ວັນ​ທີ 19 ກັນຍາ, ທ່ານ Mohsen Rezaei ເລຂາທິການສະພາຄວາມໝັ້ນຄົງແຫ່ງຊາດສູງສຸດຂອງ ອີຣານ ໃຫ້​ຮູ້​ວ່າ ເຕເຮຣານ ພວມ​ຮັກ​ສາ​ການຕິດຕໍ່ກັບ​ຝ່າຍ​ເປັນ​ກາງໄກ່ເກ່ຍ​ຢູ່ ກາຕາ ແລະ ປາກິດສະຖານ, ​ພ້ອມ​ກັນ​ນັ້ນ ​ກໍ່ລໍຖ້າ​ຄຳ​ຕອບຈາກ ທ່ານ Donald Trump ປະທານາທິບໍດີ ອາ​ເມ​ລິ​ກາ. ສື່ມວນຊົນ ອີຣານ ໄດ້​ເຕື້ອງ​ເຖິງ 7 ເງື່ອນໄຂທີ່ໄດ້ສົ່ງໃຫ້ ວໍຊິງຕັນ, ແຕ່ເນື້ອໃນທາງການຢ່າງຄົບ​ຖວ້ນ ຍັງບໍ່ທັນໄດ້​ປະ​ກາດ​ເທື່ອ. ທ່ານ Mohsen Rezaei ​ຫາກໍ່ໄດ້ເປີດເຜີຍ 3 ຄຳ​ຮຽກ​ຮ້ອງ, ລວມ​ມີ: ຢຸດຕິການປະ​ທະ​ກັນ​ໃນ​ທຸກ​ແນວ​ຮົບ; ການປ່ອຍຊັບສິນຂອງ ອີຣານ ທີ່ຖືກອາຍັດ; ຍົກເລີກການປິດລ້ອມ​ທະ​ຫານ​ເຮືອຂອງ ອາ​ເມ​ລິ​ກາ.