ຢູ່ວັດຜາໂອ, ນະຄອນຫຼວງພະບາງ, ລາວ ວັນທີ 22 ສິງຫາ, ສູນກກາງສະຫະພັນຊາວໜຸ່ມຫວຽດນາມ ປະສານສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດລາຍການກວດປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ ແລະ ມອບຂອງຂວັນໃຫ້ແກ່ບັນດາຄູບາ, ພະສົງ, ພ້ອມກັບເດັກນ້ອຍປະສົບກັບຄວາມຫຍຸ້ງຍາກໃນບໍລິເວນນະຄອນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຈຸດສຸມຂຶ້ນກັບການເດີນທາງ “ຂ້າພະເຈົ້າຮັກປະເທດຕົນ” ປີ 2026 ໂດຍສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ລິເລີ່ມ, ເພື່ອແນໃສ່ໜູນຊ່ວຍວັດຖຸອຸປະກອນການແພດ, ແບ່ງປັນຄວາມຫຍຸ້ງຍາກ ກັບຊຸມຊົນທ້ອງຖິ່ນ, ຜ່ານນັ້ນສະແດງຈິດໃຈຕະລຸນບອນ, ຮັກແພງເຊິ່ງກັນແລະກັນຂອງຊາວໜຸ່ມ ຫວຽດນາມ ຕໍ່ປະເທດລາວ.




