ທ່ານ Donald Trump, ປະທານາທິບໍດີ ອາ​ເມ​ລິ​ກາ ໄດ້​ປະ​ຕິ​ເສດ​ຄຳ​ກ່າວ​ເຕືອນ​ວ່າ ປັນຍາປະດິດ (AI) ແລະ ຫຸ່ນຍົນ (robot) ອາດ​ອອກ​ໄປ​ເກີນ ການຄວບຄຸມຂອງມະນຸດ, ພ້ອມ​ກັນ​ນັ້ນ​ກໍ່ເນັ້ນໜັກວ່າ ​ອ​າ​ເມ​ລິ​ກາ ຕ້ອງສືບຕໍ່ ພັດທະນາເຕັກໂນໂລ​ຊີ​ດັ່ງ​ກ່າວ​ເພື່ອ​ຮັກ​ສາ​​ໄດ້​ປຽບຂອງ​ຕົນ.

​ທ່ານ Donald Trump ປະ​ທານ​າ​ທິ​ບໍ​ດີ ອາ​ເມ​ລິ​ກາ, ຍົກ​ອອກ​ທັດສະນະ​ດັ່ງ​ກ່າວ​ໃນ​ການ​ໂອ້​ລົມ​ທາງໂທລະສັບກັບທ່ານ Jensen Huang, CEO ຂອງ Nvidia ໃນຂະນະທີ່ການນຳຂອງ​ກຸ່ມ​ບໍ​ລິ​ສັດຜະລິດຊິບນີ້ ​ພວມເຂົ້າຮ່ວມກອງປະຊຸມ ເຕັກໂນໂລ​ຊີ All-In Summit ທີ່​ຈັດ​ຂຶ້ນ​ຢູ່ California.

ໃນຂະນະນັ້ນ, ໃນວັນທີ 15 ກັນຍາ, ທ່ານ Mike Johnson, ປະທານສະພາຕໍ່າ ອາ​ເມ​ລິ​ກາ ​ກໍຄັດຄ້ານການ​ຄຳຮ້ອງໃຫ້ຢຸດ​ຕິ​ຊົ່ວ​ຄາວການພັດທະນາ AI. ທ່ານຖືວ່າ ​ບັນ​ດາ​ວິ​ສາ​ຫະ​ກິດສາມາດ​ປັບ​ປຸງ​ການ​ເຄື່ອນ​ໄຫວຂອງ​ຕົນ​ໄດ້ ແລະ ບໍ່ຕ້ອງການໃຫ້ລັດຖະບານ ຮຽກຮ້ອງໃຫ້ຫຼດຸ​ຜ່ອນຄວາມ​ຄືບ​ໜ້າ​ໃນ​ການພັດທະນາ.

ບັນ​ດາ​ຄຳຖະແຫຼງການ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​ພາຍ​ຫຼັງ​ການນຳ​ຂອງ Anthropic, OpenAI ແລະ xAI ພ້ອ​ມ​ກັນ​ກ່າວເຕືອນ​ກຳ​ລັງຄວາມສາມາດຂອງ AI ​ພວມພັດທະນາໄວກວ່າ​ຄວາມ​ອາດສາມາດ​ທີ່​ຈະຄວບຄຸມໄດ້, ​ພ້ອມ​ກັນ​ນັ້ນ​ກໍ່​ຮຽກ​ຮ້ອງ​ໃຫ້​ຜ່ອນ​ຄວາມ​ໄວໃນການພັດທະນາຮູບແບບກ້າວ​ໜ້າ​ທີ່ສຸດ.