ທ່ານ​​ນາງ Khuon Sudary ປະ​ທານ​ສະ​ພາ​ແຫ່ງ​ຊາດກຳ​ປູ​ເຈຍ ສະ​ແດງ​ຄວາມພາກ​ພູມ​ໃຈ, ສະ​ໜັບ​ສະ​ໜູນ ຕໍ່​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້ໃນ​ການ​ໂອ້​ລົມ​ເຈ​ລະ​ຈາ​ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນຕີ​ສອງທ່ານ, ກໍ່​ຄື​ການ​ລົງ​ນາມ, ແລກ​ປ່ຽນ​ບັນ​ດາ​ເອ​ກະ​ສານ​ຮ່ວມ​ມື​ສອງ​ຝ່າຍ. ການ​ນຳ​ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຊ່ອງ​ທາງ​ຮ່ວມ​ມື​ລັດ​ຖະ​ສະ​ພາ, ສະ​ພາ​ແຫ່​ງ​ຊາດ​ສອງ​ປະ​ເທດ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ, ຮ່ວມ​ເດີນ​ທາງ​ກັບ​ລັດ​ຖະ​ບານ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ. ສອງ​ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສະ​ໜັບ​ສະ​ໜູນ​ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ, ປະ​ກອບ​ສ່ວນ​ຮັກ​ສາ​ສັ​ນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ ຢູ່​ພາກ​ພື້ນ. ການ​ນຳ​ສອງ​ຝ່າຍ​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ​ສຳ​ຄັນ​ຂອງ​ການ​ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ເປັນ​ຕົ້ນ​ແມ່ນ​ໄວ​ໜຸ່ມ​ສອງ​ປະ​ເທດ, ຊ່ວຍ​ລຸ້ນ​ຄົນ​ຕໍ່ໆ​ໄປ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ປະ​ຫວັດ​ສາດ, ມູນ​ເຊື້ອ​ສາ​ມັກ​ຄີ, ມິດ​ຕະ​ພາບ ແລະ ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ປົກ​ປັກ​ຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ ຫວຽດ​ນາມ - ກຳ​ປູ​ເຈຍ.

ແລະ​ກໍ່​ໃນ​ວັນ​ດຽວ​ກັນ​ຢູ່​ສຳ​ນັກ​ງານ​ສະ​ພາ​ສູງ, ນະ​ຄອນຫຼວງ​ພະ​ນົມ​ເປັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນຕີ ເລ​ມິ​ງ​ຮຶງ ໄດ້​ພົບ​ປະ​ກັບ​ທ່ານ​ປະ​ທານ​ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ, ປະ​ທານ​ສະ​ພາ​ສູງ​ກຳ​ປູ​ເຈຍ Hun Sen.