ເວ​ລາ 6 ໂມງ​ເຊົ້າ, ໃນ​ອາຄານມອບກະ/ຜຽນ​ວຽກຂອງສະໜາມການຂົນສົ່ງເຕົາຮາງອຸມົງ 1, ບໍ​ລິ​ສັດ​ຫຸ້ນ​ສ່ວນ​ຖ່ານ​ຫີນ ຮ່າ​ເລີ່ມ, ແຂວງ ກວາງ​ນິງ, ມີ​ກຳ​ມະ​ກອນ​ນັບ​ຮ້ອຍ​ຄົນ​ພວມ​ເຕົ້າ​ໂຮມ​ກັນ​ເພື່ອ​ກຽມ​ເຂົ້າກະ/ຜຽນເຮັດ​ວຽກ. ຫງວຽນ​ແທັງ​ດາດ ກໍ່​ພວມກະກຽມພ້ອມ​ກັບເພື່ອນ​ຮ່ວມ​ງານ​ລົງເຕົາຮາງອຸມົງ​ບໍ່ແຮ່ ​ເຮັດ​ວຽກ​ໃນ​ຕອນ​ເຊົ້າ…

ຫງວຽນ​ແທັງ​ດາດ ໄດ້​ກຳ​ເນີດ​ຈາກ​ຄອບ​ຄົວ​ມີ​ພໍ່ ແລະ ພໍ່​ປູ່​ລ້ວນ​ແຕ່ແມ່ນ​ກຳ​ມະ​ກອນບໍ່​ແຮ່. ໂດຍ​ໄດ້​ສືບ​ທອດ​ມູນ​ເຊື້ອ​ດັ່ງ​ກ່າວ, ດາດ ກໍ່​ເປັນ​ຊ່າງບໍ່​ແຮ່. ເມື່ອ​ເວົ້າ​ກ່ຽວ​ກັບ​ຄວາມຕັດສິນໃຈ​ໄປ​ຕາມ​ອາ​ຊີບ​ຊ່າງບໍ່​ແຮ່, ດາດ ​ໃຫ້​ຮູ້​ວ່າ:

ຄວາມຕັດ​ສິນໃຈນີ້ກໍ່​ມີ​ຜົນ​ສະ​ທ້ອນ​ຈາກ​ຄອບ​ຄົວ. ໃນ​ເບື້ອງ​ຕົ້ນ​ ຂ້າ​ພະ​ເຈົ້າ​ກໍ່​ມີ​ຄວາມ​ລັງ​ເລ​ໃຈ ແຕ່​ເມື່ອ​ຮັບ​ຟັງ​ຄຳ​ເວົ້າ​ຂອງ​ພໍ່​ປູ່ ແລະ ພໍ່​ແມ່​ທີ່​ວ່າ ນີ້​ແມ່ນ​ວຽກ​ງານ​ມີ​ລາຍ​ຮັບ​ດີ, ມີ​ວຽກ​ງານ​ຖາ​ວອນ, ນ້ອງກໍ່​ຕົກ​ລົງ​ໄປ​ຕາມ​ອາ​ຊີບ​ຊ່າງບໍ່​ແຮ່. ວຽກ​ຂອງ​ນ້ອງ​ໄດ້​ເລີ່ມ​ແຕ່​ເວ​ລາ 7 ໂມງ 30 ນາ​ທີ​ເຊົ້າ, ເມື່ອ​ເຮັດສຳ​ເລັດ​ບັນ​ດາ​ວຽກ​ງານ​ຢູ່​ໃຕ້​ອຸ​ມົງ​ຖ່າ​ນຫີນ, ນ້ອງ​ຈະ​ຂຶ້ນເທິງໜ້າດິນ​ໃນ​ເວ​ລາ 2 ໂມງ​ແລງ.

