(VOVWORLD) - ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 52 (AMM 52) ເຊິ່ງດຳເນີນໃນວັນທີ 31 ກໍລະກົດ, ຢູ່ບາງກອກ, ປະເທດໄທ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ປຶກສາຫາລືຫຼາຍເນື້ອໃນກ່ຽວກັບສະພາບສ້າງປະຊາຄົມ, ການພົວພັນທາງການທູດ ແລະ ກວດກາຄືນການກະກຽມໃຫ້ບັນດາກອງປະຊຸມຂັ້ນສູງໃນທ້າຍປີ, ກໍຄືແລກປ່ຽນຄຳເຫັນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.