VOV WorldVOV World
ທຸຍ​ອຶງ ໝູ່​ບ້ານ​ອາ​ຊີບ​ເຮັດ​ຫວີ​ແຫ່ງ​ດຽວ​ຢູ່​ພາກ​ເໜືອ ຫວຽດ​ນາມ
08/08/2024 07:17
(VOVWORLD) - ໂດຍຕັ້ງຢູ່ທາງທິດໃຕ້ຂອງນະຄອນຫຼວງ ຮ່າໂນ້ຍ, ໝູ່ບ້ານ ທຸຍອຶງ, ເມືອງ ເທື່ອງຕິນ ມີຊື່ສຽງດ້ວຍອາຊີບເຮັດຫວີເປັນເວລາກ່ວາ 400 ປີແລ້ວ. ອາຊີບເຮັດຫວີຈາກເຂົາຄວາຍ, ເຂົາງົວ ໄດ້ຮັບການສືບທອດຜ່ານຫຼາຍລຸ້ນຄົນໃນໝູ່ບ້ານ. ນາຍຊ່າງແຕ່ລະລຸ້ນລ້ວນແຕ່ໄດ້ສືບທອດ ແລະ ປະດິດສ້າງໃນການເຮັດອາຊີບ ເພື່ອໃຫ້ຜະລິດຕະພັນຂອງໝູ່ບ້ານ ທັງຮັກສາລັກສະນະທີ່ເປັນມູນເຊື້ອໄວ້, ທັງຕອບສະໜອງຄວາມຕ້ອງການຂອງຕະຫຼາດໄດ້.
ທຸຍ​ອຶງ ໝູ່​ບ້ານ​ອາ​ຊີບ​ເຮັດ​ຫວີ​ແຫ່ງ​ດຽວ​ຢູ່​ພາກ​ເໜືອ ຫວຽດ​ນາມ
(ພາບ: dangcongsan.vn )   ເພື່ອເຮັດຫວີອັນນ້ອຍໆຈາກເຂົາສັດ, ນາຍຊ່າງໝູ່ບ້ານ ທຸຍອຶງ ຕ້ອງຜ່ານ 30 ຂັ້ນຕອນ, ແຕ່ລະຂັ້ນຕອນໄດ້ຮຽກຮ້ອງຄວາມລະອຽດລະອໍ, ຊັດເຈນທີ່ສຸດ. ວັດຖຸດິບເພື່ອເຮັດຫວີສ່ວນຫຼາຍແມ່ນເຂົາ ແລະ ເລບຕີນຄວາຍ, ງົວທີ່ໄດ້ເກັບຊື້ຈາກເຂດພູດອຍທາງພາກເໜືອ ຫວຽດນາມ, ບາງເທື່ອກໍ່ຕ້ອງນຳເຂົ້າຈາກ ລາວ, ໄທ, ກຳປູເຈຍ ແລະ ບັນດາປະເທດອາຟຼິກກາ ເພື່ອຮັບໃຊ້ໃຫ້ແກ່ການຜະລິດ. ຫວີທີ່ເຮັດຈາກເຂົາສັດ ຈະມີມູນຄ່າສູງກວ່າເຮັດຈາກເລັບຕີນງົວ, ຄວາຍ. ອ້າຍ ຫງວຽນແທງຈຸງ, ນາຍຊ່າງໝູ່ບ້ານ ທຸຍອຶງ ໃຫ້ຮູ້ວ່າ:    ເຂົາງົວ ເຂົາ ຄວາຍ ທີ່ ບັນລຸມາດຖານແມ່ນຕ້ອງມີຄວາມໜາ ແລະ ກ້ວາງຢ່າງພຽງພໍ, ອີງຕາມຄຸນນະພາບຂອງວັດຖຸດິບ ແລະ ແຫຼ່ງສະໜອງ. ປະຈຸບັນ, ເຂົາຄວາຍ ເຜືອກ ແມ່ນຫາຍາກ, ແຕ່ມີລາຄາແພງ ແລະ ຄຸນນະພາບ ກໍ່ ສູງກວ ່ າໝູ່. (ພາບ: hanoimoi.vn )   ເພື່ອເຮັດຫວີນັ້ນ, ທຳອິດ, ຕ້ອງຕັດ 2 ສົ້ນຂອງເຂົາ, ເອົາແຕ່ສ່ວນກາງຂອງເຂົາ ຊື່ງມີຄວາມໜາປະມານ 4-5 mm. ຫຼັງຈາກນັ້ນຈະຕັດຕາມລວງຍາວເປັນ 2 ປ່ຽງ ແລ້ວນາຍຊ່າງຈະຕັດອອກເປັນປ່ຽງນ້ອຍກ່ວາເພື່ອເຮັດຫວີ.    