VOV WorldVOV World
ເສີມຂະຫຍາຍຄຸນຄ່າບັນດາຂະແຫນງທ່າແຮງໃນສັນຍາ RCEP
08/12/2020 12:00
(VOVWORLD) - ສັນຍາຄູ່ຮ່ວມມືຮອບດ້ານພາກພື້ນ (RCEP) ຄາດວ່າຈະຊຸກຍູ້ການພັດທະນາຂອງບັນດາລະບົບມູນຄ່າໃນພາກພື້ນແລະ ທົ່ວໂລກ; ພັດທະນາເສດຖະກິດຂອງບັນດາປະເທດ ອາຊຽນ ໃນນັ້ນ ມີຫວຽດນາມ ແລະ ບັນດາປະເທດຄູ່ຮ່ວມມື. ສັນຍາ RCEP ຈະເປີດກາລະໂອກາດໃຫ້ແກ່ວິສາຫະກິດ ຫວຽດນາມ ຍູ້ແຮງການສົ່ງອອກ, ເຂົ້າຮ່ວມບັນດາລະບົບມູນຄ່າໃຫມ່ໃນພາກພື້ນ ແລະ ເພີ່ມທະວີການດຶງດູດການລົງທຶນຕ່າງປະເທດ.
ເສີມຂະຫຍາຍຄຸນຄ່າບັນດາຂະແຫນງທ່າແຮງໃນສັນຍາ RCEP
 ສັນຍາ RCEPຈະເປີດກາລະໂອກາດໃຫ້ ວິສາຫະກິດຫວຽດນາມຍູ້ແຮງການສົ່ງອອກ ພາຍຫລັງສັນຍາ RCEP ມີຜົນສັກສິດ, ບັນດາສະມາຊິກ ຈະປະຕິບັດບັນດາຄຳໝັ້ນສັນຍາຂອງຕົນຢ່າງທັນທີ, ໃນນັ້ນ ມີບັນດາຄຳໝັ້ນສັນຍາດ້ານພາສີ. ຫວຽດນາມ ແລະ ບັນດາປະເທດຄູ່ຮ່ວມມື ຈະລົບລ້າງພາສີສຳລັບຢ່າງຫນ້ອຍສຸດ 64% ປະເພດພາສີ. ບັນດາປະເທດ ອາຊຽນ ຈະລົບລ້າງພາສີໃຫ້ແກ່ຫວຽດນາມ ໃນລະຫວ່າງ 85,9 - 100% ປະເພດພາສີ. ບາງປະເພດສິນຄ້າຖືກລົບລ້າງພາສີຈາກບັນດາປະເທດພາຍຫລັງສັນຍາມີຜົນສັກສິດ ນັ້ນຄື: ໂທລະຄົມມະນາຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ, ອຸປະກອນກົນຈັກ, ເຄື່ອງຈັກ, ເຄື່ອງອາໄຫລ່, ທາດເຄມີ... ແລະ ບັນດາຜະລິດຕະພັນຂອງຂະແຫນງກະສິກຳ. ທ່ານ ຫວໍຈີແທ່ງ ຜູ້ຊ່ຽວຊານເສດຖະກິດຖືວ່າ: RCEP ກໍ່ສ້າງ 3 ເງື່ອນໄຂໃຫຍ່ທີ່ສຸດ, ທີຫນຶ່ງ ແມ່ນບັນດາຂົງເຂດຮັບໃຊ້ການໃຊ້ສອຍ - ກຳລັງຊື້ນັບມື້ນັບໃຫຍ່ຫລວງ ມີຫລາຍຂົງເຂດຈະນຳມາເຊິ່ງກາລະໂອກາດດຳເນີນທຸລະກິດຄື: ການທ່ອງທ່ຽວ, ການສຶກສາ, ບັນເທິງ, ສາທາລະນະສຸກ, ການຂາຍຍ່ອຍ.. ແລະ ເມື່ອບັນດານັກລົງທຶນເຂົ້າມາ ແລະ ພ້ອມກັບບັນດາລະບົບຕ່ອງໂສ້ມູນຄ່າ ແມ່ນການເຂົ້າຮ່ວມນັ້ນ ພ້ອມກັບ logistic ອີກ ບໍ່ພຽງແຕ່ແມ່ນກາລະໂອກາດໃຫ້ແກ່ການພັດທະນາອຸດສາຫະກຳຫນູນຊ່ວຍເທົ່ານັ້ນ ຫາກຍັງແມ່ນບັນດາການບໍລິການຫນູນຊ່ວຍໃຫ້ແກ່ບັນດາເຄືອຂ່າຍການຜະລິດ ແລະ ບັນດາລະບົບສະຫນອງນີ້.” ສຳລັບຂົງເຂດກະສິກຳ, ປະເພດສິນໃນນ້ຳ ຈະແມ່ນຫນຶ່ງໃນບັນດາຂະແຫນງທີ່ມີກຳລັງແຮງແກ້ງແຍ່ງຢ່າງພຽງພໍ ແລະ ສາມາດແຊກຊຶມເຂົ້າບັນດາຕະຫລາດຂອງບັນດາຄູ່ຮ່ວມມື RCEP. ນອກນັ້ນ ເລື່ອງໃຫ້ຄຳໝັ້ນສັນຍາຫລຸດຜ່ອນພາສີຂອງຈີນ, ຍີ່ປຸ່ນ, ນິວຊີແລນ, ອົດສະຕາລີ ແລະ ບັນດາປະເທດອາຊຽນ ລົງຢູ່ໃນລະດັບ 0% ພາຍຫລັງ ສັນຍາມີຜົນສັກສິດ ແລະ ຂອງ ສເກົາຫລີ ພາຍຫລັງວິວັດການໝັ້ນໝາຍແມ່ນ 10 - 15ປີ ສຳລັບປະເພດສິນໃນນ້ຳສ່ວນໃຫຍ່ຂອງຫວຽດນາມ ຈະເປີດກາລະໂອກາດໃຫມ່ໃຫ້ແກ່ຫວຽດນາມ ເພື່ອສົ່ງອອກສິນຄ້າທີ່ມີທ່າແຮງເຂົ້າຕະຫລາດບັນດາປະເທດໃນສັນຍາ RCEP ໄດ້ຢ່າງໄວວາ ແລະ ສະດວກກວ່າ. ສິນໃນນ້ຳຈະແມ່ນຫນຶ່ງໃນບັນດາຂະແຫນງມີິີກຳລັງແກ້ງແຍ່ງພຽງພໍແລະສາມາດແຊກຊຶມເຂົ້າຕະຫລາດຂອງບັນດາຄູ່ຮ່ວມມື RCEP  ພາບ:vietnam+  ຍ້ອນມີຄວາມກົມກຽວຂອງຫລັກການຕົ້ນກຳເນີດໃນສັນຍາ RCEP, ສິນຄ້າສົ່ງອອກຂອງຫວຽດນາມ ອາດຈະເພີ່ມຄວາມສາມາດຕອບສະຫນອງເງື່ອນໄຂເພື່ອຊົມໃຊ້ບຸລິມະສິດພາສີ. ທ່ານນາງ ຫງວຽນທິກີ່ງງາ ຮອງຫົວຫນ້າກົມການຄ້າຫລາຍຝ່າຍ ສັງກັດກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:  “ຈຸດທີ່ແຕກຕ່າງກັນຂອງສັນຍາສະບັບນີ້ ແມ່ນແທນທີ່ 5 ສັນຍາການຄ້າເສລີ (FTA) ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືກ່ອນນີ້, ພວກເຮົາຕ້ອງນຳໃຊ້ ແລະ ປະຕິບັດຕາມ 5 