VOV WorldVOV World
ຫວຽ​ດ​ນາມ​ເພີ່ມ​ທະ​ວີການ​ໂຄ​ສະ​ນາ​, ຫັນ​ຕະຫຼາດ​ການ​ທ່ອງ​ທ່ຽວ​ເປັນ​ຫຼາຍ​ຮູບ​ແບບ
17/01/2023 07:00
(VOVWORLD) -ປີ 2023, ຂະແໜງການທ່ອງທ່ຽວຂອງ ຫວຽດນາມ ໄດ້ວາງເປົ້າໝາຍຮັບນັກທ່ອງທ່ຽວ ຈຳນວນ 110 ລ້ານເທື່ອຄົນ, ໃນນັ້ນມີປະມານ 8 ລ້ານເທື່ອຄົນ ແມ່ນນັກທ່ອງທ່ຽວສາກົນ. ເພື່ອປະຕິບັດສິ່ງນີ້, ການທ່ອງທ່ຽວ ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍມາດຕະການແກ້ໄຂ ເຊັ່ນ: ຍູ້ແຮງການໂຄສະນາ, ຍົກສູງຄຸນນະພາບຜະລິດຕະພັນການທ່ອງທ່ຽວ, ການບໍລິການທີ່ພັກອາໄສ, ພິເສດແມ່ນຫັນຕະຫຼາດການທ່ອງທ່ຽວເປັນຫຼາຍຮູບແບບ… ເພື່ອດຶງດູດນັກທ່ອງທ່ຽວສາກົນຫຼາຍກວ່າເກົ່າ.
ຫວຽ​ດ​ນາມ​ເພີ່ມ​ທະ​ວີການ​ໂຄ​ສະ​ນາ​, ຫັນ​ຕະຫຼາດ​ການ​ທ່ອງ​ທ່ຽວ​ເປັນ​ຫຼາຍ​ຮູບ​ແບບ
ຄວາມງາມຫາຍຊາຍທະເລ ຫວູງເຕົາ. (ພາບ:Báo Ảnh Việt Nam ກ່ອນທີ່ເກີດໂລກລະບາດໂຄວິດ-19, ບັນດາຫາດຊາຍທະເລຢູ່ພາກກາງຫວຽດນາມ ມີນັກທ່ອງທ່ຽວຊາວຈີນ, ສ.ເກົາຫຼີ ມາທ່ຽວຢ່າງແໜ້ນໜາ ດ້ວຍ tour ທີ່ມີເຖິງ 40 – 50 ຄົນ. ສະນັ້ນ ຜະລິດຕະພັນການທ່ອງທ່ຽວ ກໍ່ແນໃສ່ນັກທ່ອງທ່ຽວກຸ່ມນີ້ຫຼາຍ… ການສະຖິຕິສະແດງໃຫ້ເຫັນວ່າ: 70% ຈຳນວນນັກທ່ອງທ່ຽວສາກົນທີ່ມາຫວຽດນາມ ແມ່ນມາຈາກອາຊີຕາເວັນອອກສ່ຽງເໜືອ, ໃນນັ້ນ 32% ແມ່ນນັກທ່ອງທ່ຽວຈາກຈີນ. ຍາຈາງ, ຫວຸ້ງເຕົາ, ກໍ່ແມ່ນສະຖານທີ່ທ່ອງທ່ຽວຍອດນິຍົມຂອງນັກທ່ອງທ່ຽວຊາວລັດເຊຍ. ເຖິງຢ່າງໃດກໍຕາມ, ເມື່ອເກີດໂລກລະບາດໂຄວິດ-19, ປະຊາຊົນບັນດາປະເທດ ໄດ້ຈຳກັດການເດີນທາງໄປທ່ອງທ່ຽວ ເຊິ່ງໄດ້ສົ່ງຜົນກະທົບເຖິງຂະແໜງການທ່ອງທ່ຽວ ຫວຽດນາມ ແລະ ບັນດາທ້ອງຖິ່ນ... ແຕ່ນີ້ກໍ່ແມ່ນກາລະໂອກາດ ເພື່ອໃຫ້ການທ່ອງທ່ຽວ ຫວຽດນາມ ໄດ້ຫັນທິດພັດທະນາໃໝ່, ຍົກສູງຄຸນນະພາບການບໍລິການ, ຜະລິດຕະພັນການທ່ອງທ່ຽວ, ກໍ່ຄືການເພີ່ມທະວີການໂຄສະນາ, ຫັນຕະຫຼາດການທ່ອງທ່ຽວເປັນຫຼາຍຮູບແບບ. ທ່ານນາງ Michelle Dupont, ນັກທ່ອງທ່ຽວຊາວຝລັ່ງ, ແບ່ງປັນວ່າ ຫວຽດນາມ ມີທິວທັດອັນສວຍງາມຫຼາຍທີ່ສຸດ, ອາຫານແຊບ, ແຕ່ນັກທ່ອງທ່ຽວຊາວຝລັ່ງ ຍັງບໍ່ທັນມີຂໍ້ມູນກ່ຽວກັບການທ່ອງທ່ຽວ ຫວຽດນາມ ຫຼາຍປານໃດ. ມາຮອດນີ້ , ຂ້າພະເຈົ້າ ຈິ່ງ ຮູ້ວ່າ ຫວຽດນາມ ໄດ້ເປີດ ປະຕູ ການທ່ອງທ່ຽວຢ່າງແທ້ຈິງ ພາຍຫຼັງ ໂລກລະບາດໂຄວິດ 19. ເງື່ອນໄຂ ຂໍ້ບັງຄັບກ່ຽວກັບທາງ ການແພດ ກໍ່ບໍ່ໄດ້ບັງຄັບໃຊ້ແລ້ວ , ບໍ່ ຕ້ອງກວດຫາເຊື້ອໂຄວິດ -19, ໃນຂະນະ ນັ້ນ , ບາງຕະຫຼາດ ອາຊີ ຍັງ ຄົງ ຮຽກຮ້ອງໃຫ້ມີການ ກວດຫາເຊື້ອ . ສິ່ງ ນີ້ ທີ່ ຈິງຈະ ຕ້ອງ ໄດ້ ເນັ້ນໜັກ ສຳລັບນັກທ່ອງທ່ຽວສາກົນຮູ້ຫຼາຍ ກວ່າເກົ່າ . ພິເສດ , ຢູ່ຝ ລັ່ ງ , ພວກເຮົາບໍ່ເຫັນ ບັນດາ ໂປສເຕີແນະນຳ ໂຄສະນາ ສະຖານທີ່ ທ່ອງທ່ຽວ ອັນສວຍງາມຂອງ ຫວຽດນາມ ແລະ ດູດ ດື່ມ ຈົນເຮັດໃຫ້ ນັ ກ ທ່ອງທ່ຽວ ຕ້ອງເລັ່ງເຂົ້າ ມາ ຄົ້ນຫາ ຫວຽດນາມ ໃນທ ັນທີ. ຕໍ່ຫນ້າສະພາບການດັ່ງກ່າວ, ຂະແຫນງທ່ອງທ່ຽວຫວຽດນາມ ໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງເພື່ອແນະນຳ, ໂຄສະນາ ຢູ່ ຫລາຍປະເທດ, ເຂດແຄ້ວນ…ທ່ານ ຟ້າມຮ່າ, ປະທານ ບໍລິສັດທ່ອງທ່ຽວ Lux Group, ຖືວ່າ ນອກຈາກເລື່ອງຍູ້ແຮງການສົ່ງເສີມບັນດາຕະຫລາດຊັ້ນສູງໃຫມ່ ຄື: ອົດສະຕາລີ, ນິວເຊີແລນ, ເອີລົບຕາເວັນຕົກ ແລະ ເອີລົບຕາເວັນອອກ, ບັນດາທ້ອງຖິ່ນ ແລະ ວິສາຫະກິດ ຄວນວິເຄາະຕະຫລາດ, ຄວາມນິຍົມຂອງແຂກທ່ອງທ່ຽວຢູ່ແຕ່ລະເຂດ ເພື່ອຕອບສະຫນອງຄວາມຕ້ອງການຂອງລູກຄ້າໃຫ້ດີກວ່າ. ພາຍຫລັງໂລກລະບາດໂຄວິດ 