ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເນັ້ນໜັກການກຳນົດທິດນີ້ໃນບົດກ່າວປາໄສທີ່ວາລະປຶກສາຫາລືຂັ້ນສູງ ສະມັດຊາໃຫ່ຍ ສປຊ ຊຸດທີ 81, ຈັດຂຶ້ນໃນວັນທີ 22 ກັນຍາ.
ເວລາເກືອບເຄິ່ງສະຕະວັດໄດ້ຮ່ວມເດີນທາງພ້ອມກັບ ສປຊ ໄປສູ່ບັນດາການກຳນົດທິດທາງພັດທະນາໃຫ້ແກ່ບັນດາເປົ້າໝາຍຮ້ອຍປີ, ສານຂອງ ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ໄດ້ວາງຢູ່ແກນເຊື່ອມຕໍ່ທີ່ລຸລ່ວງຄື: ຫວຽດນາມ ພວມປ່ຽນແປງທີ່ຕັ້ງບົດບາດ, ກຳລັງຄວາມສາມາດ ແລະ ວິທີການພັດທະນາເພື່ອກ້າວເຂົ້າສູ່ໄລຍະໃໝ່.
ບາດກ້າວຫັນປ່ຽນ, ປ່ຽນແປງທີ່ຕັ້ງບົດບາດ
ໂລກພວມຜ່ານຜ່າບັນດາການຫັນປ່ຽນຢ່າງເລິກເຊິ່ງ, ດ້ວຍການແກ້ງແຍ້ງຍຸດທະສາດ, ການປະທະກັນ, ການປ່ຽນແປງຂອງດິນຟ້າອາກາດ, ບັນດາຮົ້ວກີດຂວາງໃໝ່ສຳລັບການຄ້າ ແລະ ການລົງທຶນ, ພ້ອມດ້ວຍບັນດາການກະທົບທີ່ນັບມື້ນັບແຈ້ງຂອງວິທະຍາສາດ, ເຕັກໂນໂລຊີ ແລະ ປັນຍາປະດິດ. ໃນສະພາບການນັ້ນ, ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ໄດ້ເນັ້ນໜັກຄຳຮຽກຮ້ອງຕ້ອງປັບປຸງຄວາມເຊື່ອໝັ້ນ, ການເຄົາລົບກົດໝາຍສາກົນ, ຊຸກຍູ້ການຮ່ວມມື ແລະ ປະຕິຮູບບັນລະບອບລະບຽບການຫຼາຍຝ່າຍເພື່ອໃຫ້ສອດຄ່ອງກັບພຶດຕິກຳຕົວຈິງໃໝ່. ບັນດາບັນຫາທີ່ໄດ້ວາງອອກໃນລະດັບທົ່ວໂລກ, ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ກໍ່ໄດ້ສັງເກດ ແລະ ຮັບຮູ້ຈາກເລື່ອງລາວຂອງ ຫວຽດນາມ ເອງ:
ໄລຍະເວລາເກືອບເຄິ່ງສະຕະວັດທີ່ ຫວຽດນາມ ໄດ້ຮ່ວມເດີນທາງພ້ອມກັບ ສປຊ ໄດ້ສ່ອງແສງໃຫ້ເຫັນການຫັນປ່ຽນຂອງປະເທດ ຫວຽດນາມ ເອງ. ຈາກການຮັບການໜູນຊ່ວຍອັນລ້ຳຄ່າເປັນສ່ວນຫຼາຍໃນຊຸມເດືອນປີທີ່ສ້າງສາປະເທດຊາດ ແລະ ປ່ຽນແປງໃໝ່ນັ້ນ, ປະຈຸບັນ, ຫວຽດນາມ ນັບມື້ນັບເປັນເຈົ້າການປະກອບສ່ວນເຂົ້າໃນວຽກງານລວມ, ນຳການພົວພັນ ຫວຽດນາມ-ສປຊ ພັດທະນານັບມື້ນັບເລິກເຊິ່ງກວ້າງຂວາງ ແລະ ແທດຈິງ.
