VOV WorldVOV World
ສວນ​ໝາກ​ອາ​ງຸ່ນ ບາ​ມ້ອຍ - ຮູບ​ແບບ​ປູກ​ຕົ້ນ​​ອາ​ງຸ່ນ ສົ​ມທົບ​ກັບການ​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ທີ່​ດູດ​ດື່ມ​ໃຈ​ຢູ່​ແຂວງ ນິງ​ທ້ວນ
16/12/2022 04:26
(VOVWORLD) -ແຂວງນິງທ້ວນ ໄດ້ຮູ້ຈັກເຖິງແມ່ນເມືອງເອກປູກຕົ້ນອາງຸ່ນໃຫ່ຍກ່ວາໝູ່ຢູ່ ຫວຽດນາມ. ໂດຍຕັ້ງຢູ່ຫ່າງຈາກນະຄອນ ຟານຣາງ-ທາບຈ່າມ ປະມານ 7 ກມ, ສວນໝາກອາງຸ່ນ ບາມອ້ຍ, ຢູ່ບ້ານຮຽບຮ່ວາ, ຕາແສງເຟືອກທ້ວນ, ເມືອງນິງເຟືອກ ແມ່ນສວນໝາກອາງຸ່ນທີ່ມີຊື່ງສຽງຢູ່ແຂວງນິງທ້ວນ ແລະ ກໍ່ແມ່ນສະຖານທີ່ທ່ອງທ່ຽວທຳມະຊາດທີ່ແປກໃໝ່, ສ້າງຄວາມປະທັບໃຈທີ່ສຸດໃຫ້ແກ່ແຂກທ່ອງທ່ຽວ.
ສວນ​ໝາກ​ອາ​ງຸ່ນ ບາ​ມ້ອຍ - ຮູບ​ແບບ​ປູກ​ຕົ້ນ​​ອາ​ງຸ່ນ ສົ​ມທົບ​ກັບການ​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ທີ່​ດູດ​ດື່ມ​ໃຈ​ຢູ່​ແຂວງ ນິງ​ທ້ວນ
  ທ່ານ ຫງວຽນວັນມ້ອຍ, ເຈົ້າຂອງສວນໝາກອາງຸ່ນ ບາມອ້ຍ ແມ່ນໜຶ່ງໃນບັນດາຜູ້ນຳໜ້າໃນການປູກຕົ້ນອາງຸ່ນຢູ່ແຂວງນິງທ້ວນ ນັບແຕ່ປີ 1980. ຮອດປີ 2003, ທ່ານໄດ້ຂະຫຍາຍສວນ, ສ້າງຟາມປູກຕົ້ນອາງຸ່ນ. ທ່ານ ຫງວຽນວັນມ້ອຍ ເລົ່າສູ່ຟັງວ່າ:      ໃນເບື້ອງຕົ້ນ ກໍ່ປະສົບກັບຄວາມ ຫຍຸ້ງ ຍາກທີ່ສຸດ. ປີ 2003, ຝົນຕົກຫຼາຍເຮັດໃຫ້ເສຍຫາຍໝົດ. ແຕ່ເຖິງຢ່າງໃດກໍ່ຕາມ ຂ້າພະເຈົ້າ ກໍ ຕັດສິນໃຈສ້າງຄືນໃໝ່ ແລະ ຮັກສາອາຊີບປູກຕົ້ນອາງຸ່ນມາຮອດປະຈຸບັນນີ້. ດ້ວຍເນື້ອທີ່ປູກ 200 ມ2 ໃນເວລານັ້ນ, ຂ້າພະເຈົ້າເກັບກ່ຽວໝາກອາງຸ່ນໄດ້ 1 ໂຕນ. ໃນຈຸດເວລານັ້ນ ກໍ່ມີ ມູນ ຄ່າສູງທີ່ສຸດ. ສວນໝາກອາງຸ່ນ ຢູ່ຟາມປູກຕົ້ນອາງຸ່ນ ບາມ້ອຍ (ພາບ: VOV5)    ປະຈຸບັນ, ຟາມປູກຕົ້ນອາງຸ່ນ ບາມອ້ຍ ມີເນື້ອທີ່ກ້ວາງ 2 ເຮັກຕາ, ໄດ້ປູກຕົ້ນອາງຸ່ນ 7 ປະເພດ ຊື່ງໃນນັ້ນມີ 4 ປະເພດເພື່ອກິນໝາກ ແລະ 3 ປະເພດເພື່ອເຮັດເຫຼົ້າແວງ. ເດືອນທັນວາປີ 2020, ຜະລິດຕະພັນຕົ້ນອາງຸ່ນ ບາມ້ອຍ ໄດ້ຮັບຮອງເປັນໜຶ່ງໃນບັນດາຜະລິດຕະພັນບັນລຸມາດຖານ OCOP 4 ດາວຂອງແຂວງ ນິງທ້ວນ (OCOP ແມ່ນໂຄງການແຫ່ງຊາດ ໜຶ່ງຕາແສງ ໜຶ່ງຜະລິດຕະພັນ). ເອື້ອຍ ຮວິ່ງທິເຕືຶຶ່ອງເວິນ, ຜູ້ຮັບຜິດຊອບຂາຍເຄື່ອງບໍລິສັດ ບາມ້ອຍ ໃຫ້ຮູ້ວ່າ: ຕົ້ນອາງຸ່ນປູກຕາມມາດຖານ VietGap (ຊື່ງແມ່ນມາດຖານປະຕິບັດການຜະລິດກະສິກຳທີ່ດີຢູ່ຫວຽດນາມ). ໃນເນື້ອທີ່ປູກຕົ້ນອາງຸ່ນຂຽວ 3600 ມ2 ຈະໃຫ້ປະລິມານໝາກອາງຸ່ນແຕ່ 1-2 ໂຕນ. ອາກາດດີ, ມີແດດ, ມີລົມ, ຕົ້ນອາງຸ່ນພັດທະນາ, ໝາກຈຶ່ງກິນແຊບ. ບໍລິສັດ ບາມ້ອຍ ໄດ້ຮ່ວມສຳພັນກັບບັນດາຄອ ບ ຄົວຊາວກະສິກອນ ເພື່ອເກັບຊື້ຜະລິດຕະພັນຂອງເຂົາເຈົ້າ. ປະຈຸບັນ, ສ່ວນຫຼາຍໄດ້ຂາຍໝາກອາງຸ່ນຢູ່ລະບົບຮ້ານສັບພະສີນຄ້າຢູ່ນະຄອນໂຮ່ຈິມິນ.
TAG
VOV/VOVworld/ໝາກອາງຸ່ນ/ບາມ້ອຍ/ຜະລິດຕະພັນປຸງແຕ່ງ