logo

ຊຸກຍ​ູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ໄທ

2020/2/20 | 07:41:00
(VOVWORLD) -ຢູ່ນອກກອງປະຊຸມວົງແຄບ ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ (ວົງແຄບ ADMM) ຢູ່ຮ່າໂນ້ຍ, ຕອນບ່າຍວັນທີ 19 ກຸມພາ, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ໄຈຈານ ຊ້າງມົງຄົນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດໄທ. ..
ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ໄຈຈານ ຊ້າງມົງຄົນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດໄທ (ພາບ: TTXVN)

ໂດຍສະແດງຄວາມພາກພູມໃຈຕໍ່ບັນດາບາດກ້າວພັດທະນາອັນດີງາມຂອງການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດ, ທ່ານ ພົນເອກ ໂງຊວັນລິກ ແລະ ທ່ານພົນເອກ ໄຈຈານ ຊ້າງມົງຄົນ ໄດ້ເຫັນດີເປັນເອກະພາບວ່າ, ໃນໄລຍະຈະມາເຖິງສອງຝ່າຍຈະສືບຕໍ່ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືຄື: ແລກປ່ຽນຄະນະຜູ້ແທນ, ພົບປະແລກປ່ຽນນາຍທະຫານໜຸ່ມ, ໂອ້ລົມສົນທະນາດ້ານປ້ອງກັນຊາດ, ການຮ່ວມມືຄວາມໝັ້ນຄົງຢູ່ທະເລ...ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ.

ທີ່ການຕ້ອນຮັບ, ທ່ານ ພົນເອກໂງຊວັນລິກ ໄດ້ສົ່ງຄຳເຊື້ອເຊີນບັນດາວິສາຫະກິດດ້ານການທະຫານຂອງ ໄທ ມາເຂົ້າຮ່ວມງານວາງສະແດງສາກົນ ກ່ຽວກັບອຸປະກອນແລະ ອຸດສາຫະກຳດ້ານປ້ອງກັນຊາດທີ່ຈະຈັດຕັ້ງຢູ່ ຫວຽດນາມໃນໄລຍະຈະມາເຖິງ.

TAG
VOV/VOVworld/ຫວຽດ​ນາມ/ໄທ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