ເນື່ອງໃນໂອກາດວັນ​ບຸນ​ໄຫວ້​ພະ​ຈັນ ປີ 2026, ວັນທີ 19 ກັນຍາ, ທ່ານ ໂຕ​ເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະທານປະເທດ ​ຫວຽດ​ນາມ ໄດ້ສົ່ງຈົດໝາຍເຖິງເດັກນ້ອຍ ແລະ ​ເຍົາ​ວະ​ຊົນ, ອະ​ນຸ​ຊົນທັງ​ຢູ່​ພາຍໃນ​ປະ​ເທດ ແລະ ຕ່າງປະເທດ, ບັນ​ດາເດັກນ້ອຍ​ຕ່າງປະເທດຢູ່ ຫວຽດນາມ.

ໃນຈົດໝາຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢືນຢັນວ່າ ປະຈຸບັນ, ເດັກນ້ອຍໃນທຸກແຖບ​ຖິ່ນຂອງປະເທດຊາດ ​ໄດ້​ດຳ​ລົງຊີວິດ​ໃນ​ເງື່ອນ​ໄຂ​ທີ່​ດີກວ່າ; ​ຍາມ​ໃດ​ກໍ່​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງເດັກນ້ອຍຢູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ໝູ່ເກາະ, ເຂດຊົນເຜົ່າສ່ວນໜ້ອຍ ແລະ ​ບັນ​ດາ​ເຂດ​ທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ທ່ານເລຂາທິການໃຫຍ່, ປະທານປະເທດ ເຊື່ອວ່າ ດ້ວຍຄວາມຮັກແພງ, ຄວາມຮັບຜິດຊອບຂອງຄອບຄົວ, ຄູອາຈານ ແລະ ທົ່ວສັງຄົມ, ບັນ​ດາເດັກນ້ອຍຈະເຕີບໃຫຍ່, ​ສືບ​ທອດ​ລຸ້ນ​ພໍ່​ລຸ້ນ​ອ້າຍ, ປະກອບສ່ວນເຂົ້າໃນການສ້າງສາບ້ານເກີດເມືອງນອນ, ປະເທດ ຫວຽດນາມ.