ຢ້ຽມຢາມໝູ່ບ້ານ ບູຮານ ແທງຖູຍແຈ໋ງ
08/06/2018 04:09
(VOVWORLD) -ໂດຍຫ່າງຈາກນະຄອນ ເຫ້ວ (ແຂວງເທື່ອທຽນເຫ້ວ) ໄປທາງທິດຕາເວັນອອກສ່ຽງໃຕ້ປະມານ 8 ກິໂລແມັດ, ໝູ່ບ້ານ ແທງຖູຍແຈ໋ງ (ຕາແສງ ຖູຍແທງ, ເທດສະບານ ເຮືອງຖູຍ ແຂວງ ເທື່ອທຽນເຫ້ວ) ໄດ້ມີຊື່ສຽງໂດ່ງດັງແຕ່ດົນນານມາແລ້ວ ວ່າແມ່ນບ່ອນມີຫລາຍກິດຈະກຳສະຖາປັດຕະຍະກຳບູຮານ, ວັດທະນະທຳເຕັມໄປດ້ວຍສີສັນຂອງນະຄອນເຫ້ວ.ເມື່ອມາຢ້ຽມຢາມໝູ່ບ້ານແຫ່ງນີ້ ນັກທ່ອງທ່ຽວ ຈະມີຄວາມຮູ້ສຶກ ບໍ່ອາດຫລົງລືມໄດ້ ກ່ຽວກັບເຂດບ້ານນາທີ່ສະຫງົບສຸກ.

ຕາມປື້ມປະຫວັດສາດແລ້ວ, ໃນສັດຕະວັດທີ 16, ປະຊາຊົນແຂວງ ແທງຮວ໋າ ໄດ້ຮ່ວມເດີນທາງກັບກະສັດ ຫງວຽນຮວ່າງ (1525-1613) ເຂົ້າເຂດ ທ້ວນຮວ໋າ (ປະຈຸບັນແມ່ນແຂວງ ກວ໋າງບີງ), ກວ໋າງຈິ ແລະ ເທື່ອທຽນເຫ້ວ) ເພື່ອບຸກເບີກເນື້ອທີ່ດິນ ສ້າງອາຊີບ ແລະ ໄດ້ຢຸດຢູ່ບໍລິເວນໝູ່ບ້ານ ແທງຖູຍແຈ໋ງໃນປະຈຸບັນ ເພື່ອກໍ່ສ້າງໝູ່ບ້ານ ແລະ ຕັ້ງຊື່ໃຫ້ໝູ່ບ້ານນີ້ວ່າ ແມ່ນໝູ່ບ້ານ ແທງຕວ່ານ. ຮອດສະໄຫມເຈົ້າຊີວິດ ທ້ຽວຈິ (1841- 1847), ຊື່ ແທງຕວ່ານ ໄດ້ປ່ຽນເປັນ ແທ່ງຖູຍ. ຫລັງຈາກນັ້ນ ໝູ່ບ້ານນີ້ ຖືກຕັ້ງຊື່ໃຫມ່ວ່າແມ່ນ ແທງຖູຍແຈ໋ງແຕ່ປະຊາຊົນຢູ່ທີ່ນີ້ຍັງຄົງລຶ້ງເຄີຍເອີ້ນວ່າ ແທງຕວ່ານ. ໝູ່ບ້ານ ແທງຖູຍແຈ໋ງ ປະຈຸບັນ ມີປະມານ 3000 ຄອບຄົວ ດຳລົງຊີວິດຕົ້ນຕໍດ້ວຍອາຊີບປູກເຂົ້ານາທາມ. ເມື່ອມີເວລາຫວ່າງ, ຊາວທ້ອງຖິ່ນ ຍັງເຮັດອາຊີບເສີມຄື: ເຮັດກຸບ, ເຮັດເຂົ້າຫນົມ, ຫຼອມບັນດາອຸປະກອນຜະລິດກະສິກຳ…. ຢູ່ ໃຈກາງຂອງໝູ່ບ້ານມີເຮືອນຫລັງຫນຶ່ງວາງສະແດງບັນດາອຸປະກອນຜະລິດກະສິກຳໄດ້ຮັບການກໍ່ສ້າງເມື່ອທ້າຍປີ 2014, ແນະນຳກ່ຽວກັບປະຫວັດສາດ ແລະ ວັດທະນະທຳ, ອາຊີບກະສິກຳ, ຫາປາ ແລະ ຊີວິດປະຈຳວັນຂອງຊາວບ້ານ ແທງຖູຍແຈ໋ງ. ທ່ານ ຫງວຽນເມົ້າຮ່ວາ, ຮອງປະທານຄະນະກຳມະການປະຊາຊົນ ຕາແສງ ຖູຍແທງ ໃຫ້ຮູ້ວ່າ: “ບັນດາວັດຖຸພັນໃນເຮືອນວາງສະແດງອຸປະກອນຜະລິດກະສິກຳແມ່ນຕິດພັນກັບບັນດາເລື່ອງລາວຂອງຊາວບ້ານ ແທງຕວານ ເລົ່າໃຫ້ຟັງ. ຜູ້ບັນລະຍາຍ, ແນະນຳແມ່ນຊາວທ້ອງຖິ່ນ ຈະສະແດງຄືນບັນດາການເຄື່ອນໄຫວ, ວິທີເຮັດກະສິກຳເພື່ອໃຫ້ນັກທ່ອງທ່ຽວມີຄວາມເຂົ້າໃຈກ່ຽວກັບຊີວິດທາງດ້ານເສດຖະກິດ, ວັດທະນະທຳຂອງປະຊາຊົນຢູ່ທີ່ນີ້.” ເຂດບ້ານນາທີ່ສະຫງົບສຸກ ຢູ່ແທງຖູຍແຈ໋ງ
TAG
VOV/VOVworld/ຂົວດິນຂໍ/ແທງຕວານ/ແທງຖູຍແຈ໋ງ
Related






