VOV WorldVOV World
ຢ້ຽມ​ຢາມ​ໝູ່​ບ້ານ​ອາ​ຊີບ​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​​ເຜົາ​ບູ​ຮານ ຫວິງ​ຮ​ົງ ຢູ່​ແຂວງກວາງ​ນິງ
03/12/2021 09:14
(VOVWORLD) -ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ຫວິງຮົງ ສັງກັດຕາແສງວິ້ງຮົງ, ເທດສະບານດົງຈ່ຽວ, ແຂວງກວາງນິງ, ແມ່ນໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາບູຮານ ແຫ່ງດຽວຢູ່ “ເຂດດິນແດນແຫ່ງບໍ່ຖ່ານຫີນ”. ແຫ່ງນີ້ໄດ້ຜະລິດບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາພິເສດສະເພາະ ແລະ ໄດ້ສ້າງວຽກເຮັດງານທຳໃຫ້ນັບຮ້ອຍຄອບຄົວຢູ່ທ້ອງຖິ່ນ. ເຊີນທ່ານໄປຢ້ຽມຢາມ ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ຫວິງຮົງທີ່ມີອາຍຸກ່ວາ 200 ປີແຫ່ງນີ້ພ້ອມກັບນັກຂ່າວວິທະຍຸຫວຽດນາມ.
ຢ້ຽມ​ຢາມ​ໝູ່​ບ້ານ​ອາ​ຊີບ​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​​ເຜົາ​ບູ​ຮານ ຫວິງ​ຮ​ົງ ຢູ່​ແຂວງກວາງ​ນິງ
ບັນດາຜະລິດຕະພັນຢູ່ເຮືອນຂອງ ປຊຊ ໃນໝູ່ ບ້ານ ອາ ຊີບ ຜະ ລິດ ເຄື່ອງ ປັ້ນ ດິນ ເຜົາ ຫວິງ ຮົງ (ພາບ:VOV)  ອາຊີບຜະລິດເຄື່ອງປັ້ນດິນເຜົາຂອງໝູ່ບ້ານຫວິງຮົງ ມີມາແຕ່ສັດຕະວັດທີ 18 ຍ້ອນບັນດານາຍຊ່າງຜະລິດເຄື່ອງປັ້ນດິນເຜົາຢູ່ເຂດ ຢາເລິມ (ຮ່າໂນ້ຍ) ໄດ້ອົບພະຍົບມາຢູ່ນີ້. ເຖິງວ່າ ບໍ່ມີມູນເຊື້ອປະຫວັດສາດຄືກັນກັບໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາທີ່ມີຊື່ສຽງ ບາດຈ່າງ (ຮ່າໂນ້ຍ), ເຮືອງແກັງ (ວິ້ງຝຸກ), ຈູເດົ້າ (ຫາຍເຢືອງ)….ກໍ່ຕາມ ແຕ່ຜະລິດຕະພັນເຄື່ອງປັ້ນດິນເຜົາ ຫວິງຮົງ ກໍ່ມີຈຸດພິເສດສະເພາະ ຍ້ອນມີຮູບແບບງາມ, ມີຄວາມທົນທານ…..ພິເສດ ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາທີ່ເປັນມູນເຊື້ອແຫ່ງນີ້ ມາຮອດປະຈຸບັນ ຍັງໄດ້ຮັກສາວິທີເຜົາດ້ວຍຟືນໄວ້ຢູ່. ອ້າຍ ຫງວຽນຊັວນທົງ ເຈົ້າຂອງຮາກຖານຜະລິດເຄື່ອງປັ້ນດິນເຜົາທີ່ເປັນມູນເຊື້ອແຫ່ງໜຶ່ງຢູ່ ຫວິງຮົງ ແບ່ງປັນວ່າ: ເຕົາ ໄຟ ນີ້ ສາ ມາດເຜົາ ຜະ ລິດ ຕະ ພັນໄດ້ ເຖິງ 2-3 ຮ້ອຍ ອັນ . ຜະ ລິດ ຕະ ພັນເຜົາ ດ້ວຍ ຟືນມີ ຄຸນ ນະ ພາບ ດີ ທີ່ ສຸດ ຍ້ອນ ວ່າຍາມ ໃດ ເຕົາ ໄຟ ກໍ່ ຮັກ ສາ ຄວາມ ຮ້ອນ ໄດ້ ດົນ , ແຕ່ ຄ່າ ໃຊ້ ຈ່າຍ ພັດ ຖືກ ກ່ ວາ ເມື່ອ ທຽບ ກັບ ການ ໃຊ້ ເຕົາ ແກັດ , ສະ ນັ້ນ , ລາ ຄາ ຜະ ລິດ ຕະ ພັນ ຈຶ່ງ ເໝາະ ສົມ ກັບ ຜູ້ ບໍ ລິ ໂພກ . ເຄື່ອງປັ້ນດິນເຜົາໄດ້ເຜົາໃນເຕົ່າໄຟທີ່ມີອຸນຫະພູມແຕ່ 1.200 - 1.300 ອົງສາ C (ພາບ:VOV)  ຕາມນາຍຊ່າງຫງວຽນດິງເກົາ ແລ້ວ, ເຄື່ອງປັ້ນດິນເຜົາໄດ້ເຜົາມາ ຕະຫຼອດ 24 ຊົ່ວໂມງໃນອຸນຫະພູມແຕ່ 1200-1300 ອົງສາ C ໃນຂະນະທີ່ບັນດາໝູ່ບ້ານ ຜະລິດເຄື່ອງປັ້ນດິນເຜົາມູນເຊື້ອແຫ່ງອື່ນໆ ຢູ່ເຂດທົ່ງພຽງທາງພາກເໜືອຫວຽດນາມ ໄດ້ເຜົາໃນອຸນຫະພູມພຽງແຕ່ 800 ອົງສາ C ເທົ່ານັ້ນ. ສະນັ້ນ, ຜະລິດຕະພັນເຄື່ອງປັ້ນດິນເຜົາຫວິງຮົງ ຈຶ່ງມີລະດັບຄວາມທົນທານສູງ, ແຕກຫນ້ອຍ ແລະ ລວດລາຍບໍ່ລົບເລືອນ ຍ້ອນໄດ້ຄວັດໃສ່ຜະລິດຕະພັນໂດຍກົງ ຫາກບໍ່ແມ່ນແຕ້ມໃສ່ສີເຄືອບ. ເພື່ອຜະລິດໄດ້ເຄື່ອງປັ້ນດິນເຜົາທີ່ມີຄຸນນະພາບດີນັ້ນ, ສຳຄັນທີ່ສຸດແມ່ນການເຮັດຂອບຫຼໍ່. ນາຍຊ່າງຫງວຽນດິງເກົາ ໃຫ້ຮູ້ວ່າ    ການ ເຮັດ ຂອບຫຼໍ່ແມ່ນ ສຳ ຄັນ ທີ່ ສຸດ , ຖ້າ ຢາກ ໃຫ້ ຜະ ລິດ ຕະ ພັນ ງາມນັ້ນ , ກ່ອນ ອື່ນ ໝົດ ແມ່ນ ຍ້ອນ ຜູ້ ເຮັດ ຂອບຫຼໍ່ ແລະ ສ້າງແບບ . ທີ 2 ແມ່ນການ ເຮັັດ ຂອບຫຼໍ່ ຕ້ອງ ມີ ຄຸນ ນະ ພາບ , ສາ ມາດ ດູດ ຊັບ ນ້ຳ , ແຂງ ແກ່ນ , ບໍ່ ຄົດ ຜະ ລິດ ຕະ ພັນ ທີ່ເຮັດ ອອກ ມາ ຈຶ່ງ ງາມ , ໄດ້ ມາດ ຕະ ຖານ ຂອງ ໝ ູ່ ບ້ານ ເຄື່ອງ ປັ້ນ ດິນ ເຜົາ ຫວິງ ຮົງ ກ່ອນນີ້, ທັງໝົດໝູ່ບ້ານ ວີ້ງຮົງ ລວ້ນແຕ່ໄດ້ເຮັດອາຊີບຜະລິດເຄື່ອງປັ້ນດິນເຜົາ ແຕ່ມີໄລຍະໜຶ່ງ, ໝູ່ບ້ານອາຊີບແຫ່ງນີ້ຕົກເຂົ້າສູ່ສະພາບການຂາດບັນດາຜະລິດຕະພັນໃໝ່, ເປັນເອກະລັກສະເພາະ. ບາງຄອບຄົວໄດ້ຫັນປ່ຽນໄປເຮັດວຽກງານອື່ນ, ປະຈຸບັນມີແຕ່ 17 ຄອບຄົວເຮັດອາຊີບນີ້ເທົ່ານັ້ນ. ທ່ານຟ້າມວັນທັງ, ເລຂາໜ່ວຍພັກໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ວີ້ງຮົງ, ຜູ້ອຳນວຍການບໍລິສັດທັງລານ ຈຳກັດ ໃຫ້ຮູ້ວ່າ: ໝູ່ບ້ານວິ້ງຮົງ ໄດ້ຫັນປ່ຽນໄປຜະລິດບັນດາຜະລິດຕະພັນອື່ນໆຄື: ໄຫຂະໜາດໃຫ່ຍເພື່ອບັນຈຸເຫຼົ້າ, ນ້ຳປາ, ເຂົ້າສານ…ການປ່ຽນແປງນີ້ໄດ້ສ້າງກຳໄລສະເລ່ຍໃຫ້ແຕ່ລະຄອບຄົວແຕ່ 