ປະມວນຫລັການຕົ້ນກຳເນີດເພື່ອໃຫ້ສິນຄ້າເມື່ອສົ່ງອອກໄປຍັງຕະຫລາດນັ້ນໆໄດ້ຊົມໃຊ້ບຸລິມະສິດພາສີ ແມ່ນສັນຍານີ້ຈະສ້າງປະມວນຫລັກການຕົ້ນກຳເນີດທີ່ມີຄວາມກົມກຽວ.” ທ່ານນາງ ຫງວຽນທິທູຈາງ ຜູ້ອຳນວຍການສູນ WTO ແລະ ເຊື່ອມໂຍງ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ໃຫ້ຮູ້ວ່າ: RCEP ບໍ່ພຽງແຕ່ມີທ່າໄດ້ປຽບກ່ຽວກັບຕະຫລາດທີ່ມີຜູ້ບໍລິໂພກ 2,2 ຕື້ຄົນ, ຫາກສັນຍານີ້ຈະກວມລວມເກືອບທັງໝົດລະບົບຕ່ອງໂສ້ການຜະລິດບັນດາຜະລິດຕະພັນສົ່ງອອກທີ່ມີທ່າແຮງຂອງຫວຽດນາມ. ປະຈຸບັນ ຫວຽດນາມ ພວມນຳເຂົ້າວັດຖຸດິບ ຈາກ ຍີ່ປຸ່ນ, ສ.ເກົາຫລີ ເພື່ອຜະລິດເຄື່ອງເອເລັກໂຕນິກ, ນຳເຂົ້າວັດຖຸດິບເປັນສ່ວນຫລາຍຈາກຈີນ, ສ.ເກົາຫລີ ເພື່ອຜະລິດເຄື່ອງຕ່ຳແຜ່ນຕັດຫຍິບ... ເມື່ອ RCEP ມີຜົນສັກສິດຈະສ້າງບັນດາບຸລິມະສິດດ້ານພາສີຫລາຍທີ່ສຸດໃຫ້ແກ່ສິນຄ້າສົ່ງອອກຂອງຫວຽດນາມ ແລະ ບັນດາສະມາຊິກເມື່ອນຳໃຊ້ຫລັກການຕົ້ນກຳເນີດພາຍໃນກຸ່ມ. ນີ້ກໍ່ແມ່ນຈຸດແຕກຕ່າງກັນໃຫຍ່ສຸດຂອງສັນຍາ RCEP ເມື່ອທຽບໃສ່ບັນດາສັນຍາອື່ນໆ ຊື່ງຫວຽດນາມ ໄດ້ລົງນາມ.  RCEP ສ້າງກຳລັງດັນການແກ້ງແຍ່ງສິນຄ້າໃຫ້ແກ່ຫວຽດນາມ ຍ້ອນ ຫລາຍຄູ່ຮ່ວມມືມີຜະລິດຕະພັນຄ້າຍຄືຂອງຫວຽດນາມ ແຕ່ຄວາມສາມາດແກ້ງແຍ່ງ, ປະລິມານມູນຄ່າເພີ່ມກໍ່ສູງກວ່າເມື່ອທຽບໃສ່ຄວາມສາມາດປະຈຸບັນຂອງຫວຽດນາມ. ເພື່ອແກ້ງແຍ່ງກັບຜະລິດຕະພັນຂອງວິສາຫະກິດຢູ່ບັນດາປະເທດທີ່ມີທ່າໄດ້ປຽບສິນຄ້າອຸດົມສົມບູນ, ລາຄາຖືກນັ້ນ, ຮຽກຮ້ອງບັນດາວິສາຫະກິດຫວຽດນາມ ຕ້ອງຖືເປັນສຳຄັນການລົງທຶນເຕັກໂນໂລຊີ, ທັກສະການຄຸ້ມຄອງ ເພື່ອຍົກສູງສະມັດຕະພາບຄຸນນະພາບຜະລິດຕະພັນ, ກຳລັງແກ້ງແຍ່ງຂອງຕົນ.
TAG
VOV/VOVworld/​ຕົ້ນ​ກຳ​ເນີດ/ມູ​ນ​ຄ່າ​ເພີ່ມ

More