ຊີວິດໃຫມ່ຂອງປະຊາຊົນຢູ່ບ້ານ ຫວຍຮົກ
23/10/2020 04:26
(VOVWORLD) -ບ້ານ ຫວຍຮົກ ຕາແສງ ນ້ຳແກ່ ເມືອງ ເມື່ອງແຍ໊ ແຂວງ ດ້ຽນບຽນ ແມ່ນບ້ານຕັ້ງພູມລຳເນົາຄືນໃຫມ່ ແລະ ໄດ້ຮັບການກໍ່ສ້າງກ່ອນນີ້ສອງສາມປີ. ປະຊາຊົນຢູ່ທີ່ນີ້ 100% ແມ່ນຊາວເຜົ່າມົ້ງຢູ່ແຂວງ ດ້ຽນບຽນ ແລະ ຢູ່ບາງທ້ອງຖິ່ນອື່ນໄດ້ພາກັນຍ້າຍມາຕັ້ງຖິ່ນຖານພູມລຳເນົາ. ຊີວິດໃຫມ່ຂອງປະຊາຊົນຢູ່ທີ່ນີ້ ໄດ້ຫລຸດພົ້ນອອກຈາກຄວາມອຶດຫິວ, ສ້າງຊີວິດເປັນປົກກະຕິໂດຍພື້ນຖານ ແລະ ໄດ້ຮັບການຍົກສູງຂຶ້ນເທື່ອລະກ້າວ.ບ້ານ ຫວຍຮົກ ໄດ້ຮັບການສ້າງຂຶ້ນ ບົນພື້ນຖານ “ແຜນຮ່າງຈັດສັນ, ສ້າງເຂດຊຸມຊົນເປັນປົກກະຕິ, ພັດທະນາເສດຖະກິດສັງຄົມ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບຢູ່ເມືອງ ເມື່ອງແຍ໊ ໂດຍນາຍົກລັດຖະມົນຕີ ເຊັນອະນຸມັດໃນວັນທີ 12 ມັງກອນປີ 2012 (ຫລືເອີ້ນຫຍໍ້ວ່າ ແຜນຮ່າງ 79).

ບ້ານ ຫວຍຮົກ ຕາແສງ ນ້ຳແກ່ ເມືອງ ເມື່ອງແຍ໊ ແຂວງ ດ້ຽນບຽນ
TAG
VOV/VOVworld/ເຊີນລາ/ຫ້ວຍຮົກ/ແຜນຮ່າງ 79
Related