19 ໄດ້ຮັບການຄວບຄຸມ, ມີຫລາຍບໍລິການການບິນ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ມີຄວາມເປັນເຈົ້າການໃນການຊອກຫາຕະຫລາດທີ່ມີຄວາມສາມາດບົ່ມຊ້ອນໃຫມ່ຄື: ອິນເດຍ, ມາເລເຊຍ.. ດ້ວຍເລື່ອງເພີ່ມຖ້ຽວບິນໂດຍກົງລະຫວ່າງສອງປະເທດ. ມາຮອດຈຸດເວລານີ້ ບັນດາສາຍການບິນຕ່າງປະເທດເຊື່ອມຕໍ່ບັນດາທະວີບ ແລະ ສາຍທ່ອງທ່ຽວທາງທະເລຫລາຍສາຍ ເກືອບຄືວ່າໄດ້ກັບຄືນສູ່ເປັນປົກກະຕິຄືກ່ອນທີ່ຈະເກີດໂລກລະບາດໂຄວິດ 19 ແລ້ວ. ຄວາມມານະພະຍາຍາມນັ້ນ ເບື້ອງຕົ້ນບັນລຸໝາກຜົນດີສົມຄວນຊື່ງສະແດງໃຫ້ເຫັນໃນໂອກາດວັນບຸນຄຼິດສະມາດ ແລະ ປີໃຫມ່ສາກົນ 2023, ຫລາຍນະຄອນຄື ຮ່າໂນ້ຍ, ນະຄອນໂຮ່ຈິມີນ ໄດ້ຕ້ອນຮັບແຂກທ່ອງທ່ຽວເປັນຈຳນວນຫລາຍຈາກບັນດາຕະຫລາດດັ່ງກ່າວ. ເອື້ອຍ Ather Paswan ນັກທ່ອງທ່ຽວມາຈາກ ອິນເດຍ ໃຫ້ຮູ້ວ່າ:  “ຫວຽດນາມ ແມ່ນປະເທດທີ່ສວຍງາມ. ເປັນຄັ້ງທຳອິດຂ້າພະເຈົ້າມາທ່ຽວຢູ່ ຫວຽດນາມ ແລະ ເຫັນວ່າທິວທັດທຳມະຊາດ, ທັດສະນິຍະພາບຢູ່ ຮ່າໂນ້ຍ, ໂຮ້ຍອານ, ນະຄອນ ໂຮ່ຈີມິນ ແມ່ນສວຍງາມ ຫລາຍ . ລະຫວ່າງ ອິນເດຍ ແລະ ຫວຽດນາມ ມີຄວາມສະຫນິດສະຫນົມ ແລະ ມີຈຸດຄ້າຍຄືກັນ ແລະ ພວກຂ້າພະເຈົ້າກໍ່ໄດ້ຮັບຟັງຫລາຍສິ່ງຫລາຍຢ່າງທີ່ດີກ່ຽວກັບປະເທດ ຫວຽດນາມ” . ນັກທ່ອງທ່ຽວຕ່າງປະເທດໃນໂອກາດວັນບຸນຄຼິດສະມາດ ແລະ ຕ້ອນຮັບປີໃຫມ່ສາກົນ 2023 ຢູ່ ຫວຽດນາມ. (ພາບ: tuoitrethudo.com.vn ) ທ່ານ ຮ່ວາງເຍີນຈິງ, ຫົວຫນ້າຄະນະເລຂາສະພາໃຫ້ຄຳປຶກສາການທ່ອງທ່ຽວ ຖືວ່າ: ຫວຽດນາມ ພວມປະຕະຫລາດທ່ອງທ່ຽວຂັ້ນສູງສ່ວນໃດສ່ວນຫນຶ່ງ ໝາຍຄວາມວ່າ ເວົ້າເຖິງນັກທ່ອງທ່ຽວສູງອາຍຸ, ມີຄວາມຕ້ອງການພັກຜ່ອນບຳລຸງສຸຂະພາບໃນເວລາຫລາຍມື້, ມີຄວາມສາມາດໃນການໃຊ້ຈ່າຍສູງ. ເພື່ອດຶງດູດຈຳນວນນັກທ່ອງທ່ຽວດັ່ງກ່າວ, ນອກຈາກແກ່ຍາວການກຳນົດເວລາຂອງວິຊາ ແລ້ວ, ຄວນພັດທະນາບັນດາບໍລິການມູນຄ່າເພີ່ມຄື: ກວດປິ່ນປົວພະຍາດ, ຊື້ເຄື່ອງຂອງ, ອາຫານການກິນ… ໃນເຂດພັກຜ່ອນເລີຍເພື່ອໃຫ້ນັກທ່ອງທ່ຽວໄດ້ເຂົ້າເຖິງ ພ້ອມທັງເພີ່ມການເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນ ແລະສະຖານທີ່ທ່ອງທ່ຽວ.   “ພວກເຮົາຄວນປ່ຽນແປງຈິນຕະນາການໃນການເຮັດການທ່ອງທ່ຽວ. ທ່ອງທ່ຽວແມ່ນຂະແຫນງເສດຖະກິດປາຍແຫລມ ສະນັ້ນ ຕ້ອງຄິດເຖິງປະສິດທິຜົນດ້ານເສດຖະກິດ, ສ້າງລາຍຮັບສູງຈາກນັກທ່ອງທ່ຽວ. ກ່ອນນີ້ ພວກຂ້າພະເຈົ້າໄດ້ສະເຫນີ ສົ່ງເສີມບັນດາຕະຫລາດ ທີ່ ມີຄວາມສາມາດເຮັດບໍລິການທ່ອງທ່ຽວເປັນຫລາຍວັນ, ນັກທ່ອງທ່ຽວມີຄວາມສາມາດໃຊ້ຈ່າຍສູງ, ປະກອບສ່ວນປັບປຸງສະພາບແວດລ້ອມທຳມະຊາດ” . ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ພ້ອມກັບບັນດາບໍລິສັດທ່ອງທ່ຽວ ໄດ້ສະເຫນີຫລາຍນະໂຍບາຍລະອຽດເພື່ອດຶງດູດນັກທ່ອງທ່ຽວສາກົນ, ໃນນັ້ນ ມີເລື່ອງສະເຫນີນຳໃຊ້ການອອກວິຊາທາງເອເລັກໂຕນິກໃຫ້ແຂກທ່ອງທ່ຽວຕ່າງປະເທດ, ສືບຕໍ່ຫັນລະບຽບການອອກວິຊາໃຫ້ງ່າຍດ່າຍ ແລະ ເພີ່ມທະວີການໝູນໃຊ້ເຕັກໂນໂລຊີ. ວຽກງານສົ່ງເສີມການໂຄສະນາຈະໄດ້ດຳເນີນຢ່າງຕັ້ງຫນ້າໃນທັງປີ. ດ້ວຍຄວາມມານະພະຍາຍາມທັງໝົດຈາກລັດຖະບານ, ຂະແຫນງທ່ອງທ່ຽວ ແລະ ບັນດາທ້ອງຖິ່ນ, ວິສາຫະກິດ, ຄາດໝາຍຕ້ອນຮັບນັກທ່ອງທ່ຽວ 110 ລ້ານເທື່ອຄົນ, ໃນນັ້ນ ມີນັກທ່ອງທ່ຽວສາກົນ ປະມານ 8 ລ້ານເທື່ອຄົນ ຊື່ງ ຫວຽດນາມ ວາງອອກໃນປີ 2023 ແມ່ນມີຄວາມສາມາດເປັນໄປໄດ້.
TAG
VOV/VOVworld/ໝູນໃຊ້ເຕັກໂນໂລຊີ/ຂະແຫນງທ່ອງທ່ຽວ