VOV WorldVOV World
ຄວາມໝັ້ນແກ່ນຂອງຖານະບົດບາດ ຫວຽດນາມ
01/01/2021 04:00
(VOVWORLD) - ໂດຍບໍ່ຫົວຊາຕໍ່ການກະທົບຢ່າງຫນັກຫນ່ວງຈາກໂລກລະບາດໂຄວິດ 19 ແລະ ສະພາບມືດມົນຂອງພື້ນຖານເສດຖະກິດທົ່ວໂລກ, ເສດຖະກິດຫວຽດນາມ ຍັງຄົງໄດ້ຮັບການຄາດຄະເນວ່າ ຈະບັນລຸການເຕີບໂຕສູງ ແລະ ຫວຽດນາມ ສືບຕໍ່ແມ່ນຈຸດເດັ່ນຂອງເສດຖະກິດໂລກປີ 2021.
ຄວາມໝັ້ນແກ່ນຂອງຖານະບົດບາດ ຫວຽດນາມ
ຫວຽດນາມໄດ້ຮັບຖືວ່າ ແມ່ນແບບຢ່າງດີເດັ່ນໃນການປ້ອງກັນຕ້ານໂລກລະບາດໂຄວິດ 19 ພາບ:ກະຊວງສາທາລະນະສຸກ ບົດລາຍງານການຄົ້ນຄ້ວາທົ່ວໂລກ ຂອງທະນາຄານ Standard Chartered ມີຫົວຂໍ້ວ່າ: "Vietnam - Q3 disruption, but recovery remains intact" ແປວ່າ: ຫວຽດນາມ - ການເຕີບໂຕຖືກຢຸດສະງັກຊົ່ວຄາວໃນໄຕມາດ 3 ແຕ່ມີແງ່ຫວັງການຟື້ນຟູຢ່າງເປັນປົກກະຕິ” ຊື່ງໄດ້ປະກາດຫວ່າງມໍ່ໆມານີ້ໄດ້ໃຫ້ຂໍ້ສັງເກດວ່າ: ຫວຽດນາມ ຈະບັນລຸການເຕີບໂຕຢູ່ໃນລະດັບ 7,8% ໃນປີ 2021 ສູງທົບກວ່າ 2,5 ເທົ່າລະດັບເຕີບໂຕປີ 2020 ເຄີຍໄດ້ຮັບຖືວ່າແມ່ນລະດັບປະທັບໃຈ ແລະ ແມ່ນຈຸດເດັ່ນຂອງເສດຖະກິດໂລກ. ພ້ອມກັບທ່າອ່ຽງນັ້ນ ອົງການຈັດອັນດັບຄວາມໄວ້ວາງໃຈສາກົນ S&P Global Ratings ຄາດຄະເນວ່າ ຫວຽດນາມ ອາດສາມາດບັນລຸການເຕີບໂຕ GDP ຢູ່ໃນລະດັບ 11,2% ໃນປີ 2021. ກ່ອນຫນ້ານັ້ນ ບົດລາຍງານອັບເດດແງ່ຫວັງການພັດທະນາ ອາຊີ  (ADO) 2020 ຂອງທະນາຄານພັດທະນາອາຊີ (ADB) ປະກາດໃນວັນທີ 15 ກັນຍາ ວ່າ ການເຕີບໂຕ GDP ຂອງຫວຽດນາມປີ 2021 ອາດຈະບັນລຸ 6,3%. ບັນດາຜູ້ຊ່ຽວຊານເສດຖະກິດໃຫ້ຂໍ້ສັງເກດວ່າ: ແງ່ຫວັງການພັດທະນາ ຍັງໃຫຍ່ຫລວງຢູ່ເພື່ອໃຫ້ຫວຽດນາມ ຊຸກຍູ້ການເຕີບໂຕ ໃນຂະນະທີ່ບັນດາພື້ນຖານເພື່ອສ້າງກຳລັງຫນູນພັດທະນາທີ່ມີຢູ່ແລ້ວ. ກ່າວຄຳເຫັນທີ່ “ເວທີປາໄສເສດຖະກິດ ປີ 2021”: ບ່ອນອີງເພື່ອຟື້ນຟູ ແລະ ພັດທະນາ” ຊື່ງດຳເນີນໃນທ້າຍເດືອນ ພະຈິກ ປີ 2020, ທ່ານ ຫວູຕຽນລົກ ປະທານຫ້ອງການການຄ້າອຸດສາຫະກຳຫວຽດນາມ ເນັ້ນຫນັກວ່າ:  “ ຂຸດຄົ້ນບັນດາຄວາມບົ່ມຊ້ອນຂອງລະບອບ, ຂອງສະພາບແວດລ້ອມແຫ່ງການດຳເນີນທຸລະກິດເປັນຢ່າງດີນັ້ນ ຈະສ້າງເປັນກຳລັງຫນູນໃຫ້ແກ່ການພັດທະນາ. ເລື່ອງຍົກເລີກຮົ້ວກີດຂວາງ, ຫັນລະບຽບການເປັນງ່າຍດ່າຍ ເພື່ອສາມາດລະດົມທຸກແຫລ່ງກຳລັງຂອງທົ່ວປວງຊົນເຂົ້າໃນພາລະກິດແຫ່ງການພັດທະນາ, ເພື່ອສາມາດຍູ້ໄວຄວາມຄືບຫນ້າການກໍ່ສ້າງ ແລະ ນຳບັນດາໂຄງການເຂົ້າເຄື່ອນໄຫວ ນັ້ນຈະແມ່ນແຫລ່ງກຳລັງໃຫຍ່ສຸດໃຫ້ແກ່ການພັດທະນາໃນປີ 2021.”
TAG
VOV/VOVworld/ຜົນ​ງານ​/ເວ​ທີ ສາ​ກົນ

More