ນະຄອນ ໂຮ່ຈີມິນ ຍູ້ແຮງການຮ່ວມສຳພັນໃນການປຸງແຕ່ງເລິກ, ຍົກສູງປະສິດທິຜົນໃນການຮັກສາສະຖຽນລະພາບຂອງຕະຫຼາດ
31/01/2023 06:25
(VOVWORLD) -ໂດຍໄດ້ຮັບຖືວ່າແມ່ນ “ເຄື່ອງໝາຍການຄ້າ” ຂອງ ນະຄອນ ໂຮ່ຈີມິນ, ໃນໄລຍະ 20 ປີຜ່ານມາ, ໂຄງການ “ຮັກສາສະຖຽນລະພາບຂອງຕະຫຼາດ” ໄດ້ສ້າງແຫຼ່ງສະໜອງສິນຄ້າໃຊ້ສອຍທີ່ຈຳເປັນໄດ້ເປັນປົກກະຕິ ດ້ວຍລະດັບລາຄາທີ່ຍາມໃດກໍຕ່ຳກວ່າລາຄາຕະຫຼາດ, ປະກອບສ່ວນເຂົ້າໃນວິວັດທະນາການພັດທະນາເສດຖະກິດ - ສັງຄົມຂອງນະຄອນ ໄດ້ເປັນປົກກະຕິ. ໂດຍອີງໃສ່ຜົນງານທີ່ບັນລຸໄດ້, ນະຄອນ ໂຮ່ຈີມິນ ໄດ້ວາງອອກຫຼາຍມາດຕະການຢ່າງມີປະສິດທິຜົນ ເພື່ອແນໃສ່ເປີດກວ້າງຂອບຂະໜາດ ແລະ ປະສິດທິຜົນຂອງໂຄງການ, ໃນນັ້ນ ເອົາໃຈໃສ່ເຖິງການຍົກສູງຄຸນນະພາບຜະລິດຕະພັນຕາມທິດປຸງແຕ່ງເລິກ.

ໜຶ່ງໃນບັນດາໝາກຜົນສຳຄັນທີ່ບັນລຸໄດ້ຈາກໂຄງການ “ຮັກສາສະຖຽນລະພາບຂອງຕະຫຼາດ” ຢູ່ນະຄອນ ໂຮ່ຈີມິນ ນັ້ນແມ່ນ ເລື່ອງຮັກສາລາຄາສິນຄ້າເປັນປົກກະຕິນັບມື້ນັບເຂົ້າເຖິງຫຼາຍເປົ້າໝາຍຈຸດສຸມຄື ກຳມະກອນ, ຄອບຄົວມີລາຍຮັບຕ່ຳ… ປ້າ ຫງວຽນຮົ່ງທູ ຢູ່ນະຄອນ ຖູດຶກ, ເຊິ່ງເປັນເຂດທີ່ມີກຳມະກອນ ແລະ ຊາວຜູ້ອອກແຮງດຳລົງຊີວິດເປັນຈຳນວນຫຼາຍ ດ້ວຍແຫຼ່ງລາຍຮັບຈຳກັດ, ໃຫ້ຮູ້ວ່າ: ຫຼາຍປີມານີ້, ຄອບຄົວຂອງປ້າສ່ວນຫຼາຍແມ່ນຊື້ເຄື່ອງໃຊ້ສອຍທີ່ຈຳເປັນ ກໍຄືອຸປະກອນການຮຽນໃຫ້ລູກເຕົ້າ ຢູ່ຈຸດຮ້ານຂາຍເຄື່ອງຂອງໂຄງການ “ຮັກສາສະຖຽນລະພາບຂອງຕະຫຼາດ" ເຊິ່ງລາຄາຈະຕ່ຳກວ່າລາຄາຕະຫຼາດແຕ່ 5 – 10%, ອັນໄດ້ຊ່ວຍໃຫ້ຄອບຄົວຂອງປ້າ ກໍຄືບັນດາຄອບຄົວປະຊາຊົນທີ່ມີແຫຼ່ງລາຍຮັບຈຳກັດ ປະຢັດຄ່າໃຊ້ຈ່າຍປະຈຳວັນ. ປ້າ ທູ ແບ່ງປັນວ່າ: “ສິ່ງທີ່ສະດວກທີ່ສຸດສຳລັບຂ້າພະເຈົ້າແມ່ນ ອອກຈາກເຮືອນໄປ ແລ້ວຍ່າງໄປໜ້ອຍໜຶ່ງກໍຈະມີບັນດາບ່ອນຂາຍເຄື່ອງຕ່າງໆຄື: Vissan, Satra, Co.op Mart… ມັນສະດວກຫຼາຍ, ຊ່ວຍໃຫ້ຂ້າເຈົ້າສາມາດຊື້ເຄື່ອງຂອງສິນຄ້າດ້ວຍລາຄາ ທີ່ ເປັນປົກກະຕິ. ຜ່ານນັ້ນ ກໍຫຼຸດຜ່ອນຄ່າໃຊ້ຈ່າຍໃນຄອບຄົວ ແລະ ມີຄວາມອຸ່ນອ່ຽນໃຈກ່ຽວກັບຄຸນນະພາບຂອງສິນຄ້າ”.
TAG
VOV/VOVworld/ລາຄາ/ຕະຫຼາດ/ເປັນປົກກະຕິ/ນະຄອນ ໂຮ່ຈີມິນ




.jpg)



