ປີ 2026 ແມ່ນປີທຳອິດທີ່ປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມໄລຍະ 2026 – 2030 ດ້ວຍເປົ້າໝາຍການເຕີບໂຕບັນລຸລະດັບສູງນັ້ນ, ຄວາມຮຽກຮ້ອງຕ້ອງຮັບປະກັນສະໜອງໄຟຟ້ານັບມື້ນັບຫຼາຍຂຶ້ນ. ພ້ອມກັນນັ້ນ, ຄວາມຕ້ອງການນຳໃຊ້ໄຟຟ້າກໍ່ເພີ່ມຂຶ້ນສູງ, ພິເສດແມ່ນໃນລະດູແດດຮ້ອນ, ອັນໄດ້ວາງອອກຄວາມຮຽກຮ້ອງຕ້ອງການທີ່ຈຳເປັນກ່ຽວກັບການປະຢັດ, ປະສິດທິຜົນ… ໃນສະພາບການນັ້ນ, ການພັດທະນາໄຟຟ້າແສງຕາເວັນເທິງຫຼັງຄາ (Rooftop Solar) ພວມແມ່ນທິດກ້າວເດີນໃໝ່, ບໍ່ພຽງແຕ່ຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໄຟຟ້າໃຫ້ແກ່ວິສາຫະກິດ ແລະ ຄອບຄົວເທົ່ານັ້ນ, ຫາກຍັງເພີ່ມທະວີລັກສະນະມີໄຫວພິບຂອງລະບົບໄຟຟ້າ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດອີກດ້ວຍ.
ໂດຍແມ່ນແຂວງຢູ່ເຂດພາກກາງຕອນເໜືອ, ແທັງຮວ໋າ ມີອຸນຫະພູມສູງ, ແສງຕາເວັນມີຫຼາຍ ແມ່ນເງື່ອນໄຂສະດວກໃຫ້ແກ່ການພັດທະນາໄຟຟ້າແສງຕາເວັນເທິງຫຼັງຄາ. ເອື້ອຍ ເລທິງາ, ຕາແສງ ຫາກແທັງ, ແຂວງ ແທັງຮວ໋າ ໃຫ້ຮູ້ວ່າ ຄອບຄົວຂອງລາວໄດ້ຕິດຕັ້ງໄຟຟ້າແສງຕາເວັນເທິງຫຼັງຄາເຮືອນມາເປັນເວລາ 5 ປີແລ້ວ ແລະ ມີປະສິດທິຜົນຫຼາຍ.
“ນັບແຕ່ເວລາຕິດຕັ້ງໄຟຟ້າແສງຕາເວັນ, ທຸກເດືອນຄ່າໃຊ້ຈ່າຍໄຟຟ້າຂອງຄອບຄົວຂ້າພະເຈົ້າໄດ້ຫຼຸດລົງປະມານເຄິ່ງໜຶ່ງ ແລະ ອາດສາມາດຂາຍໃຫ້ບໍລິສັດໄຟຟ້າປະມານ 20%. ຄອບຄົວຂ້າພະເຈົ້າຕິດຕັ້ງປະມານ 3,1 kWp, ລະດູຮ້ອນແມ່ນນຳໃຊ້ແອສອງໜ່ວຍ, ຕູ້ເຢັນ ແລະ ໂທລະພາບ. ໃນເມື່ອກ່ອນທີ່ຍັງບໍ່ທັນຕິດຕັ້ງໄຟຟ້າແສງຕາເວັນ ຄ່າໃຊ້ຈ່າຍໄຟຟ້າໃນແຕ່ລະເດືອນປະມານ 40 USD ຫາ 60 USD, ແຕ່ປັດຈຸບັນຕ້ອງຈ່າຍຄ່າໄຟຟ້າພຽງປະມານ 24 USD ເທົ່ານັ້ນ”.
