VOV WorldVOV World
ຢັ້ງຢືນເຄື່ອງໝາຍການຄ້າຂອງເຂົ້າສານຫວຽດນາມ ຜ່ານບັນດາຕະຫລາດທີ່ເຄັ່ງຄັດທາງດ້ານຄຸນນະພາບ
26/01/2021 09:27
(VOVWORLD) - ໄລຍະຜ່ານມາ, ການສົ່ງອອກເຂົ້າສານຂອງຫວຽດນາມ ບັນລຸລະດັບເຕີບໂຕດີ, ເປັນຕົ້ນກ່ຽວກັບຄຸນນະພາບ, ກາຍເປັນຈຸດເດັ່ນໃນການເຄື່ອນໄຫວສົ່ງອອກ. ພິເສດ ປະເພດສິນຄ້າຜະລິດຕະພັນກະເສດນີ້ ໄດ້ປະສົບຜົນສຳເລັດໃນການສຳຜັດກັບຫລາຍຕະຫລາດທີ່ເຄັ່ງຄັດທາງດ້ານຄຸນນະພາບ, ເຊິ່ງເປັນການຢັ້ງຢືນເຄື່ອງໝາຍການຄ້າຂອງເຂົ້າສານຫວຽດນາມ ເທື່ອລະກ້າວ.
ຢັ້ງຢືນເຄື່ອງໝາຍການຄ້າຂອງເຂົ້າສານຫວຽດນາມ ຜ່ານບັນດາຕະຫລາດທີ່ເຄັ່ງຄັດທາງດ້ານຄຸນນະພາບ
ປີ 2020 ຍອດວົງເງິນສົ່ງອອກເຂົ້າສານຂອງຫວຽດນາມ ບັນລຸກວ່າ 3 ຕື້ USD ພາບ:  tinnhanhchungkhoan.vn ປີ 2020 ຍອດວົງເງິນສົ່ງອອກເຂົ້າສານຂອງຫວຽດນາມ ບັນລຸກວ່າ 3 ຕື້ USD, ໃນນັ້ນ ມີໃບສັ່ງຊຶ້ສິນຄ້າຫລາຍໃບບັນລຸລະດັບສູງກວ່າ ແຕ່ 680 USD – 1000 USD/ໂຕນ. ກ້າວເຂົ້າສູ່ປີ 2021, ການເຄື່ອນໄຫວສົ່ງອອກເຂົ້າສານສືບຕໍ່ຮັກສາໄດ້ເປັນຢ່າງດີ, ຕົວຢ່າງຄື: ການສົ່ງອອກງວດເຂົ້າສານ 1.600ໂຕນ ໄປຍັງຕະຫລາດ ສິງກະໂປ ແລະ ມາເລເຊຍ ຢ່າງສຳເລັດຜົນ ດ້ວຍລາຄາສູງ 680-740 USD/ ໂຕນ ເມື່ອວັນທີ 31 ມັງກອນ. ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມແລ້ວ, ການສົ່ງອອກເຂົ້າສານຂອງຫວຽດນາມ ບັນລຸມູນຄ່າສູງສຸດໃນ 10 ປີມານີ້ ແມ່ນໝາກຜົນຂອງວິວັດການປ່ຽນແປງຈີນຕະນາການໃນການຜະລິດ, ສຸມໃສ່ເຂົ້າແນວພັນທີ່ມີຄຸນນະພາບສູງ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງບັນດາຕະຫລາດເຄັ່ງ
TAG
VOV/VOVworld/ເຂົ້າຫອມ/ຄຸນນະພາບສູງ

More