ທີ່​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເລ​ຮ່​ວາຍ​ຈຸງ ໄດ້​ຢັ້ງ​ຢືນ​ຄືນວ່າ ຫວຽດ​ນາມ ຕີ​ລາ​ຄາ​ສູງ​ບົດ​ບາດ ແລະ ສຽງ​ເວົ້າ​ສຳ​ຄັນ​ຂອງ​ກາ​ນາ​ດາ​ໃນ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ, ທ່ານ​ເນັ້ນ​ໜັກ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ການ​ພົວ​ພັນ​ກັບ​ກາ​ນາ​ດາ ແລະ ກຽມ​ພ້ອມ​ກັບ​ກາ​ນາ​ດາ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແທ້​ຈິງ, ມຸ່ງ​ໄປ​ເຖິງ​ການ​ຍົກ​ສູງ​ຂອບ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ກາ​ນາດາ.

ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຫັນ​ການ​ຍົກ​ລະ​ດັບ​ການ​ພົວ​ພັນ​ເປັນ​ລະ​ອຽດ​ຄື​ຄວາມ​ປາດ​ຖະ​ໜາ​ຂອງ​ການ​ນຳ​ສອງ​ປະ​ເທດ, ເຮັດ​ໃຫ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ເລິກ​ເຊິ່ງກວ່າ​ອີກ ຜ່ານ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ບັນ​ດາ​ຊ່ອງ​ທາງ, ໃຫ້​ບຸ​ລິ​ມະ​ສິດ​ຊຸກ​ຍູ້​ການ​ຢ້ຽມ​ຢາມ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ, ເພີ່ມ​ທະ​ວີ​ຄວາມ​ສະ​ໜິດ​ຕິດ​ພັນລະ​ຫວ່າງ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ການ​ເຊື່ອມ​ຕໍ່​ລະ​ບົບ​ສະ​ໜອງ ຫວຽດ​ນາມ ອາ​ຊຽນ ກາ​ນາ​ດາ ອາ​ເມ​ລິ​ກາ​ລາ​ຕິນ​ເໜືອ.