ເມື່ອຕິດຕັ້ງໄຟຟ້າແສງຕາເວັນຢູ່ຫຼັງຄາເຮືອນ, ບັນດາຄອບຄົວ ແລະ ວິສາຫະກິດໄດ້ເປັນເຈົ້າການແຫຼ່ງໄຟຟ້າ, ຫຼຸດຜ່ອນຄ່າໃຊ້ຈ່າຍໄຟຟ້າໃນແຕ່ລະເດືອນລົງຫຼາຍພໍສົມຄວນ, ເປັນຕົ້ນແມ່ນສຳລັບຄອບຄົວທີ່ນຳໃຊ້ໄຟຟ້າຫຼາຍ. ເງິນລົງທຶນໃຫ້ແກ່ການຕິດຕັ້ງໄຟຟ້າແສງຕາເວັນໃນປັດຈຸບັນໄດ້ຫຼຸດລົງຫຼາຍເມື່ອທຽບໃສ່ກ່ອນນີ້ແລ້ວ, ທັງຕິດຕັ້ງໄດ້ຢ່າງງ່າຍດາຍ, ວ່ອງໄວ, ທັງໄດ້ນຳໃຊ້ພະລັງງານສະອາດ, ຍືນຍົງ.ຕົວຈິງສະແດງໃຫ້ເຫັນວ່າ ອຸນຫະພູມມີທ່າອ່ຽງເພີ່ມຂຶ້ນ, ການຕິດຕັ້ງໄຟຟ້າແສງຕາເວັນເທິງຫຼັງຄາເຮືອນ ໄດ້ນຳຜົນປະໂຫຍດທີ່ແທດຈິງມາໃຫ້ລູກຄ້າ, ຂະແໜງໄຟຟ້າ ແລະ ສິ່ງແວດລ້ອມ. ທ່ານ ເລແທັງບິ່ງ, ຮອງຜູ້ອຳນວຍການບໍລິສັດໄຟຟ້າ ແທັງຮວ໋າ ໃຫ້ຮູ້ວ່າ:
“ໄປຄຽງຄູ່ກັບໂຄງການປະຢັດໄຟຟ້າ, ພວກຂ້າພະເຈົ້າກໍ່ຖືໂຄງການຕິດຕັ້ງໄຟຟ້າແສງຕາເວັນເປັນສຳຄັນທີ່ສຸດ. ສຳລັບໄຟຟ້າແສງຕາເວັນແລ້ວ ໃນອະນາຄົດທຸກໆຫຼັງຄາເຮືອນອາຄານສຳນັກງານ ແລະ ອົງການປົກຄອງ, ໂຮງຈັກໂຮງງານ… ພວກຂ້າພະເຈົ້າຈະແນະນຳໃຫ້ລູກຄ້າຕິດຕັ້ງໄຟຟ້າແສງຕາເວັນ. ສ່ວນພະນັກງານ, ກຳມະກອນຂະແໜງໄຟຟ້າ ແທັງຮວ໋າ ຈະເຂົ້າຮ່ວມໂຄງການຕິດຕັ້ງໄຟຟ້າແສງຕາເວັນຢູ່ຫຼັງຄາເຮືອນ 100%, ແລະ ມາຮອດປັດຈຸບັນກໍ່ໄດ້ຜັນຂະຫຍາຍຢ່າງແຮງໃນບໍລິສັດໄຟຟ້າທຸກສາຂາຂອງແຂວງ ແທັງຮວ໋າ ແລ້ວ”.
