logo

ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ປຶກ​ສາ​ຫາ​ລື​ຫຼາຍ​ບັນ​ຫາຢ​ູ່​ພາກ​ພື້ນ

2019/8/1 | 07:56:26
(VOVWORLD) -     ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 52 (AMM 52) ເຊິ່ງດຳເນີນໃນວັນທີ 31 ກໍລະກົດ, ຢູ່ບາງກອກ, ປະເທດໄທ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ປຶກສາຫາລືຫຼາຍເນື້ອໃນກ່ຽວກັບສະພາບສ້າງປະຊາຄົມ, ການພົວພັນທາງການທູດ ແລະ ກວດກາຄືນການກະກຽມໃຫ້ບັນດາກອງປະຊຸມຂັ້ນສູງໃນທ້າຍປີ, ກໍຄືແລກປ່ຽນຄຳເຫັນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
 ທ່ານນາຍົກລັດຖະມົນຕີໄທ ປຣາຢຸດ ຈັນໂອຊາ ກ່າວຄໍາເຫັນທີ່ກອງປະຊຸມ(ພາບ: TTXVN)

ບັນດາທ່ານລັດຖະມົນຕີໄດ້ຢືນຢັນຄວາມຕັດສິນໃຈໃນການປະຕິບັດວິໄສທັດປະຊາຄົມອາຊຽນ ຮອດປີ 2025 ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສືບຕໍ່ຜັນຂະຫຍາຍບັນດາການກຳນົດທິດ, ຂໍ້ລິເລີ່ມສ້າງອາຊຽນ ໃຫ້ມີີຄວາມເຂັ້ມແຂງດ້ວຍຕົນເອງ, ປະດິດຄິດສ້າງ ແລະ ພັດທະນາຍືນຍົງໃນທຸກດ້ານ, ພ້ອມກັນນັ້ນກໍ່່ຢືນຢັນຄືນໃໝ່ຄຳໝັ້ນສັນຍາເພີ່ມທະວີການຮ່ວມມື ຮັກສາ ແລະ ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ, ກໍາຈັດສິ່ງທ້າທາຍທີ່ພວມພົ້ນເດັ່ນຂຶ້ນຢ່າງມີປະສິດທິຜົນ.

        ເມື່ອປຶກສາຫາລືກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ບັນດາລັດຖະມົນຕີໄດ້ຮັບຮູ້ຄວາມວິຕົກກັງວົນກ່ຽວກັບການເຄື່ອນໄຫວຖົມດິນເປັນເກາະ, ພິເສດແມ່ນບັນດາເຫດການທີ່ພວມເກີດຂຶ້ນຢູ່ທະເລຕາເວັນອອກ. ບັນດາລັດຖະມົນຕີໄດ້ອອກຖະແຫຼງການຮ່ວມຂອງກອງປະຊຸມ, ໃນນັ້ນຮຽກຮ້ອງບັນດາຝ່າຍຫຼີກລ້ຽງເລື່ອງເຮັດໃຫ້ຄວາມເຄັ່ງຕຶງ ຢູ່ທະເລຕາເວັນອອກເພີ່ມຂຶ້ນດ້ວຍການດັດແປງພື້ນທີ່ຕົວຈິງ ຫຼື ບັນດາເຫດການທີ່ຮ້າຍແຮງ. ຕາມນັ້ນແລ້ວ, ອາຊຽນ ຢືນຢັນຄືນໃໝ່ຄວາມສຳຄັນຂອງການປະຕິບັດຕາມກົດໝາຍສາກົນ, ສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982, ຮຽກຮ້ອງໃຫ້ບັນດາຝ່າຍຄວນລະງັບໃຈ, ບໍ່ຫັນເປັນການທະຫານ ແລະ ຫຼີກລ້ຽງມີບັນດາການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ; ແກ້ໄຂການຂັດແຍ້ງໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982. ບັນດາປະເທດອາຊຽນ ໃຫ້ຄຳໝັ້ນສັນຍາສືບຕໍ່ມານະພະຍາຍາມປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ມີປະສິດທິຜົນ ແລະ ບັນລຸກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີປະສິດທິຜົນ, ຄຸນນະພາບ.

TAG
VOV/VOVworld/ພາກພື້ນ/ທະເລຕາເວັນອອກ/ລະງັບໃຈ


ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