ວັນ​ທີ 9 ຕຸ​ລາ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ປະ​ກາດ​ວ່າ ລັດ​ເຊ​ຍ​ໄດ້​ຕົກ​ລົງ​ສະ​ໜອງ​​ນ້ຳ​ມັນ diesel ນັບ​ລ້ານ​ໂຕນ​ໃຫ້​ແກ່​ຕະຫຼາດ ອາ​ເມ​ລິ​ກາ ແລະ ສາ​ກົນ ພາຍຫຼັງ​ໄດ້​ປຶກ​ສາ​ຫາ​ລາ​ກັບ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັ​ດເຊຍ Vladimir Putin, ໃນ​ສະ​ພາບ​ການ​ທີ່​ລາ​ຄາ​ເຊີ້ອ​ເພິງ​ໄດ້​ເພີ່ມ​ຂຶ້ນ​ສູງ ຊື່ງ​ໄດ້​ກໍ່​ກຳ​ລັງ​ກົດ​ດັ​ນ​ຕໍ່​ຕ່າ​ໃຊ້​ຈາຍ​ຂົນ​ສົ່ງ ແລະ ການ​ດຳ​ເນີນ​ຊີ​ວິດ.

ໃນ​ສານ​ເອົາ​ລົງ​ໃນ​ສື່​ສັງ​ຄົມ Truth Social, ທ່ານ Trump ໃຫ້​ຮູ້​ວ່າ ສອງ​ຝ່າຍ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ສະ​ໜອງນ້ຳ​ມັນ diesel 300.000 ໂຕນ​ໂດຍ​ທັນ​ທີ, ຕື່ມ 500.000 ບ້ນ​ໂຕນ​ໃນ​ເດືອນ​ພະ​ຈິກ​ປີ 2026 ແລະ 1 ລ້ານ​ໂຕນ​ໃນ​ຄັ້ງ​ຕໍ່​ໄປ. ທ່ານ Trump ໃຫ້​ຮູ້​ວ່າ ລັດ​ເຊຍ ອາ​ດ​ຈະ​ສະ​ໜອງ ນ້ຳ​ມັນ diesel ​ຕື່​ມ​ອີກ 3 ລ້ານ​ໂຕນ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ຂຶ້ນ​ກັບ​ສະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາໂຮງ​ງານ​ກັນ​ຕອງ​ນ້ຳ​ມັນ​ຂອງ​ປະ​ເທດນີ້. ເປັນ​ອັນ​ວ່າ, ຈຳ​ນວນ​ເຊື້ອ​ເພິງ​ທັງ​ໝົດ​ໄດ້​ເຕື້ອງ​ເຖິງ​ໃນ​ຄຳ​ຖະ​ແຫຼງ​ອາດ​ຈະ​ລືນ​ກາຍ 4.8 ລ້ານ​ໂຕນ​ຖ້າ​ບັ້ນ​ສົ່ງ​ນ້ຳ​ມັນ​ຄັ້ງ​ຕ່​າງໆ​ຖືກ​ປະ​ຕິ​ບັດ.