟອງ ບໍ່ພຽງແຕ່ຫອມແຊບເທົ່ານັ້ນ, ຫາກຍັງປະກອບສ່ວນເຮັດໃຫ້ໂສມໜ້າຂອງເມືອງໜຶ່ງໃນເຂດພູດອຍທາງທິດຕາເວັນຕົກສ່ຽງເໜືອມີການປ່ຽນແປງອີກດ້ວຍ.
ຊາວກະສິກອນເມືອງ ກາວຟອງ, ແຂວງ ຮ່ວາບິ່ງ, ສ້າງຄວາມຮັ່ງມີຈາກຕົ້ນໝາກກ້ຽງ
 ຊາວກະສິກອນເມືອງ ກາວຟອງ, ແຂວງ ຮ່ວາບິ່ງ, ສ້າງຄວາມຮັ່ງມີຈາກຕົ້ນໝາກກ້ຽງ  ໝາກກ້ຽງ, ໝາກກ້ຽງນ້ອຍຖືກປູກຢູ່ ກາວຟອງນັບແຕ່ເຄິ່ງກວ່າສະຕະວັດກ່ອນ. ດ້ວຍອາກາດເຢັນສະບາຍ, ດິນຈະເລີນພັນ, ເໝາະສົມກັບການປູກຝັງ, ສະນັ້ນໝາກກ້ຽງ ແລະ ໝາກກ້ຽງນ້ອຍຢູ່ທີ່ນີ້ຈຶ່ງມີຊື່ສຽງວ່າຫອມຫວານ, ມີນ້ຳຫຼາຍ, ແຊບ, ແລະ ມີສີເຫຼືອງເຫຼື້ອມ.      ຫຼຽວເບິ່ງຈາກບ່ອນສູງລົງມາ, ກໍ່ເຫັນວ່າບັນດາທົ່ງຕົ້ນໝາກກ້ຽງຢູ່ ກາວຟອງ ໄດ້ປົກຄຸມໄປທົ່ວເຂດໂນນພູ. ໃນຊຸມປີມໍ່ໆມານີ້, ຊາວ ກາວຟອງ ໄດ້ນຳໃຊ້ຄວາມກ້າວໜ້າດ້ານວິທະຍາສາດເຂົ້າໃນການຜະລິດ, ຍ້ອນເຫດນັ້ນປະລິມານການຜະລິດໝາກກ້ຽງນັບມື້ນັບສູງ, ຮັບປະກັນຄຸນນະພາບ. ທ່ານ ຫງວຽນວັນຫ໋ຽນ, ຫົວໜ້າຂະແໜງກະສິກຳ ແລະ ພັດທະນາກະສິກຳເມືອງ ກາວຟອງ, ໃຫ້ຮູ້ວ່າ: ໝາກກ້ຽງໄດ້ກາຍເປັນຕົ້ນໝາກໄມ້ທີ່ສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນບັນດາເຜົ່າຢູ່ທີ່ນີ້.                                          “ປັດຈຸບັນຢູ່ເມືອງ ກາວຟອງ ມີເນື້ອທີ່ປູກຕົ້ນໄມ້ກິນໝາກກວ່າ 2.800 ເຮັກຕາ, ເຊິ່ງຕົ້ນຕໍແມ່ນຕົ້ນໝາກກ້ຽງ. ໃນນັ້ນມີເນື້ອທີ 1.300 ເຮັກຕາພວມຢູ່ໃນໄລຍະເກັບກ່ຽວ. ປະລິມານການຜະລິດໃນປີນີ້ບັນລຸກວ່າ 33.000 ໂຕນ. ບັນລຸລາຍຮັບ 600 ຕື້ດົ່ງ“.           ຕາແສງ ບັກຟອງ, ແມ່ນໜຶ່ງໃນບັນດາຕາແສງມີເນື້ອທີ່ປູກຕົ້ນໝາກກ້ຽງໃຫຍ່ທີ່ສຸດຂອງເມືອງ ກາວຟອງ, ດ້ວຍເນື້ອທີ່ເກືອບ 800 ເຮັກຕາ. ນັບແຕ່ພັດທະນາຕົ້ນໝາກກ້ຽງ, ໂສມໜ້າ ແລະ ຊີວິດການເປັນຢູ່ຂອງປະຊາຊົນມີການປ່ຽນແປງຢ່າງວ່ອງໄວ. ບັນດາເຮືອນຕຶກທີ່ໃຫຍ່ໂຕສວຍງາມໄດ້ຮັບການກໍ່ສ້າງນັບມື້ນັບຫຼາຍ, ມີເສັ້ນທາງ ເບຕົງຈາກທາງຫຼວງເຂົ້າມາສວນຕົ້ນໝາກກ້ຽງ, ມີຫຼາຍຄອບຄົວໄດ້ຊື້ລົດໂອໂຕແລ້ວ. ທ່ານ ບູ່ຍວັນທ໋າຍ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ບັກຟອງ, ໃຫ້ຮູ້ວ່າ:                             
TAG
VOV/VOVworld/ສ້າງຄວາມຮັ່ງມີຈາກຕົ້ນໝາກກ້ຽງ/ຊາວກະສິກອນເມືອງ ກາວຟອງ