ກ່ອນທີ່ຈະເຮັດຫວີ, ຕ້ອງເຮັດໃຫ້ເຂົາອ່ອນກ່ອນ. ເມື່ອກ່ອນ, ຊາວບ້ານ ທຸຍອຶງ ເຮັດໃຫ້ເຂົາອ່ອນດ້ວຍວິທີໝັກດ້ວຍຂີ້ເທົ່າ. ແຕ່ປະຈຸບັນ ແມ່ນເຮັດດ້ວຍນຳມັນທີ່ຟົດຮ້ອນໃນອຸນຫະພູມສູງ ສະເລ່ຍແມ່ນ 200 ອົງສາ ປະມານ 4-5 ນາທີແລ້ວຕ້ອງແຊ່ນ້ຳເຢັນ. ອ້າຍ ຫງວຽນແທງຈຸງ, ນາຍຊ່າງໝູ່ບ້ານ ທຸຍອຶງ ແບ່ງປັນຕື່ມອີກວ່າ:   ນ້ຳມັນຮ້ອນຈະມີອຸນຫະພູມສູງກ່ວານ້ຳ ຊື່ງມີອຸນຫະພູມພຽງພໍເພື່ອເຮັດໃຫ້ເຂົາອ່ອນໄດ້ ແລະ ໃນນ້ຳມັນເຂົາຈະບໍ່ປ່ຽນຄຸນນະພາບ.   ພາຍຫຼັງເຮັດໃຫ້ເຂົາງົວຄວາຍອ່ອນແລ້ວ, ຈະຕ້ອງເອົາໃສ່ເຄື່ອງຮີດ (ເຄື່ອງອັດ ໄຮໂດລິກ) ເພື່ອອັດໃຫ້ພຽງ ແລະ ບາງ. ຮູບແບບຂອງຫວີ ຈະໄດ້ຄວັດແກະແຕ້ມດ້ວຍສໍດຳໃນໜ້າເຂົາທີ່ໄດ້ຕັດໃຫ້ພຽງແລ້ວ. ຕາມປະສົບການຂອງຊາວບ້ານ ທຸຍອຶງ, ຖ້າເຮັດບໍ່ຖືກຕາມລວງຂອງເຂົາ ກໍ່ຈະເຮັດໃຫ້ຫວີຫັກງ່າຍ ແລະ ກົງກັນຂ້າມ ຖ້າເຮັດຖືກຕາມລວງຂອງເຂົາ ຫວີຈະທົດທານ ແລະ ງາມກ່ວາ.              ມູນຄ່າຂອງແຕ່ລະຜະລິດຕະພັນຫວີທີ່ເຮັດຈາກເຂົາ ບໍ່ມີລາຄາແພງຍ້ອນວັດຖຸດິບ, ຫາກແພງຍ້ອນຄ່າແຮງງານ. ພາຍຫຼັງເຮັດແຂ້ວຫວີແລ້ວ ຈະນຳໄປແຊ່ນ້ຳໃນເວລາປະມານ 1 ຊົ່ວໂມງ ຫຼັງຈາກນັ້ນເອົາໄປຝົນໃຫ້ລຽບທັງສອງເບື້ອງ. ອ້າຍ ຫງວຽນວັນທາຍ ຊາວບ້ານ ທຸຍອຶງ ໃຫ້ຮູ້ວ່າ:   ກ່ອນອື່ນໝົດແມ່ນເຮັດ ໃຫ້ເປັນ ຮູບຂອງຫວີ, ຕ້ອງເຮັດໃຫ້ຫວີ ພຽງ ແລ້ວຈຶ່ງ ເຮັດ ແຂ້ວຂອງຫວີ, ຫຼັງຈາກນັ້ນ ກໍ່ຕ້ອງ ຝົນ ອີກເທື່ອໜຶ່ງ.     