VOV WorldVOV World
ວັນ​ເລິມ-ພັດ​ທະ​ນາ​ເສດ​ຖະ​ກິດ​ຈາກ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ
24/10/2021 07:00
(VOVWORLD) - ເຖິງວ່າແມ່ນເມືອງອຸດສາຫະກຳຈຸດສຸມຂອງແຂວງຮຶງອຽນ ກໍ່ຕາມ ແຕ່ເຂດດິນແດນວັນເລິມ ຍັງຮັກສາໄດ້ບັນດາຈຸດທີ່ສວຍງາມແບບບູຮານ ຂອງເຂດບ້ານນາຫວຽດນາມ ໄວ້ຢູ່ ດ້ວຍຮູບພາບຕົ້ນໂພ, ທ່ານ້ຳ, ເດີ່ນສາລາບ້ານ ພ້ອມກັບໝູ່ບ້ານອາຊີບທີ່ເປັນມູນເຊື້ອ ແລະ ຮີດຄອງປະເພນີອັນດີງາມຂອງ ປຊຊ. ເຊີນທ່ານໄປຢ້ຽມຢາມວັນເລິມ ເພື່ອເຫັນວ່າຢູ່ທີ່ນີ້ ພວມມີການຫັນປ່ຽນຢ່າງແຮງ, ໂສມໜ້າຂອງໝູ່ບ້ານອາຊີບທີ່ເປັນມູນເຊື້ອທີ່ມີການປ່ຽນແປງຫຼາຍຢ່າງນັ້ນ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງທ້ອງຖິ່ນ.
ວັນ​ເລິມ-ພັດ​ທະ​ນາ​ເສດ​ຖະ​ກິດ​ຈາກ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ
  ຜະລິດຕະພັນຈຳນວນໜຶ່ງຂອງໝູ່ບ້ານອາຊີບຫຼໍ່ທອງແດງລົ້ງເທື້ອງ (ພາບ:VOV)      ໜຶ່ງໃນ ບັນ ດາ ໝູ່ ບ້ານ ອາ ຊີບ ທີ່ ມີ ຊື່ ສຽງ ຢູ່ ວັນ ເລິມ ແມ່ນ ໝູ່ ບ້ານຫຼໍ່ ທອງ ແດງ ລົ້ງ ເທື້ອງ , ຕາ ແສງ ດ້າຍ ດົ່ງ . ປະ ຈຸ ບັນ , ໝູ່ບ້ານອາຊີບທີ່ເປັນມູນເຊື້ອນີ້ມີ ເກືອບ 200 ຄອບ ຄົວ ເຮັດ ອາ ຊີບຫຼໍ່ ທອງ ຊື່ງ ໄດ້ ສ້າງວຽກ ເຮັດ ງານ ທຳໃຫ້ ຜູ້ ອອກ ແຮງ ງານ ເກືອບ 1000 ຄົນ . ສະ ເລ່ຍ ແຕ່ ລະ ປີ , ໝູ່ບ້ານອາຊີບນີ້ ໄດ້ ສະ ໜອງ ຜະ ລິດ ຕະ ພັນ ປະ ເພດ ຕ່າງໆໃຫ້ ແກ່ ຕະຫຼາດປະ ມານ ກ່ ວາ 31.000 ຢ່າງດ້ວຍ ລາຍ ຮັບ ເກືອບ 100 ຕື້ ດົ່ງ / ປີ . ທ່ານ ຢືອງວັນ ວ້ຽນ ເຈົ້າ ຂອງ ຮາກ ຖານຫຼໍ່ ທອງ ບ໋າວມິງ ໃຫ້ ຮູ້ ວ່າ :    ຕ້ອງຍູ້ແຮງລັກສະນະປະດິດສ້າງ, ຄວາມຍອດຍິ່ງ ຍ້ອນວ່າຮາກຖານການຜະລິດຂອງພວກຂ້າພະເຈົ້າ ໄດ້ຖືເອົາຄຸນນະພາບ ແມ່ນມາດຖານເພື່ອພັດທະນາ, ສະນັ້ນ ຕ້ອງຮັບປະກັນຄຸນນະພາບ.   