logo

ໄຂ​ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່ຂັ້ນ​ສູງ (SOM) ອາ​ຊຽນ

2020/3/4 | 10:31:56
(VOVWORLD) -ໃນວັນທີ 4 ມີນາ ຢູ່ນະຄອນດ່ານັງ, ໄດ້ໄຂກອງປະຊຸມເຈົ້າໜ້າທີ່ຂັ້ນສູງ (SOM) ອາຊຽນ ດ້ວຍການເຂົ້າຮ່ວມຂອງເຈົ້າໜ້າທີ່ຂັ້ນສູງ ທີ່ມາຈາກ 10 ປະເທດໃນກຸ່ມອາຊຽນ ນັບຮ້ອຍທ່ານ. ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມເປັນປະທານກອງປະຊຸມ.
ພິທີໄຂ ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ (SOM) ອາຊຽນ

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນກ໊ວກຢຸງ ຢັ້ງຢືນເຖິງຄວາມຕັດສິນໃຈຂອງ ຫວຽດນາມໃນການປະຕິບັດໜ້າທີ່ເປັນປະທານອາຊຽນ 2020 ໃຫ້ສຳເລັດເປັນຢ່າງດີ. ເມື່ອເຕື້ອງເຖິງບັນດາການຜັນແປທີ່ສັບສົນຂອງໂລກລະບາດ Covid – 19, ທ່ານຫງວຽນກ໊ວກຢຸງ ຢັ້ງຢືນວ່າ  ຫວຽດນາມແມ່ນສະຖານທີ່ມີຄວາມປອດໄພ, ໂລກລະບາດໄດ້ຮັບການຄວບຄຸມເປັນຢ່າງດີ.ໂດຍເປັນເຈົ້າພາບຈັດກອງປະຊຸມຄັ້ງນີ້ ຫວຽດນາມ ໄດ້ ແລະ ກຳລັງຜັນຂະຫຍາຍມາດຕະການຕ່າງໆເພື່ອຮັບປະກັນຄວາມປອດໄພແລະ ສຸຂະພາບໃຫ້ແກ່ຜູ້ແທນ.

        ທີ່ກອງປະຊຸມ, ບັນດາປະເທດໄດ້ແລກປ່ຽນກ່ຽວກັບສະພາບການຜັນຂະຫຍາຍໝາກຜົນຂອງກອງປະຊຸມວົງແຄບ ລັດຖະມົນຕີການຕ່າງປະເທດອາຊຽນ ເຊິ່ງໄດ້ຈັດຂຶ້ນຢູ່ ຍາຈາງ ໃນເດືອນມັງກອນ 2020, ການກະກຽມເບື້ອງຕົ້ນໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງເຊິ່ງຄາດວ່າຈະຈັດຂຶ້ນໃນວັນທີ 8 – 9 ເມສາ 2020 ຢູ່ດ່ານັງ. ບັນດາປະເທດໄດ້ເຫັນດີເປັນເອກະພາບກ່ຽວກັບລາຍການເຮັດວຽກຂອງການເຄື່ອນໄຫວຂັ້ນສູງສະເຫຼີມສະຫຼອງ ອາຊຽນ - ນິວຊີແລນເຊິ່ງຄາດວ່າຈະດຳເນີນໃນວັນທີ 9 ມັງກອນ 2020, ພາຍຫຼັງ ກອງປະຊຸມສຸດຍອດ ອາຊຽນຄັ້ງທີ 36. ບັນດາປະເທດກໍ່ໄດ້ປະກອບຄຳເຫັນກ່ຽວກັບຂັ້ນຕອນການຜັນຂະຫຍາຍຂໍ້ລິເລີ່ມ, ບຸລິມະສິດໂດຍຫວຽດນາມສະເໜີໃນປີ 2020 ພາຍໃຕ້ຫົວຂໍ້ “ອາຊຽນ: ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”.

TAG
VOV/VOVworld/​ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່ຂັ້ນ​ສູງ/SOM/ອາ​ຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