ບໍ່ພຽງແຕ່ຢູ່ ແທັງຮວ໋າ ເທົ່ານັ້ນ, ມີຫຼາຍຄອບຄົວຢູ່ບັນດາທ້ອງຖິ່ນອື່ນກໍ່ໄດ້ລົງທຶນຕິດຕັ້ງໄຟຟ້າແສງຕາເວັນຢູ່ຫຼັງຄາເຮືອນ ຍ້ອນລາຄ່າຕິດຕັ້ງໄດ້ຫຼຸດລົງຫຼາຍພໍສົມຄວນ, ຢູ່ລະດັບ 40 – 50% ເມື່ອທຽບໃສ່ໄລຍະກ່ອນນີ້ 5 ປີແລະ ເຕັກໂນໂລຢີນັບມື້ນັບໄດ້ຮັບການປັບປຸງ. ທ່ານ ຮ່າດັງເຊີນ ນັກຊ່ຽວຊານດ້ານພະລັງງານ ຖືວ່າ:
“ໄຟຟ້າແສງຕາເວັນເທິງຫຼັງຄາເຮືອນມີຫຼາຍຈຸດດີນັ້ນແມ່ນແຫຼ່ງໄຟຟ້າສະອາດ, ຕິດຕັ້ງງ່າຍ, ໄດ້ທຶນຄືນໄວ, ຕອບສະໜອງບັນດາຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດຂອງລັດຖະບານ ຫວຽດນາມ. ເຖິງຢ່າງໃດກໍຕາມ, ກໍ່ຍັງມີຫຼາຍຂໍ້ຈຳກັດຄື: ບໍ່ເປັນເຈົ້າການແຫຼ່ງສະໜອງໄຟຟ້າ ໄດ້ ເນື່ອງຈາກຕ້ອງອີງໃສ່ເງື່ອນໄຂດິນຟ້າອາກາດ, ດ້ວຍຂອບຂະໜາດການຕິດຕັ້ງໃຫຍ່ ແຕ່ບໍ່ມີການຄວບຄຸມດັດປັບທີ່ເໝາະສົມ ກໍ່ຈະການກະທົບບໍ່ດີເຖິງລັກສະນະເປັນປົກກະຕິຂອງຕາໜ່າງສໄຟຟ້າ - ພິເສດແມ່ນອາດຈະກໍ່ໃຫ້ເກີດເຫດໄຟດັບ. ດັ່ງນັ້ນ, ການຕິດຕັ້ງສົມທົບກັບລະບົບເກັບຮັກສາພະລັງງານ (BESS) ຈະຊ່ວຍດັດປັບແຫຼ່ງສະໜອງໃຫ້ເໝາະສົມ ແລະ ມີພະລັງງານແຮໄວ້ເພື່ອນຳໃຊ້ເມື່ອຄວາມຕ້ອງການນຳໃຊ້ເພີ່ມຂຶ້ນສູງ.
ບັນດາມະຕິເລກທີ 9 ແລະ 10 ຂອງນາຍົກລັດຖະມົນຕີ ຫວຽດນາມ ກ່ຽວກັບການນຳໃຊ້ພະລັງງານຢ່າງມີປະສິດທິຜົນ ຫວ່າງແລ້ວນີ້ ໄດ້ເນັ້ນໜັກເຖິງບົດບາດຂອງການຫັນປ່ຽນພະລັງງານ, ການພັດທະນາໄຟຟ້າແສງຕາເວັນຢູ່ຫຼັງຄາເຮືອນ ໄດ້ປະກອບສ່ວນສຳຄັນເຂົ້າການຮັບປະກັນຄວາມໝັ້ນຄົງດ້ານພະລັງງານໃຫ້ແກ່ການເຕີບໂຕຢູ່ລະດັບສອງຕົວເລກ ຕິດພັນກັບການພັດທະນາແບບຍືນຍົງ. ທ່ານ ເຈິ່ນຮວ່າຍຈາງ, ຮອງຫົວໜ້າກົມພະລັງງານໄຟຟ້າ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ໃຫ້ຮູ້ວ່າ ແຜນກຳນົດໄຟຟ້າ VIII