ຊາວກະສິກອນເກັບກ່ຽວຫອມເຫືອດຢູ່ຕາແສງເຕິນກວາງ ເມືອງງວັນເລິມ (ພາບ: ໜັງສືພິມຮຶງອຽນ)      ໝູ່ ບ້ານຫຼໍ່ ທອງ ແດງ ລົ້ງເທື້ອງ ແມ່ນ ທ້ອງ ຖິ່ ນໄດ້ ຮັບ ຄວາມ ເອົາ ໃຈ ໃສ່ , ການ ໜູນ ຊ່ວຍ ຈາກ ໂຄງ ການ ສົ່ງ ເສີມ ອຸດ ສາ ຫະ ກຳ ຂອງ ແຂວງ . ຍ້ອ ນ ເຫດນັ້ນ , ບັນ ດາ ຮາກ ຖານຫຼໍ່ ທອງ ໃນ ບໍ ລິ ເວນ ຈຶ່ງ ກ້າຫານ ປ່ຽນ ໃໝ່ ເຕັກ ໂນ ໂລ ຊີ , ກຳ ນົດ ທິ ດ , ບຳ ລຸງ ສ້າງ , ຍົກ ສູງ ສີ ມື ໃຫ້ ແກ່ ຜູ້ ອອກ ແຮງ ງານ ເພື່ອ ຜະ ລິດ ບັນ ດາ ຜະ ລິດ ຕະ ພັນໃຫ້ມີຄຸນ ນະ ພາບ ສູງ , ສ້າງ ເຄື່ອງ ໝາຍ ການ ຄ້າ , ຍົກ ສູງ ລະ ດັບ ແກ່ງ ແຍ້ງ ຂອງ ຜະ ລິດ ຕະ ພັນ . ທ່ານ ຫງວຽນ ຊວັນ ຫວູ ປະ ທານ ຄະ ນະ ກຳ ມະ ການ ປ ຊ ຊ ເມືອງວັນ ເລິມ ໃຫ້ ຮູ້ ວ່າ : ມາ ຮອດປະຈຸບັນ, ທົ່ວໝູ່ບ້ານໄດ້ເຂົ້າຮ່ວມເຮັດອາຊີບຫຼໍ່ທອງໝົດແລ້ວ, ຊື່ງໄດ້ສ້າງແຫຼ່ງລາຍຮັບທີ່ດີໃຫ້ແກ່ ປຊຊ ໃນບ້ານ, ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ ປຊຊ ບ້ານລົ້ງເທື້ອງ ເວົ້າລວມ, ຕາແສງດ້າຍດົ່ງ ເວົ້າສະເພາະ. ຄະນະກຳມະການ ປຊຊ ແຂວງຮຶງອຽນ ໄດ້ຮັບຮອງເອົາ ຕາແສງດ້າຍດົ່ງ ເປັນຕາແສງບັນລຸມາດຖານຊົນນະບົດໃໝ່ນັບແຕ່ປີ 2015.       ເມື່ອ ມາ ຢ້ຽມ ຢາມ ວັນ ເລິມ , ແຂກ ທ່ອງ ທ່ຽວ ຍັງ ໄດ້ ກິ່ນ ຫອມ ຂອງດອກ ເບັນ ຈະ ມາດ   ແລະ ກິ່ນຫອມຈາກ ຕົ້ນ ໄມ້ ສະ ໝູນ ໄພ ທີ່ ມີ ຄ່າໃນ ໝູ່ ບ້ານ ເຕິນກວາງ , ຕາ ແສງ ເຕິນກວາງອີກ ດ້ວຍ . ເຕິນກວາງ ແມ່ນ ເຂດ ດິນ ແດນ ທີ່ ມີ ຊື່ ສຽງ ມາ ແຕ່ ດົນ ນານ ແລະ ມີ ມູນ ເຊື້ອ ໃນການປູກ ຕົ້ນ ໄມ້ ສະ ໝູນ ໄພ ທີ່ ມີ ຄ່າປະເພດຕ່າງໆ . ປະ ຈຸ ບັນ , ທົ່ວ ຕາ ແສງ ມີເນື້ອ ທີ່ ປູກ ຕົ້ນ ໄມ້ ສະ ໝູນ ໄພ 56 ha ເຊິ່ງຈຸດສຸມແມ່ນ ຢູ່ ບ້ານ ເຫງັ້ຍ ຈາຍ , ຕັງ ບາວ … ດ້ວຍ ທ່າ ໄດ້ ປຽບ ແມ່ນ ມີ ເນື້ອ ທີ່ ເໝາະ ສົມ , ປ ຊ ຊ ມີ ປະ ສົບ ການ , ມີ ຄວາມ ຮູ້ , ໃນ ຊຸມ ປີມໍ່ໆ ມານີ້ , ເນື້ອ ທີ່ ປູກ ຕົ້ນ ໄມ້ ສະ ໝູນ ໄພໃນ ບໍລິ ເວນ ຕາ ແສງ ນັບ ມື້ ນັບ ໄດ້ ເປີດ ກ້ ວາງ ແລະ ສຸມ ໃສ່ ຊະ ນິດ ຕົ້ນ ໄມ້ ທີ່ ມີ ຄຸນ ຄ່າ ເສດ ຖະ ກິດ ສູງ ຄື :  ດອກ ເບັນ ຈະ ມາດ , ຫ ອມ ເຫືອດ …. ແຕ່ ລະ ປີ ໄດ້ ສະ ໜອງ ຢາ ສະ ໝູນ ໄພປະ ມານ 4000-5000   ໂຕນ , ຢາ ພື້ນ ເມືອງ (ຢາແຜນບູຮານຈີນ) ປະ ມານ 2000-3000   ໂຕນໃຫ້ຕະຫຼາດ . ທ່ານ ຫງວຽນ ເທວ້ຽນ ປະ ທານ ສະ ມາ ຄົມ ແພດ ເພື້ນ ເມືອງ ຢູ່ເມືອງວັນ ເລິມ ໃຫ້ ຮູ້ ວ່າ :    ເມື່ອໄປຢ້ຽມຢາມໝູ່ບ້ານເຫງັ້ຍຈາຍ, ເຖິງວ່າຢູ່ໃນເຮືອນ ຫຼືຢູ່ທົ່ງນາກໍ່ ຈະມີແຕ່ຕົ້ນໄມ້ສະໝູນໄພເຕັມໄປໝົດ, ຊະນິດໃດກໍ່ລ້ວນແຕ່ມີຄ່າ ແລະ ໄດ້ເກັບຮັກສາໄວ້ເປັນຢ່າງດີ. ຜະລິດຕະພັນທີ່ເຮັດຈາກດອກເບັນຈະມາດ ແມ່ນເຄື່ອງໝາຍການຄ້າທີ່ໂດດເດັ່ນ, ມີລັກສະນະພິເສດສະເພາະຂອງໝູ່ບ້ານ ທີ່ ປຊຊ ໄດ້ປູກມາເປັນເວລາຫຼາຍປີແລ້ວ, ສະຖາບັນຄຸນນະພາບຫວຽດນາມ ໄດ້ຮັບຮອງເອົາ ຜະລິດຕະພັນນີ້ ເປັນຜະລິດຕະພັນມີຄຸນນະພາບສູງ ແລະ ໄດ້ຮັບຫຼຽນຄຳ.    ປະ ຈຸ ບັນ , ເມືອງວັນ ເລິມ ມີ ເນື້ອ ທີ່ ປູກ ຕົ້ນ ໄມ້ ສະ ໝູນ ໄພ 120 - 130ha ດ້ວຍບັນ ດາ ຊະ ນິດ ຄື: ດອກເບັນຈະມາດ , ຮວ່າຍເຊີນ ( Chinese Yam), ງືວເຕິດ ( Achyranthes bidentata ) , ໂກດຂີ ( Reynoutria japonica ) , ດິງລັ່ງ ( Polyscias fruticosa )...ໃນ ຊຸມ ປີ ທີ່ ຜ່ານ ມາ , ເມືອງ ໄດ້ ລົງ ທຶນ ໜູນ ຊ່ວຍ ພັດ ທະ ນາ ເຂດ ຜະ ລິດ ຕົ້ນ ໄມ້ ສະ ໝູນ ໄພ ຢູ່ຫຼາຍ ຕາ ແສງ ໃນ ບໍ ລິເວນ ເມືອງ . ໃນ ນັ້ນ ມີ ຮູບ ແບບ ປູກ ຕົ້ນ ໄມ້ ສະ ໝູນ ໄພຢູ່ ຕາ ແສງ ເຕິນກວາງ , ປູກ ຕົ້ນດິງລັ່ງຢູ່ ຕາ ແສງ ຫວຽດ ຮຶງ , ປູກ ທົ່ວ ດິນ ດຳ ຢູ່ ຕາ ແສງ ມິງ ຫາຍ …. ໄດ້ ປະ ສົບ ຜົນ ສຳ ເລັດ ໃນ ເບື້ອງ ຕົ້ນ ແລະ ເປີດ ແງ່ ຫວັງ ໃໝ່ . ໃນ ໄລ ຍະ ຈະ ມາ ເຖິງ , ເມືອງ ຈະ ສືບ ຕໍ່ ຂະຫຍາຍ ເຂດ ປູກ ຕົ້ນ ໄມ້ ສະ ໝູນ ໄພໂດຍສະ ເພາະ ພ້ອມ ທັງ ສ້າງ ຮູບ ແບບ ຮ່ວມ ສຳ ພັນ ການ ຜະ ລິດ ຕິດ ພັນ ກັບ ການ ຈຳ ໜ່າຍ ຜະ ລິດ ຕະ ພັນ . ທ່ານ ນາງ ໂດ້ ທິ ເມືອຍ ຮອງ ຜູ້ ອຳ ນວຍ ການ ບໍ ລິ ສັດ ເຈົາ ຢາງ , ຮຶງ ອຽນ ເວົ້ າວ່າ :   ພວກຂ້າພະເຈົ້າຢາກຂະຫຍາຍເນື້ອທີ່ປູກຕົ້ນສະໝູນໄພ ແລະ ແຫຼ່ງສະກັດຫົວເຊື້ອ ສົ່ງອອກໄປຍີ່ປຸ່ນ ໃຫ້ເປັນປົກກະຕິ. ປີ 2020-2021 ພວກຂ້າພະເຈົ້າໄດ້ເຊັນສັນຍາກັບຊາວກະສິກອນ ດ້ວຍລາຄາຊື້ຫົວເຊື້ອ 800.000 ດົ່ງ/ໂລ, ເມື່ອເກັບກ່ຽວແລ້ວພວກຂ້າພະເຈົ້າຈະຊື້ຜະລິດຕະພັນນີ້ໂດຍກົງ.   ຕາມ ຕົວ ເລກ ຈາກ ກະ ຊວງ ກະ ສິ ກຳ ແລະ ພັດ ທ ະ ນາ ຊົນ ນະ ບົດ ແລ້ວ , ປະ ຈຸ ບັນ , ທົ່ວ ແຂວງ ຮຶງ ອຽນ ມີ ເນື້ອ ທີ່ ປູກ ຕົ້ນ ໄມ້ ສະ ໝູນ ໄພເກືອບ 850 ha ໄດ້ ປູກຫຼາຍ ທີ່ ສຸດ ແມ່ນຢູ່ ເມືອງ ຄວາຍ ເຈົາ , ວັນ ເລິມ , ກີມດົ້ງ … ດ້ວຍ ປະ ສິດ ທິ ຜົນ ເສດ ຖະ ກິດ ທີ່ ພົ້ນ ເດັ່ນ ຈາກ ການ ປູກ ຕົ້ນ ໄມ້ ສະ ໝູນ ໄພ , ຫຼາຍ ຄອບ ຄົວ ໃນແຂວງ ພວມ ຢາກ ເປີດ ກ້ ວາງ ການ ຜະ ລິດ ເພື່ອ ເພີ່ມ ລາຍ ຮັບ , ນຳ ຕົ້ນ ໄມ້ ສະ ໝູນ ໄພ ຊະ ນິດ ຕ່າງໆ ກາຍ ເປັນ ຕົ້ນ ໄມ້ຫຼັກ ແຫຼ່ງ ຂອງ ຄອບ ຄົວ .    ການ ພັດ ທະ ນາ ເສດ ຖະ ກິດ ຈາກ ບັນ ດາ ໝູ່ ບ້ານ ອາ ຊີບ ດ້ວຍ ບັນ ດາ ຜະ ລິດ ຕະ ພັນ ທີ່ ມີ ຄຸນ ນະ ພາບ ສູງ ພວມ ແມ່ນ ທິດ ເດີນ ໃໝ່ ຂອງ ເມືອງວັນ ເລິມ , ແຂວງ ຮຶງ ອຽນ . ໝູ່ ບ້ານ ອາ ຊີບຢູ່ ວັນ ເລິມ ພ້ອມ ກັບ ໝູ່ ບ້ານ ອາ ຊີບ ແຫ່ງອື່ນໆໃນ ທົ່ວ ແຂວງ ຮຶງ ອຽນ ພວມ ມີ ການ ປ່ຽນ ແປງ ໃນ ແຕ່ ລະ ມື້ ເພື່ອ ໄປ ທັນ ກັບ ທ່າ ອ່ຽງ ເຊື່ອມ ໂຍງ , ປະ ກອບ ສ່ວນ ໃຫ້ ແກ່ ເສດ ຖະ ກິດ ສັງ ຄົມ ຂອງ ແຂວງ ./.  
TAG
VOV/VOVworld/ວັນ​ເລິມ/ພັດ​ທະ​ນາ​ເສດ​ຖະ​ກິດ​/ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ/ຫຼໍ່ທອງແດງ/ລົ້ງເທື້ອງ/ຕາແສງເຕິນກວາງ/ຮຶງອຽນ

More