ໂດຍໄດ້ຮັບຄຳເຊື້ອເຊີນຂອງຄະນະບໍລິຫານງານສູນກາງພັກກະທຳປະຊາຊົນ (PAP) ສິງກະໂປ, ທ່ານເຈິ່ນເກິມຕູ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຈະນຳໜ້າຄະນະຜູ້ແທນຂັ້ນສູງພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມສິງກະໂປຢ່າງເປັນທາງການ ແລະ ເປັນປະທານຮ່ວມການໂອ້ລົມສົນທະນາຍຸດທະສາດ ຫວຽດນາມ - ສິງກະໂປ ຄັ້ງທີ 1 ແຕ່ວັນທີ 24 – 25 ສິງຫາ 2026.
ນີ້ເປັນຄັ້ງທຳອິດ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມສິງກະໂປຢ່າງເປັນທາງການ. ການໂອ້ລົມສົນທະນາຍຸດທະສາດ ຫວຽດນາມ ສິງກະໂປ ຄັ້ງທີ 1ແມ່ນກອງປະຊຸມຄັ້ງທຳອິດຂອງກົນໄກໂອ້ລົມສົນທະນາຍຸດທະສາດ ຫວຽດນາມ ສິງກະໂປ, ໂດຍການນຳສອງປະເທດຫາກໍ່ເຫັນດີເປັນເອກະພາບສ້າງຂຶ້ນໃນການຢ້ຽມຢາມທາງລັດຖະກິດສິງກະໂປຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເມື່ອເດືອນພຶດສະພາ 2026 ຜ່ານມາ.
ຕີລາຄາກ່ຽວກັບຄວາມໝາຍສັນຍາລັກກໍ່ຄືພຶດຕິກຳຕົວຈິງຂອງເຫດການນີ້. ທ່ານ ຫງວຽນແມັ້ງເກືອງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ ບັນດາຂີດໝາຍນັ້ນສ່ອງແສງບາດກ້າວພັດທະນາໃໝ່ກ່ຽວກັບຄຸນນະພາບໃນການພົວພັນສອງພັກ, ພ້ອມທັງສ້າງພື້ນຖານການເມືອງ ແລະ ກຳລັງໜູນເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານເຂົ້າສູ່ລວງເລິກ. ການຢ້ຽມຢາມກໍ່ສະແດງຄວາມຕັດສິນໃຈຂອງທັງສອງຝ່າຍໃນການນຳບັນດາຄວາມຮັບຮູ້ລວມ ແລະ ຂໍ້ຕົກລົງຂັ້ນສູງເຂົ້າການປະຕິບັດຕົວຈິງ.




