ທ່າກຳປັ່ນ ຫາຍຟ່ອງ ຫັນເປັນດິຈີຕອນເພື່ອຍົກສູງກຳລັງຄວາມສາມາດການຂຸດຄົ້ນ
10/01/2023 09:09
(VOVWORLD) - ພ້ອມກັບເລື່ອງລົງທຶນອຸປະກອນທັນສະໄຫມ, ໝູນໃຊ້ດິຈີຕອນເພື່ອຍົກສູງກຳລັງຄວາມສາມາດຂຸດຄົ້ນ, ບັນດາທ່າກຳປັ່ນ ຢູ່ ຫາຍຟ່ອງ ໄດ້ເປີດຫລາຍການບໍລິການໃຫມ່, ເຊື່ອມຕໍ່ໂດຍກົງເພື່ອໃຫ້ສິນຄ້າຫວຽດນາມ ໄປຍັງທຸກຕະຫລາດສາກົນໃຫ້ສະດວກກວ່າ. ດ້ວຍການເຄື່ອນໄຫວນີ້ ທ່າກຳປັ່ນ ຫາຍຟ່ອງ ນັບມື້ນັບຢັ້ງຢືນທີ່ຕັ້ງເປັນປະຕູອອກສູ່ທະເລຂອງບັນດາແຂວງທາງພາກເຫນືອ ແລະ ແມ່ນຈຸດສຸມເສດຖະກິດທະເລຂອງທົ່ວປະເທດ.

ທ່າກຳປັ່ນ ເຕີນຫວູ ບັນລຸຄາດໝາຍວາງອອກກ່ອນການກຳນົດເວລາ 45 ວັນ. (ພາບ: VOV) ຫນຶ່ງໃນບັນດາມາດຕະການເພື່ອໃຫ້ບໍລິສັດຫຸ້ນສ່ວນທ່າກຳປັ່ນ ຫາຍຟ່ອງ ບັນລຸລະດັບເຕີບໂຕທີ່ຫນ້າປະທັບໃຈໃນປີ 2022 ແມ່ນການໝູນໃຊ້ການຫັນເປັນດິຈີຕອນໃນການເຄື່ອນໄຫວ. ນັບແຕ່ຕົ້ນປີ ທ່າກຳປັ່ນ ຫາຍຟ່ອງ ໄດ້ຜັນຂະຫຍາຍ 100% ການບໍລິການ “ທ່າກຳປັ່ນເອເລັກໂຕນິກ ePort" ຢູ່ ທ່າກຳປັ່ນເຕີນຫວູ; ເບື້ອງຕົ້ນກໍ່ໄດ້ຂຸດຄົ້ນ “Smart Gate” ເພື່ອຊ່ວຍເພີ່ມສະມັດຕະພາບ ແລະ ມີຄວາມສະດວກສຳລັບບັນດາທ່າກຳປັ່ນກໍ່ຄືວິສາຫະກິດຂົນສົ່ງ. ປີ 2022 ແມ່ນປີທີສາມຢ່າງຕໍ່ເນື່ອງ, ບໍລິສັດຫຸ້ນສ່ວນທ່າກຳປັ່ນ ຫາຍຟ່ອງ ໄດ້ຈັດເຂົ້າໃນ TOP 5 ບໍລິສັດມີອິດທິພົນຊື່ສຽງຂະແຫນງ Logistic. ທ່ານ ຈູມິງຮ່ວາງ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນ ທ່າກຳປັ່ນ ຫາຍຟ່ອງ ໃຫ້ຮູ້ວ່າ: ເພື່ອປະຕິບັດຄວາມຄາດຫວັງ “ບືນຕົວຂຶ້ນອອກສູ່ທະເລໃຫຍ່”, ບໍລິສັດໄດ້ມີຄວາມເອົາໃຈໃສ່ຫັນປ່ຽນຢ່າງຮອບດ້ານ, ມຸ່ງໄປເຖິງທ່າກຳປັ່ນຂຽວ, ອັດສະລິຍະ.
TAG
VOV/VOVworld/ທ່າກຳປັ່ນ/logistics




.jpg)



