ຕາມຕາຕະລາງກ່ຽວກັບກຳ​ປັ່ນປີ 2026 ຂອງທ່າກຳປັ່ນແຂກສາກົນ ຮະລອງ, ລະດູການທ່ອງທ່ຽວກຳ​ປັ່ນປີນີ້ມີການເຂົ້າຮ່ວມຂອງຫຼາຍເຄື່ອງໝາຍການຄ້າກຳ​ປັ່ນສາກົນ, ພານັກທ່ອງທ່ຽວ​ມາຈາກ ອາເມລິກາ, ເຢຍລະມັນ, ອັງກິດ, ການາດາ, ຈີນ ແລະ ຫຼາຍປະເທດ ເອີລົບ ມາຍັງ ກວາງນິງ. ທ່ານ ບຸ່ຍກວາງຕວນ, ຫົວ​ໜ້າ​ທ່າ​ກຳປັ່ນແຂກສາກົນ ຮະລອງ, ໃຫ້ຮູ້ວ່າ:

“ປີນີ້, ກຳ​ປັ່ນ Adora Magic City ແລະ Flora City, ເຊິ່ງເປັນ​ກຳ​ປັ່ນໃຫຍ່ທີ່ສຸດ​ຂອງ ຈີນ ໄດ້ກັບກັບມາ ຫວຽດນາມ ແລະ ເດືອນພະຈິກ, ກຳ​ປັ່ນ Magic City ​ກໍ່​ຈະ​ພາ​ແຂກ​ທ່ອງ​ທ່ຽວປະມານ 5.000 ຄົນເຂົ້າ​ທຽບ​ທ່າ. ນອກຈາກການ​ພາ​ແຂກທ່ອງທ່ຽວຈຳນວນຫຼາຍ​ຈາກ ຈີນ ມາ ກວາງນິງ ແລ້ວ, ບໍ​ລິ​ສັດ​ກຳ​ປັ່ນ​ປາດ​ຖະ​ໜາວ່າ ຈະ​ໄດ້ຕ້ອນຮັບ​ແຂກທ່ອງທ່ຽວ​ຈາກ ຫວຽດນາມ ​ກັບໄປຢ້ຽມ​ຢາມ ຈີນ, ​ຜ່ານນັ້ນ​ ກໍ່ຈະສ້າງ​ຄວາມຍືນຍົງໃຫ້ແກ່ບັນ​ດາ​ຖ້ຽວ​ກຳ​ປັ່ນ​ມາຈາກ​ທາງ ຈີນ, ເປໄຫ່, ໄຫໜານ ແລະ ຮ່ົງກົງ (ຈີນ) ​ໄປຍັງ ຫວຽດນາມ”.

ກວາງນິງ ກໍ່​ພວ​ມເພີ່ມທະວີການເຊື່ອມຕໍ່​ບັນ​ດາ​ຈຸດປາຍທາງເຊັ່ນ: ຕວນເຈົາ, ເວິນໂດ່ນ ແລະ ​ເຂດພັກ​ຜ່ອນ ເພື່ອ​ສ້າງ​ບັນ​ດາ​ທາງເລືອກທີ່ຫຼາກຫຼາຍ​​ໃຫ້ແຂກທ່ອງທ່ຽວທີ່ມາ​ດ້ວຍ​ກຳ​ປັ່ນ.