ໄດ້ວາງເປົ້າໝາຍຮອດປີ 2030 ແມ່ນມີບັນດາສຳນັກງານ 50% ແລະ ເຮືອນຂອງປະຊາຊົນ 50% ນຳໃຊ້ໄຟຟ້າແສງຕາເວັນເທິງຫຼັງຄາເຮືອນເຊິ່ງຜະລິດເອງ, ຊົມໃຊ້ເອງ. ເປົ້າໝາຍນີ້ໄດ້ກຳນົດຄວາມສຳຄັນຂອງໄຟຟ້າແສງຕາເວັນເທິງຫຼັງຄາ ໃນການຮັບປະກັນໄຟຟ້າສະໜອງ. ທ່ານ ເຈິ່ນຮວ່າຍຈາງ ເນັ້ນໜັກວ່າ:
“ເພື່ອຂຸດຄົ້ນແຫຼ່ງໄຟຟ້າແສງຕາເວັນເທິງຫຼັງຄາໃຫ້ມີປະສິດທິຜົນ, ນອກຈາກບັນດາກົນໄກ, ນະໂຍບາຍເພື່ອສ້າງເງື່ອນໄຂ, ຊຸກຍູ້ການພັດທະນາທີ່ຄາດວ່າຈະປະກາດໃຊ້ໃນໄລຍະຈະມາເຖິງແລ້ວນັ້ນ ແມ່ນຕ້ອງສືບຕໍ່ຄົ້ນຄວ້າບັນດາຂໍ້ກຳນົດກ່ຽວກັບການດັດສົມລະບົບໄຟຟ້າ ເພື່ອແນໃສ່ຄຸ້ມຄອງ, ຂຸດຄົ້ນ, ນຳໃຊ້ບັນດາແຫຼ່ງໄຟຟ້າແສງຕາເວັນເທິງຫຼັງຄາເຮືອນ ໃຫ້ເປັນປົກກະຕິ, ມີປະສິດທິຜົນ, ຍືນຍົງ. ພິເສດ, ກະຊວງອຸດສາຫະກຳການຄ້າຈະສືບຕໍ່ຄົ້ນຄ້ວາເພື່ອສະເໜີຂໍ້ກຳນົດ, ນະໂຍບາຍທີ່ກ່ຽວຂ້ອງເຖິງການຕິດຕັ້ງ BESS ຕິດພັນກັບລະບົບໄຟຟ້າແສງຕາເວັນເທິງຫຼັງຄາ ເພື່ອເພີ່ມລັກສະນະເປັນປົກກະຕິຂອງລະບົບ, ເປັນເຈົ້າການສະໜອງໄຟຟ້າຂອງບັນດາລະບົບໄຟຟ້າແສງຕາເວັນເທິງຫຼັງຄາ.
ຕາມການຄິດໄລ່ແລ້ວ, ຮອດປີ 2030 ຖ້າບັນລຸໄດ້ຕົວເລກຄາດໝາຍຄືແຜນກຳນົດໄຟຟ້າ VIII ແມ່ນມີປະມານ 14 ລ້ານຄອບຄົວ ເຂົ້າຮ່ວມການສະໜອງໄຟຟ້າເຂົ້າລະບົບໄຟຟ້າ, ຄິດສະເລ່ຍແຕ່ລະຄອບຄົວມີປະມານ 3kWp/ລະບົບ (ຫຼັງຄາເຮືອນ), ຄາດວ່າໄຟຟ້າແສງຕາເວັນເທິງຫຼັງຄາເຮືອນຈະບັນລຸກຳລັງໄຟຟ້າຂອງທັງລະບົບໄຟຟ້າປະມານ 12% . ນີ້ແມ່ນແຫຼ່ງໄຟຟ້າໃຫຍ່ທີ່ສຸດ, ທີ່ໄດ້ຊົມໃຊ້ຢູ່ກັບທີ່, ບໍ່ເຮັດໃຫ້ລະບົບສົ່ງໄຟຟ້າເພີ່ມຂຶ້ນ, ບໍ່ເຮັດໃຫ້ຄ່າເສຍຫາຍເພີ່ມຂຶ້ນຍ້ອນຕ້ອງສົ່ງໄຟຟ້າ… ໃນຂະນະນັ້ນ, ນີ້ຈະແມ່ນແຫຼ່ງໄຟຟ້ສຳຄັນທີ່ສຸດ, ປະກອບສ່ວນຮັບປະກັນໃຫ້ແກ່ການເຕີບໂຕເສດຖະກິດໃນໄລຍະ 2026 – 2030.




.jpg)



