ນັບແຕ່ການທຸລະກຳຕົ້ນອາທິດ ​ໃນວັນທີ 21 ກັນຍາ, ຫຼັກ​ຊັບ ຫວຽດນາມ ໂດຍອົ​ງ​ການ​ຈັດ​ອັນ​ດັບ​​ດັດຊະນີຫຼັກ​ຊັບ​ສາ​ກົນ (FTSE Russell) ໄດ້ຫັນ​ຈາກ​ກຸ່ມຕະຫຼາດຊາຍຂອບໄປສູ່ຕະຫຼາດທີ່​ຫາກໍ່ພົ້ນເດັ່ນຂຶ້ນ​ຂັ້ນສອງ​ ​ຢ່າງ​ເປັນ​ທາງ​ການ, ໂດຍເປັນທີ່ຕັ້ງ​ເຊິ່ງຕະຫຼາດຫຼັກຊັບ ຫວຽດນາມ ໄດ້​ເດີນ​ຕາມເປັນເວລາ ເກືອບ 1 ທົດສະວັດຜ່ານ​ມາ.

ຕາມການຄາດຄະເນ, ການຍົກລະດັບຂັ້ນດັ່ງກ່າວຈະສາມາດນຳມາເຊິ່ງແຫຼ່ງເງິນລົງທຶນສາກົນປະມານ 3,4 ຕື້ USD ເຂົ້າຫຸ້ນ ຫວຽດນາມ. ທ່ານ ທາຍວັນຈວຽນ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ ແທ່ງແທ່ງກົງ, ບຽນຮວ່າ, ແບ່ງປັນວ່າ:

“ບັນ​ດາ​ກອງທຶນລົງທຶນທີ່ເຂົ້າຮ່ວມ ບໍ່ພຽງແຕ່ໃຫ້ຄວາມສົນໃຈ​ເຖິງ​ປັດ​ໄຈດັດ​ຊະ​ນີດ້ານການເງິນເທົ່ານັ້ນ ຫາກຍັງ​ສົນ​ໃຈ​ເຖິງການພັດທະນາແບບຍືນຍົງອີກດ້ວຍ. ເຂົາ​ເຈົ້າສົນໃຈ​ເຖິ​ງ​ບັນ​ດາ​ວິ​ສາ​ຫ​ະ​ກິດຈະເຮັດ​ແນວ​ໃດ​ຈຶ່ງສາ​ມາດ​ເຄື່ອນ​ໄຫວ ESG. ເມື່ອພວກເຮົາມີບັນ​ດາ​ວິ​ສາ​ຫະ​ກິດທີ່​ໄດ້​ນຳ​ໃຊ້ ແລະ ເຄົ​າ​ລົບປະຕິບັດຕາມ​ເປັນ​ຢ່າງ​ດີນັ້ນ, ເຂົາ​ເຈົ້າຈະ​ມີຄວາມເອົາໃຈ​ໃສ່ ແລະ ລົງທຶນດີ​ຂຶ້ນ”.

ເຖິງຢ່າງໃດກໍ່ຕາມ, ໄປຄຽງຄູ່ກັບ​ຄວາມ​ສາ​ມາດດຶງດູດ​ແຫຼ່ງທຶນ, ​ວິ​ວັດ​ການຍົກລະດັບຂັ້ນຂຶ້ນ ກໍ່ຍັງ​ວາງ​ອອກ​ຄວາມ​ຮຽກ​ຮ້ອງ​ສືບ​ຕໍ່​ສ້າງ​ກົນ​ໄກ​ເຄື່ອນ​ໄຫວ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ປະ​ກາດ​ຂໍ້​ມູນ ແລະ ລະ​ດັບ​ການ​ປົກ​ປ້ອງ​ນັກ​ລົງ​ທຶນ​ໃຫ້​ສົມ​ບູນ​ແບບ.