ຕາມແຕ່ຫວີແຕ່ລະແບບ, ນາຍຊ່າງຈະໃຊ້ເລື່ອຍປະເພດຕ່າງໆເພື່ອເຮັດແຂ້ວຫວີ ເຂິ່ງແມ່ນຂັ້ນຕອນຮຽກຮ້ອງເຕັກນິກສູງທີ່ສຸດຂອງນາຍຊ່າງ. ໃນໂຮງງານຜະລິດ, ບໍ່ແມ່ນຜູ້ໃດກໍ່ເຮັດເຕັກນິກນີ້ໄດ້:   ສອງຝາມືຂອງນາຍຊ່າງຕ້ອງເຮັດດຸ ່ ນດ ່ ຽງກັນ, ແຂ້ວຫວີຈຶ່ງຈະສະເໝີ, ຖ້າເຮັດຜິດ ດ່ຽງ ແຂ້ວຫວີຈະບໍ່ງາມ, ຈະ ເປັນ ແຂ້ວໃຫ່ຍແຂ້ວນ້ອຍ . ມາດຖານຂອງ ຫ ວີງາມອັນໜຶ່ງ ກ່ອນອື່ນໝົດແມ່ນແຂ້ວຫວີຕ້ອງສະເໝີກັນ, ບໍ່ແຫຼມແຕ່ກໍ່ບໍ່ ປູ້ເກີນໄປ. ມັນຕ້ອງ ກົມ , ສະເໝີກັນ ແລະ ຕ ີ ນແຂ້ວຕ້ອງຊື່.     ພາຍຫຼັງເຮັດແຂ້ວຂອງຫວີ, ຕ້ອງຜ່ານການຝົນ 4 ເທື່ອ, ໃນນັ້ນ 2 ເທື່ອແມ່ນຝົນນ້ຳ ແລະ 2 ເທື່ອຝົນແຫ້ງ ຊື່ງລ້ວນແຕ່ໄດ້ເຮັດດ້ວຍມື, ຂັ້ນຕອນນີ້ແມ່ນສ້າງຄວາມພຽງ ແລະ ຄວາມເງົາງາມ. ອ້າຍ ຫງວຽນແທງຈຸງ, ນາຍຊ່າງໝູ່ບ້ານ ທຸຍອຶງ ໃຫ້ຮູ້ວ່າ:     ຫວີຕ້ອງມີຄວາ ມເງົາງາມ ແລະ ບໍ່ມີຮອຍ. ທຳມະດາແລ້ວ, ຢູ່ ໃນເຂົາ ມັກ ມີຫຼາຍຮູ ແລະ ຮອຍນ້ອຍ. ຫວີມີຄຸນນະພາບສູງແມ່ນບໍ່ມີຮອຍນັ້ນ. ຫວີທີ່ມີ ມູນ ຄ່າສູງກວ ່ າໝູ່ແມ່ນມີສີຂາວໃສ, ອອກສີ ເຫຼືອງ ງາຊ້າງ ໜ້ ອຍໜຶ່ງ .      ຖ້າຫາກວ່າ ກ່ອນນີ້ ບັນດາຜະລິດຕະພັນເຮັດຈາກເຂົາສັດຂອງໝູ່ຍ້ານ ທຸຍອຶງ ມີພຽງແຕ່ຫວີ ດ້ວຍບັນດາຮູບແບບທີ່ງ່າຍດາຍນັ້ນ, ແຕ່ປະຈຸບັນ, ພັດປະກົດມີບັນດາຮູບແບບຫວີທີ່ຄວັດແກະລວດລາຍທີ່ອຸດົມສົມບູນ. ຫວີເຂົາສັດຂອງໝູ່ບ້ານ ທຸຍອຶງ ໄດ້ສົ່ງອອກໄປຍັງ ສ.ເກົາຫຼີ, ຍີ່ປຸ່ນ, ຈີນ ອີກດ້ວຍ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ນາຍຊ່າງໝູ່ບ້ານ ທຸຍອຶງ ບໍ່ພຽງແຕ່ໄດ້ສືບທອດເຕັກນິກຂອງຄົນລຸ້ນກ່ອນເທົ່ານັ້ນ ຫາກຍັງໄດ້ປະດິດສ້າງຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ບັນດາຜະລິດຕະພັນຂອງໝູ່ບ້ານ ຍາມໃດກໍ່ມີໜ້າໃນຊີວິດຍຸກປະຈຸບັນ ອີກດ້ວຍ./.  
TAG
VOV/VOVworld/ທຸຍ​ອຶງ/ໝູ່​ບ້ານ​ອາ​ຊີບ​ເຮັດ​ຫວີ/ອ້າຍ ຫງວຽນວັນທາຍ/ອ້າຍ ຫງວຽນແທງຈຸງ/ເຂົາງົວຄວາຍ/ຄວາຍເຜືອກ