ອາເມລິກາ ອາດຈະເລື່ອນການປະກາດແຜນການຮັກສາສັນຕິພາບຢູ່ພາກຕາເວັນອອກກາງ (ພາບ: AFP/TTXVN) |
ຕາມແຜນການແລ້ວ, ອາເມລິກາ ແລະ ບາເຣັນ ຈະຈັດຕັ້ງກອງປະຊຸມເສດຖະກິດຢູ່ ບາເຣັນ ໃນລະຫວ່າງວັນທີ 25 – 26 ມິຖຸນາ ເພື່ອປຶກສາຫາລືກ່ຽວກັບການໜູນຊ່ວຍດ້ານເສດຖະກິດ ປາແລດສະຕິນ. ອາເມລິກາ ຄາດວ່າຈະປະກາດແງ່ມູມເສດຖະກິດຂອງແຜນການຮັກສາສັນຕິພາບຢູ່ກອງປະຊຸມນີ້. ມາຮອດປັດຈຸບັນ, ເອຢິບ, ມາຣົກ, ຈໍແດນ, ຊະອຸດິ ອາຣັບບີ, ສະຫະລັດ ອາຣັບເອມີເລດ ແລະ ກາຕາ ໃຫ້ຮູ້ວ່າ ຈະເຂົ້າຮ່ວມກອງປະຊຸມນີ້. ອິດສະລາແອັນກໍ່ຈະສົ່ງຄະນະວິສາຫະກິດໄປເຂົ້າຮ່ວມ. ໃນຂະນະນັ້ນ, ອຳນາດການປົກຄອງຂອງ ປາແລດສະຕິນໄດ້ຄັດຄ້ານຢ່າງຮຸນແຮງ ແລະ ຮຽກຮ້ອງບັນດາປະເທດ ອາຣັບເອມີເລດ ປະຕິເສດກອງປະຊຸມນີ້ກໍ່ຄື ປະຕິເສດແຜນການຮັກສາສັນຕິພາບຢູ່ພາກຕາເວັນອອກກາງຂອງ ອາເມລິກາ.







