(ພາບປະກອບ: AFP)
ວັນທີ 19 ກັນຍາ, ພາຍຫຼັງທີ່ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ແຈ້ງໃນສື່ສັງຄົມ Truth Social ວ່າ ອາເມລິກາ, ແດນມາກ ແລະ Greenland ບັນລຸໄດ້ຂໍ້ຕົກລົງອະນຸຍາດໃຫ້ ວໍຊິງຕັນ ມີສິດ "ຄວບຄຸມຕະຫຼອດໄປ" ສຳລັບຄວາມໝັ້ນຄົງຂອງ Greenland, ແດນມາກ ອອກສຽງຊົມເຊີຍຂໍ້ຕົກລົງດັ່ງກ່າວ.
ຄາດວ່າ, ແດນມາກ, Greenland ແລະ ອາເມລິກາ ຈະລົງນາມໃນເອກະສານມອບສິດຄວບຄຸມຄວາມໝັ້ນຄົງຖາວອນ Greenland ໃຫ້ ວໍຊິງຕັນ ຢູ່ນອກກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດທີ່ ນິວຢອກ ໃນອາທິດໜ້າ.




