ສ້າງ ແລະ ພັດທະນາບັນດາເຄື່ອງໝາຍຜະລິດຕະພັນພິເສດຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໃຫ້ຍືນຍົງ
13/07/2021 10:06
(VOVWORLD) - ໃນສະພາບການເຊື່ອມໂຍງ ແລະ ພັດທະນາ, ເລື່ອງສ້າງ ແລະ ພັດທະນາບັນດາເຄື່ອງໝາຍການຄ້າໃຫ້ແກ່ບັນດາຜະລິດຕະພັນພິເສດຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແມ່ນມີຄວາມໝາຍສຳຄັນຫລາຍຢ່າງ. ເລື່ອງນີ້ ທັງປະກອບສ່ວນໂຄສະນາ, ເພີ່ມມູນຄ່າຂອງຜະລິດຕະພັນ ທັງເປັນການປະຕິບັດຊັບສິນທາງປັນຍາ. ນີ້ກໍ່ແມ່ນພື້ນຖານດ້ານນິຕິກຳສຳຄັນ ເພື່ອຕໍ່ສູ້ຕ້ານສິນຄ້າປອມ, ສິນຄ້າລອກແບບ, ຮັບປະກັນສະພາບແວດລ້ອມການແກ້ງແຍ້ງຢ່າງປອດໃສ, ປົກປ້ອງສິດຜົນປະໂຫຍດຂອງນັກຜະລິດ ແລະ ຜູ້ບໍລິໂພກ.

ນັກວິສາວະກອນ ຕີລາຄາຄຸນນະພາບເຂົ້າ ຢູ່ ແຂວງອານຢາງ (ພາບ:ສຳນັກຂ່າວສານຫວຽດນາມ) ຕາມກົມຊັບສິນທາງປັນຍາ (ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ) ແລ້ວ, ໃນຊຸມປີມໍ່ໆມານີ້ ບັນດາທ້ອງຖິ່ນ, ວິສາຫະກິດຂອງເຂດທົ່ງພຽງແມ່ນ້ຳຂອງ ໄດ້ຍູ້ແຮງວຽກງານກໍ່ສ້າງ ແລະ ພັດທະນາເຄື່ອງໝາຍການຄ້າໃຫ້ແກ່ບັນດາຜະລິດຕະພັນພິເສດຂອງທ້ອງຖິ່ນຕົນ. ເຂດທົ່ງພຽງແມ່ນ້ຳຂອງ ມີເນື້ອທີ່ກວ່າ 40.000 ກິໂລຕາແມັດ, ດ້ວຍເງື່ອນໄຂທຳມະຊາດທີ່ເອື້ອອຳນວຍ, ນີ້ບໍ່ພຽງແຕ່ແມ່ນອູ່ເຂົ້າ, ໝາກໄມ້, ສິນໃນນ້ຳຂອງທັງປະເທດເທົ່ານັ້ນ ຫາກຍັງແມ່ນສະຖານທີ່ມີຊື່ສຽງດ້ວຍຜະລິດຕະພັນກະເສດຫລາຍປະເພດອີກດ້ວຍ. ຫວ່າງມໍ່ໆມານີ້ ສະຖາບັນຄົ້ນຄ້ວາເຂົ້າເຂດທົ່ງພຽງແມ່ນ້ຳຂອງ ແລະ ກຸ່ມບໍລິສັດ ໂລກເຈີ່ຍ ໄດ້ລົງນາມສັນຍາການຮ່ວມມືຍຸດທະສາດ ໄລຍະ 2020 – 2025 ດ້ວຍເປົ້າໝາຍຄົ້ນຄ້ວາພັດທະນາແນວພັນເຂົ້າ ແລະ ເຄື່ອງໝາຍເຂົ້າສານຫວຽດນາມ ແບບຍືນຍົງ, ປັບປຸງທີ່ຕັ້ງແມ່ນເຂດຜະລິດເຂົ້າສານແຊບກວ່າໝູ່ໃນໂລກ. ປອ ເຈີນງອັກແທັກ, ຫົວຫນ້າ ສະຖາບັນຄົ້ນຄ້ວາເຂົ້າເຂດທົ່ງພຽງແມ່ນ້ຳຂອງ ໃຫ້ຮູ້ວ່າ:
TAG
VOV/VOVworld/ຜະລິດຕະພັນ OCOP/ຊັບພະຍາກອນທຳມະຊາດ




.jpg)



