ນັບແຕ່ເວລາໄດ້ຮັບການສ້າງຕັ້ງເມື່ອປີ 1967 (8/8/1967 - 8/8/2026, ອາຊຽນ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ກ່ຽວກັບຈຳນວນສະມາຊິກ ກໍ່ຄືເຄືອຂ່າຍການພົວພັນຄູ່ຮ່ວມມື. ໃນສະພາບການໂລກມີການຜັນແປຫຼາຍຢ່າງຄືໃນປັດຈຸບັນ, ອາຊຽນພວມມີການຫັນປ່ຽນ ແລະ ປ່ຽນແປງທີ່ຈຳເປັນເພື່ອຢັ້ງຢືນຄຸນນະທາດ ແລະ ຄຸນຄ່າດຶງດູດ, ດ້ວຍການປະກອບສ່ວນ ແລະ ບົບດາດທີ່ຂາດບໍ່ໄດ້ຂອງ ຫວຽດນາມ, ເຊິ່ງແມ່ນສະມາຊິກທີ່ສຳຄັນໃນອາຊຽນ. 59 ປີແຫ່ງການສ້າງຕັ້ງ, ອາຊຽນ ໄດ້ພັດທະນາກາຍເປັນປະຊາຄົມລວມມີ 11 ປະເທດສະມາຊິກ, ແມ່ນໜຶ່ງໃນບັນດາພາກພື້ນທີ່ຂະຫຍັນຂັນເຄື່ອນ, ຮັກສາບົດບາດນັບມື້ນັບສຳຄັນຂອງໂຄງປະກອບໃນພາກພື້ນ ແລະ ໂລກ. ການຮັກສາຄວາມສາມັກຄີ ແລະ ຄວາມເຫັນດີເຫັນພ້ອມ, ກົມກຽມລະຫວ່າງບັນດາຜົນປະໂຫຍດທີ່ຫຼາກຫຼາຍແມ່ນ ສິ່ງທີ່ບັນດາປະເທດອາຊຽນ ພວມມຸ່ງໄປເຖິງເພື່ອດັດປັບທິດທາງຕໍ່ໜ້າການຜັນແປໃນປັດຈຸບັນ.





