(VOVWORLD) -ໃນລະຫວ່າງວັນທີ 20-21 ກຸມພາ, ຢູ່ສຳນັກງານ ສປຊ ທີ່ເຊີແນວ ປະເທດສະວິດ, ທ່ານນາງ ເລທິຕວຽດມາຍ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນອື່ນ ຢູ່ເຊີແນວ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວທຳອິດ ໃນຂອບເຂດກອງປະຊຸມຫລຸດຜ່ອນກຳລັງທັບ (CD) ປີ 2020.