20-30 ລ້ານດົ່ງ/ເດືອນ; ສ້າງລາຍຮັບເປັນປົກກະຕິແຕ່ 7-8 ລ້ານດົ່ງ/ເດືອນໃຫ້ຜູ້ອອກແຮງງານນັບຮ້ອຍຄົນ: ພວກ ຂ້າ ພະ ເຈົ້າກໍ່ ມີ ການ ແລກ ປ່ຽນ ບົດ ຮຽນ , ນັບ ແຕ່ ວິ ທີ ການ ຜະ ລິດ ກໍ່ ຄື ການຈຳ ໜ່າຍ ເຄື່ອງ ປັ້ນ ດິນ ເຜົາ , ຜ່ານນັ້ນ ຈະ ຮ່ຳ ຮຽນ ຊື່ງ ກັນ ແລະ ກັນ . ຂ້າ ພະ ເຈົ້າ ເອງກໍ່ ໄດ້ ຮ່ຳ ຮຽນເອົາ ແນວ ຄວາມ ຄິດ ທີ່ ດີຈາກ ຄອບ ຄົວ ອ້ອມຂ້າງ ແລະ ບັນ ດາ ຄອບ ຄົວ ກໍ່ ໄດ້ ຮ່ຳ ຮຽນ ຕາມ ປະ ສົບ ການ ໃນ ກາ ນ ຜະ ລິດ ເຄື່ອງ ປັ້ນ ດິ ນ ເຜົາ ຂອງພວກ ຂ້າ ພະ ເຈົ້າ . ສະ ນັ້ນ , ໃນ ໄລ ຍ ະທີ່ ຜ່ານ ມາ , ເຖິງວ່າ ສະ ພາບ ການ ໂລກ ລະ ບາດ ມີ ການ ຜັນ ແປ ຢ່າງ ສັບ ສົນກໍ່ ຕາມ ແຕ່ ພວກ ຂ້າ ພະ ເຈົ້າກໍ່ ຍັງ ຮັກ ສາການ ຜະ ລິດ ແລະ ຈຳ ໜ່າຍ ເປັນ ປົກ ກະ ຕິ . ບັນດາຜະລິດຕະພັນຂອງໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາວິ້ງຮົງ ບໍ່ພຽງແຕ່ໄດ້ຮັບໃຊ້ໃຫ້ແກ່ຄວາມຕ້ອງການຂອງ ປຊຊ ຢູ່ພາຍໃນປະເທດເທົ່ານັ້ນ, ຫາກຍັງໄດ້ສົ່ງໄປຂາຍຢູ່ຕ່າງປະເທດອີກດ້ວຍ. ໃນໄລຍະທີ່ຈະມາເຖິງ, ເມື່ອເຂດ ຜະລິດເຄື່ອງປັ້ນດິນເຜົາທີ່ມີເນື້ອທີ່ 20 ເຮັກຕາໄດ້ຮັບການກຳນົດແຜນຜັງນັ້ນ, ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາວິ້ງຮົງ ຈະມີເງື່ອນໄຂທີ່ດີ ເພື່ອສ້າງຮູບແບບການສົມທົບລະຫວ່າງການຜະລິດ ແລະ ການທ່ອງທ່ຽວໃຫ້ແກ່ແຂກທ່ອງທ່ຽວໄດ້ມາຊົມ ເພື່ອເສີມຂະຫຍາຍຄຸນຄ່າໃນກ່ວາ 200 ປີຂອງໝູ່ບ້ານອາຊີບທີ່ມີມູນເຊື້ອມາແຕ່ດົນນານແຫ່ງນີ້. ການຫັນປ່ຽນຂອງໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາວິ້ງຮົງ ເພື່ອຮັບມືກັບຈັງຫວະການດຳລົງຊີວິດທີ່ທັນສະໄໝນັ້ນ ກໍ່ສະແດງໃຫ້ເຫັນຄວາມຂະຫຍັນຂັນເຄື່ອນຂອງ ປຊຊ ໃນໝູ່ບ້ານ, ເພື່ອຮັກສາອາຊີບໄວ້ ກໍ່ຄືແນະນຳສິ່ງທີ່ຍອດຍິ່ງຂອງອາຊີບຜະລິດເຄື່ອງປັ້ນດິນເຜົາທ້ອງຖິ່ນ ກັບເພື່ອນມິດສາກົນເປັນຈຳນວນຫຼວງຫຼາຍ./.
TAG
VOV/VOVworld/​ໝູ່​ບ້ານ​ອາ​ຊີບ​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​​ເຜົາ​ບູ​ຮານ ຫວິງ​ຮ​ົງ/​ແຂວງກວາງ​ນິງ/ອ້າຍ ຫງວຽນຊັວນທົງ/ທ່ານຟ້າມວັນທັງ/

More