ລຸງ ຫງວຽນ​ແທັງ​ຢູ, ພໍ່​ປູ່​ຂອງ ຫງວຽນ​ແທັງ​ດາດ, ປີນີ້​ມີ​ອາ​ຍຸ 70 ປີ​ແລ້ວ, ເຄີຍ​ເປັນ​ກຳ​ມະ​ກອນ​ຂຸດ​ຄົ້ນ​ຢູ່​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ຖ່ານ​ຫີນ ຮ່າ​ເລີ່ມ. ໃນ​ຄອບ​ຄົວ​ຂອງລຸງ, ອາ​ຊີບ​ເປັນ​ຊ່າງບໍ່​ແຮ່​ໄດ້​ຮັບ​ການ​ສືບ​ທອດ​ກັນ​ມາ​ຜ່ານ 3 ລຸ້ນ​ຄົນແລ້ວ ເມື່ອ​ລູກຫຼານ​ໄດ້​ສືບ​ຕໍ່​ກ້າວເຂົ້າ​ຂະ​ແໜງ​ຖ່ານ​ຫີນ, ຕິດ​ພັນເຕົາຮາງ​ກັບ​ອຸ​ມົງ​ ແລະ ເຂດບໍ່ແຮ່. ລຸງ ຫງວຽນ​ແທັງ​ຢູ ເວົ້​າ​ວ່າ:

ເມື່ອ​ເຫັນ​ຮູບ​ພາບ​ລູກ, ຫຼານ​ເລີ່ມເຂົ້າເຮັດ​ວຽກ​ຢູ່ບໍ່​ຖ່ານ​ຫີນ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ພາກ​ພູມ​ໃຈ​ທີ່​ສຸດ. ລູກຫຼານ​ໄດ້​ສືບ​ທອດ​ມູນ​ເຊື້ອ​ຂອງ​ລຸ້ນ​ພໍ່​ລຸ້ນ​ປູ່, ມາ​ຮອດ​ຈຸດ​ເວ​ລານີ້ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ມີ​ຄວາມ​ເປັນ​ກຽດ ແລະ ເອກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ຄອບ​ຄົວ ແລະ ລູກຫຼານ​ຂອງ​ຕົນ.

ຫງວຽນ​ຢູຍ​ແຄັງ ເປັນ​ຊ່າງກົນຈັກ​ໄຟ​ຟ້າ​ຂອງ​ບໍ​ລິ​ສັດ​ຖ່ານ​ຫີນ ທົງ​ເຍິດ ນະ​ຄອນ ເກີມ​ຝາ, ແຂວງ ກວາງ​ນິງ ໄດ້​ເຮັດ​​ວຽກ​ຢູ່ໜ່ວຍຜະລິດຂຸດ​ຄົົ້ນ 4, ສ່ວນ​ພໍ່​ຂອງ​ລາວ​ຊື່​ວ່າ ຫງວຽນ​ຮົ່ງ​ເກີມ, ​ເປັນ​ຊ່າງບໍ່​ຖ່ານ​ຫີນພວມ​ເຮັດ​​ວຽກ​ຢູ່ໜ່ວຍຜະລິດຂຸດ​ຄົົ້ນ 1. ອ້າຍ ຫງວຽນ​ຢູຍ​ແຄັງ ແບ່ງ​ປັນ​ວ່າ:

ປີ 2017, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຈົບ​ຈາກ​ຂະ​ແໜງກົນຈັກໄຟ​ຟ້າ​ເຕົາຮາງອຸ​ມົງ​ບໍ່ແຮ່ ແລ້​ວໄດ້ເຮັດ​​ວຽກ​ຢູ່ໜ່ວຍຜະລິດຂຸດ​ຄົົ້ນ 4, ລາຍ​ຮັບ​ສະ​ເລ່ຍ​ແຕ່​ລະ​ເດືອນ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ແຕ່ 15 ລ້ານ​ຂຶ້ນ​ໄປ. ພໍ່​ໄດ້​ຖ່າຍ​ທອດຫຼາຍ​ບົດ​ຮຽນ​ປະ​ສົບ​ການ​ໃຫ້​ແກ່​ຂ້າ​ພະ​ເຈົ້າ, ມີ​ຫຍັງ​ບໍ່​ເຂົ້າ​ໃຈ​ກໍ່​ກັບ​ມາ​ຖາມ​ພໍ່, ພໍ່​ຊ່ວຍ​ຂ້າ​ພະ​ເຈົ້າຫຼາຍ​ທີ່​ສຸດ.