ຫວຽດນາມ ຍັງໄດ້ແບ່ງປັນບົດຮຽນກ່ຽວກັບການຫລຸດຜ່ອນຄວາມທຸກຍາກ, ພັດທະນາກະສິກຳ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າຖາວອນ ຫວຽດນາມ ປະຈຳ ສປຊ ຖືວ່າ:
ຫວຽດນາມ ໄດ້ກ້າວເຂົ້າສູ່ສັງກາດໃໝ່, ໄລຍະພັດທະນາໃໝ່ ແລະ ພວກເຮົາບໍ່ພຽງແຕ່ເຂົ້າຮ່ວມບັນດາເວທີປາໄສຫຼາຍຝ່າຍ, ບໍ່ພຽງແຕ່ສະໜັບສະໜູນບັນດາເວທີປາໄສຫຼາຍຝ່າຍເທົ່ານັ້ນ, ຫາກຍັງໄດ້ຕັ້ງໜ້າ ແລະ ເປັນເຈົ້າການສະເໜີບັນດາມາດຕະການເພື່ອເຮັດແນວໃດຈະປະກອບສ່ວນນັບມື້ນັບແທດຈິງກວ່າ ແລະ ມີປະສິດທິຜົນກວ່າໃຫ້ແກ່ຄວາມເປັນລະບຽບຮຽບຮ້ອຍຫຼາຍຝ່າຍ ເພື່ອຜົນປະໂຫຍດລວມຂອງມວນມະນຸດ ແລະ ເພື່ອບັນດາຜົນປະໂຫຍດຂອງເປົ້າໝາຍພັດທະນາຂອງປະເທດຊາດອີກດ້ວຍ.
ກຳລັງພາຍໃນໃໝ່, ເຂດພັດທະນາໃໝ່
ຫວຽດນາມ ເປັນເຈົ້າການກວ່າໃນບັນດາວຽງງານລວມຂອງສາກົນ ກໍ່ໄດ້ວາງໃນພື້ນຖານຂອງບັນດາການປ່ຽນແປງໃນວິວັດການພັດທະນາປະເທດຊາດ. ຫວຽດນາມ ໄດ້ກຳນົດບັນດາຄຳຮຽກຮ້ອງໃໝ່ສຳລັບຮູບແບບການເຕີບໂຕ. ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ໃຫ້ຮູ້ວ່າ:
ເພື່ອມຸ່ງໄປສູ່ເປົ້າໝາຍກາຍເປັນປະເທດພວມພັດທະນາມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງໃນປີ 2030 ແລະ ເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045. ຫວຽດນາມ ພວມກຳນົດຮູບແບບພັດທະນາໃໝ່ ອີງໃສ່ສະມັດຕະພາບ, ຄຸນນະພາບ ແລະ ມູນຄ່າເພີ່ມ; ຖືວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນເປັນກຳລັງໜູນ; ຕິດພັນການເຕີບໂຕ ກັບການພັດທະນາວັດທະນະທຳ, ຄວາມກ້າວໜ້າ, ຄວາມຍຸດຕິທຳໃນສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ.
ພ້ອມກັນນັ້ນ, ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ກໍ່ຢືນຢັນວ່າ ຫວຽດນາມ ເລືອກເອົາສັນຕິພາບ, ການຮ່ວມມື ແລະ ພັດທະນາ; ຢືດໝັ້ນພ້ອມກັບບັນດາປະເທດ ປັບປຸງ ສປຊ, ເຄົາລົບກົດໝາຍສາກົນ ແລະ ຫັນບັນດາຄຳໝັ້ນສັນຍາລວມ ເປັນຜົນປະໂຫຍດທີ່ແທດຈິງໃຫ້ແກ່ ປຊຊ.
ສານຂອງທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ທີ່ສະມັດຊາໃຫ່ຍ ສປຊ ຊຸດທີ 81 ໄດ້ສະແດງໃຫ້ເຫັນປະເທດ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍບັນດາເປົ້າໝາຍ ແລະ ຄຳຮຽກຮ້ອງໃໝ່. ນັ້ນທັງແມ່ນວິວັດການປັບປຸງກຳລັງພາຍໃນ, ທັງເປີດກວ້າງຂອບເຂດການຮ່ວມມື, ເພື່ອໃຫ້ ຫວຽດນາມ ສືບຕໍ່ປະກອບສ່ວນທີ່ແທດຈິງກວ່າເຂົ້າໃນສັນຕິພາບ, ການຮ່ວມມື ແລະ ການພັດທະນາລວມ./.








