"ໃນຕອນເຊົ້າວັນທີ 23 ສິງຫາ 2026, ທີ່ກອງປະຊຸມວິສາມັນ ຄັ້ງ ປະຖົມມະເລິກ ຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI ທີ່ຈັດຂຶ້ນຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ໄດ້ລົງຄະແນນສຽງຮັບຮອງເອົາ ກົດໝາຍວ່າດ້ວຍພາສີ (ສະບັບປັບປຸງ ແລະ ເພີ່ມເຕີມ), ກົດໝາຍວ່າດ້ວຍນ້ຳມັນເຊື້ອໄຟ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍການເຜີຍແຜ່ ແລະ ສຶກສາອົບຮົມກົດໝາຍ (ສະບັບປັບປຸງ). ກົດໝາຍເຫຼົ່ານີ້ ຈະມີຜົນສັກສິດ ນັບຕັ້ງແຕ່ວັນທີ 1 ມີນາ 2027 ເປັນຕົ້ນໄປ."
"ກົດໝາຍວ່າດ້ວຍພາສີ ສະບັບປັບປຸງ ແມ່ນໄດ້ເພີ່ມເຕີມກົນໄກການຄຸ້ມຄອງ ສິນຄ້າສົ່ງອອກ ແລະ ນຳເຂົ້າ ຜ່ານທາງທຸລະກຳເອເລັກໂຕຣນິກ; ເພີ່ມເຕີມກ່ຽວກັບການກວດກາ ແລະ ຕິດຕາມກວດກາ ສິນຄ້າສົ່ງອອກ ແລະ ນຳເຂົ້າ ຜ່ານແພຼດຟອມການຄ້າເອເລັກໂຕນິກ. ຕາມນັ້ນແລ້ວ, ສິນຄ້າຕ່າງໆ ຕ້ອງປະຕິບັດລະບຽບການດ້ານພາສີ ແລະ ຕ້ອງກວດກາ, ຕິດຕາມກວດກາ. ບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນ ຢູ່ຫວຽດນາມ ທີ່ຊື້-ຂາຍ ສິນຄ້າ ກັບຕ່າງປະເທດ ຜ່ານແພຼດຟອມການຄ້າເອເລັກໂຕນິກ ຕ້ອງໄດ້ຮັບການ ຢັ້ງຢືນທາງເອເລັກໂຕຣນິກ."
"ໃນຕອນເຊົ້າວັນດຽວກັນນີ້, ສະພາແຫ່ງຊາດ ຍັງໄດ້ປຶກສາຫາລື ຢູ່ຫໍປະຊຸມ ກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດ ວ່າດ້ວຍກົນໄກ ແລະ ນະໂຍບາຍ ທີ່ນຳໃຊ້ເຂົ້າໃນການຍົກຍ້າຍຮ່ອງຮອຍສະຖານ ພາຍໃນຂອບເຂດການຈັດຕັ້ງປະຕິບັດ ໂຄງການລົງທຶນກໍ່ສ້າງ ເສັ້ນທາງເຊື່ອມຕໍ່ ສະໜາມບິນສາກົນ ຢາບິ່ງ ກັບ ນະຄອນຫຼວງຮາໂນ້ຍ, ຕອນແລ່ນຜ່ານບໍລິເວນແຂວງ ບັກນິງ ແລະ ໂຄງການກໍ່ສ້າງຄ້າຍທະຫານ ຂອງກອງພັນໃຫຍ່ກຳລັງອາກາດ ຕຳຫຼວດປະຊາຊົນ."