​ ຄອບ​ຄົວ ຫງວຽນ​ຢູຍ​ແຄັງ ມີ 3 ລຸ້ນ​ເປັນ​ຊ່າງບໍ່​ແຮ່. ພໍ່​ຂອງ ແຄັງ, ລຸງ ຫງວຽນ​ຮົ່ງ​ເກີມ ຜູ້ທີ່​ຕິດ​ພັນ​ກັບ​ບໍ່​ຖ່ານ​ຫີນມາ​ເປັນ​ເວ​ລາ​ກວ່າ 25 ປີ ໄດ້ເບິ່ງ​ຄືນ​ຮູບ​ພໍ່​ຂອງ​ຕົນ ເຊິ່ງແມ່ນລຸງ ຫງວຽນ​ດຶກ​ຕົງ ຊື່ງ​ແມ່ນແວ່ນແຍງ​ທີ່​ໄດ້ຫຼໍ່​ລ້ຽງ​ຄວາມ​ຄາດ​ຫວັງຂອງລາວທີ່ຈະໄດ້​ນຸ່ງ​ເສື້ອ​ສີ​ຂຽວ​ຂອງ​ຊ່າງບໍ່ແຮ່​. ປີ 1965, ທ່ານ ຕົງ ໄດ້​ອອກ​ຈາກ​ບ້ານ​ເກີດ​ເມືອງນອນ ຖາຍ​ບິນ ໄປ ກວາງ​ນິງ ເພື່ອກໍ່​ຮ່າງ​ສ້າງ​ຕົວ, ຈາກ​ຊາວ​ກະ​ສິ​ກອນ ກາຍ​ເປັນ​ຊ່າງບໍ່​ແຮ່ ແລະ ເປັນ​ກຳ​ມະ​ກອນ​ລຸ້ນ​ທຳ​ອິດ​ຂອງ​ບໍ​ລິ​ສັດ​ຖ່ານ​ຫີນ ທົງ​ເຍີດ. ຊ່າງບໍ່ແຮ່ ຫງວຽນ​ຮົ່ງ​ເກີມ ເລົ່າ​ສູ່​ຟັງ​ວ່າ:

​ ຄາວ​ຂ້າ​ພະ​ເຈົ້າ​​ຍັງເປັນ​ຊາວ​ໜຸ່ມກໍ່​ເຫັນ​ວ່າ ພໍ່​ໄປ​ເຮັດ​ວຽກ​ລຳ​ບາກຫຼາຍ ແຕ່​ຍັງ​ມີ​ຄວາມ​ຕັດ​ສິນ​ໃຈ​ສູງ, ເຖິງວ່າ​ໃນ​ຄອບ​ຄົວ​ມີ​ອ້າຍ​ເອື້ອຍ​ນ້ອງຫຼາຍ​ຄົນ ແຕ່​ພໍ່​ຍັງ​ໄດ້​ບອກ​ສອນ​ໃຫ້​ລູກ​ຢ່າງເຖິງ​ກົກ​ເຖິງ​ປາຍ, ຄວາມ​ເຂັ້ມ​ງວດ​ຂອງ​ພໍ່​ໄດ້​ຊ່ວຍ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ເດີນ​ຕາມ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ. ເມື່ອ​ໃຫຍ່ຂຶ້ນກໍ່​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ພໍ່, ກຳ​ນົດ​ວ່າ​ຈະໄປ​ຕາ​ມອາ​ຊີບ​ຂອງ​ພໍ່.

ໃນ​ຈັງ​ຫວະ​ການ​ດຳ​ລົງ​ຊີ​ວິດ​ທັນ​ສະ​ໄໝ, ບັນ​ດາ​ຄອບ​ຄົວ​ທີ່​ມີ 2, 3 ລຸ້ນ​ຄົນ​ເປັນ​ຊ່າງບໍ່​ແຮ່​ຄື​ແນວນັ້ນ ກໍ່ໄດ້​ຮັກ​ສາ​ຄວາມ​ເມົາ​ມົວ​ກັບ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ, ສ້າງ​ເປັນ​ຈຸດ​ວັດ​ທະ​ນະ​ທຳ​ວົງຄະນະຍາດ​ຢູ່​ເຂດ​ດິນ​ແດນບໍ່​ແຮ່, ເພື່ອ​ໃຫ້​ບັນ​ດາ​ຜູ້​ໜຸ່ມເຕີບ​ໃຫ່​ຍ​ຂຶ້ນ ແລະ ສືບ​ຕໍ່​ກໍ່​ສ້າງ​ເຂດ​ຖ່ານ​ຫີນທີ່​ຮັ່ງ​ມີ ແລະ ສວຍ​ງາມ./.