VOV WorldVOV World
ພັດ​ທະ​ນາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ທ່ອງ​ທ່ຽວ​ຊີ​ວະ​ພາບ ບ່າ​ເຣ້ຍ - ຫວູງ​ເຕົາ
21/12/2020 10:00
(VOVWORLD) -ທ່ອງທ່ຽວ ຊີວະພາບ, ຮູບແບບການທ່ອງທ່ຽວໂດຍອີງໃສ່ທຳມະຊາດ ແລະ ວັດທະນະທຳຂອງທ້ອງຖິ່ນຕິດພັນກັບການສຶກສາກ່ຽວກັບສິ່ງແວດລ້ອມ ແມ່ນສິ່ງທີ່ນັບມື້ນັບມີນັກທ່ອງທ່ຽວຫລາຍຄົນຢູ່ພາຍໃນ ແລະ ຕ່າງປະເທດເລືອກເຟັ້ນ. ໂດຍກຳແຫນ້ນໄດ້ທ່າອ່ຽງນັ້ນ ຂະແຫນງທ່ອງທ່ຽວ ບ່າເຣ້ຍ - ຫວູງເຕົາ ດ້ວຍທ່າໄດ້ປຽບຫລາຍຢ່າງ ແລະ ຄວາມສາມາດບົ່ມຊ້ອນພັດທະນາການທ່ອງທ່ຽວຊີວະພາບ ໄດ້ ແລະ ພວມມີບັນດານະໂຍບາຍ ແລະ ມາດຕະການລະອຽດ ເພື່ອພັດທະນາການທ່ອງທ່ຽວຊີວະພາບຕິດພັນກັບຜົນປະໂຫຍດຂອງວົງຄະນາຍາດ.
ພັດ​ທະ​ນາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ທ່ອງ​ທ່ຽວ​ຊີ​ວະ​ພາບ ບ່າ​ເຣ້ຍ - ຫວູງ​ເຕົາ
    ດ້ວຍແຄມຝັ່ງທະເລມີລວງຍາວກວ່າ 300 ກິໂລແມັດ, ນ້ຳທະເລຂຽວສະອາດ, ບັນດາປູຊະນີຍະສະຖານ, ທິວທັດທຳມະຊາດສວຍງາມ, ມີປ່າດົງດິບ…ບັນດາຄວາມສາມາດບົ່ມຊ້ອນທຳມະຊາດນີ້ ລ້ວນແຕ່ສາມາດຂຸດຄົ້ນເພື່ອຮັບໃຊ້ບັນດາການເຄື່ອນໄຫວທ່ອງທ່ຽວ ພິເສດແມ່ນຮູບແບບທ່ອງທ່ຽວຊີວະພາບ. ຢູ່ ບໍລິເວນ ບ່າເຣ້ຍ - ຫວູງເຕົາ ໃນໄລຍະຜ່ານມາ ໄດ້ສ້າງບັນດາສະຖານທີ່ທ່ອງທ່ຽວຊີວະພາບ ນຳມາໃຫ້ນັກທ່ອງທ່ຽວຄວາມຮູ້ສຶກສະຫວາດສະເຫວີຍ, ເຊື່ອມຕົວເຂົ້າກັບທຳມະຊາດທີ່ສະຫງົບງຽບ. ເລື່ອງຂຸດຄົ້ນ ລ້ຽງປູກສິນໃນນ້ຳ ປົກປັກຮັກສາປ່າຊາຍເລນໄດ້ຮັບການປະຕິບັດ, ເຊື່ອມຕໍ່ກັບບັນດາ Tour ທ່ອງທ່ຽວ ໄລຍະສັ້ນ ຢ້ຽມຊົມໝູ່ບ້ານຫັດຖະກຳ ອັນໄດ້ດຶງດູດນັກທ່ອງທ່ຽວມາຢ້ຽມຢາມ ບ່າເຣ້ຍ - ຫວູງເຕົາ ນັບມື້ນັບຫລາຍ.
TAG
VOV/VOVworld/ທ່ອງ​ທ່ຽວ​ຊ​ີ​ວະ​ພາບ/ບ່າເຣ້ຍ - ຫວູງເຕົາ

More