ວັນທີ 22 ສິງຫາ, ຢູ່ Brussels, ແບນຊິກ, ໄດ້ດຳເນີນວັນຄອບຄົວອາຊຽນ 2026. ເຫດການຈັດຂຶ້ນປະຈຳປີໂດຍຄະນະກຳມະການອາຊຽນ ປະຈຳ Brussels ຈັດຂຶ້ນ ດ້ວຍຫົວຂໍ້ “ຄອບຄົວ - ການລະຫຼິ້ນ - ອາຫານການກິນ”. ທ່ານນາງ ຫງວຽນເຮືອງຈ່າ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແບນຊິກ ແລະ ສະມາຊິກປະຊາຄົມຊາວຫວຽດນາມ ເຂົ້າຮ່ວມ. ກ່າວຄຳເຫັນໄຂ, ທ່ານນາງ Maria Bessa ເອກອັກຄະລັດຖະທູດ ຕີມໍແລັດສະເຕີ ປະຈຳ Brussels ເນັ້ນໜັກວ່າຄວາມໝາຍຂອງການເພີ່ມພູນຄູສ້າງຈິດໃຈປະຊາຄົມ ແລະ ນ້ຳໃຈສາມັກຄີ ອາຊຽນ. ພາຍຫຼັງບົດກ່າວປາໄສ, ເອກອັກຄະລັດຖະທູດຂອງທັງ 11 ປະເທດສະມາຊິກ ພ້ອມກັນເຂົ້າຮ່ວມການລະຫຼິ້ມລວມໝູ່ທີ່ມ່ວນຊືນ ແລ້ວຖ່າຍຮູບເປັນທີ່ລະນຶກດ້ວຍການກະທຳສາມັກຄີທີ່ເປັນເອກະລັກສະເພາະຂອງ ອາຊຽນ, ຈົດຈຳຈິດໃຈຄອບຄົວອາຊຽນ ທີ່ມີຊີວິດຊີວາ ແລະ ໃກ້ຊິດ.




