ໂດຍສືບຕໍ່ລາຍການກອງປະຊຸມວິສາມັນຄັ້ງທຳອິດ, ສະພາແຫ່ງຊາດຊຸດທີ 16, ຕອນເຊົ້າວັນທີ 07 ສິງຫາ, ຢູ່ ຮ່າໂນ້ຍ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍຈຳນວນໜຶ່ງ, ໃນນັ້ນມີຫຼາຍຄຳເຫັນໄດ້ສຸມໃສ່ຮ່າງກົດໝາຍວ່າດ້ວຍການພັດທະນາຕົວເມືອງ.
ຮ່າງກົດໝາຍວ່າດ້ວຍການພັດທະນາຕົວເມືອງ ລວມມີ 2 ນະໂຍບາຍໃຫຍ່, ໃນນັ້ນມີການຍູ້ແຮງການແບ່ງສິດໃຫ້ແກ່ນະຄອນເຊິ່ງແມ່ນເຂດຕົວເມືອງພິເສດ ແລະ ນະໂຍບາຍຈຳເພາະຊຸກຍູ້ນະຄອນແມ່ນຕົວເມືອງພິເສດ. ກົດໝາຍວ່າດ້ວຍການພັດທະນາຕົວເມືອງ ໄດ້ສ້າງຂຶ້ນເພື່ອແນໃສ່ສ້າງພື້ນຖານນິຕິກຳທີ່ດີກວ່າ, ຄົບຊຸດ ແລະ ມີສະຖຽນລະພາບເພື່ອເສີມຂະຫຍາຍບົດບາດນຳໜ້າດ້ານເສດຖະກິດ, ຂົ້ວເຕີບໂຕຫຼັກແຫ່ງຊາດຂອງນະຄອນ ໂຮ່ຈີມິນ. ທ່ານ ຫງວຽນວູຈູງ, ສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈີມິນ, ປະກອບຄຳເຫັນວ່າ:
“ຈຸດໃຫຍ່ສຸດຂອງກົດໝາຍນີ້ ບໍ່ແມ່ນນະຄອນ ໂຮ່ຈີມິນ ຈະໄດ້ຮັບບຸລິມະສິດຕື່ມອີກ. ຄຸນຄ່າໃຫຍ່ສຸດແມ່ນຫັນນະຄອນ ໂຮ່ຈິມິນ ຈາກທ້ອງຖິ່ນ “ຂໍ້ກົນໄກ” ກາຍເປັນເຂດຕົວເມືອງ “ມີສິດສ້າງສັນກົນໄກ ແລະ ຮັບຜິດຊອບກ່ຽວກັບໝາກຜົນ”. ຖ້າກົດໝາຍເຮັດໄດ້ສິ່ງດັ່ງກ່າວ ນີ້ຈຶ່ງແມ່ນກົດໝາຍພັດທະນາເຂດຕົວເມືອງຢ່າງແທ້ຈິງ, ຫາກບໍ່ພຽງແຕ່ແມ່ນເຕົ້າໂຮມບັນດາຂໍ້ຍົກເວັ້ນນອກກົດໝາຍຕື່ມອີກ”.
ນະຄອນ ໂຮ່ຈີມິນ ໄດ້ກຳນົດວ່າແມ່ນຫົວໜ່ວຍບໍລິຫານຂັ້ນແຂວງພິເສດ, ແມ່ນສູນເສດຖະກິດ, ນຳໜ້າເຕີບໂຕຂອງທົ່ວປະເທດ, ປະກອບ GDP ກວ່າ 23% ແລະ ປະກອບເຂົ້າງົບປະມານແຫ່ງຊາດປະມານ 31%.





