ການຊ້ອມຮົບໂດຍ ຟິລິບປິນ ແລະ ອິນເດຍ ເປັນປະທານຮ່ວມ, ດ້ວຍຫົວຂໍ້ວ່າ “ຄວາມໄວ້ເນື້ອເຊື່ອໃຈຢ່າງໝັ້ນຄົງ, ຄວາມສາມັກຄີບົນທະເລ”. ການຊ້ອມຮົບຄັ້ງນີ້ແມ່ນເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານຄວາມ ໝັ້ນຄົງທາງທະເລ, ຄວາມສາມາດສົມທົບກັນ ແລະ ລັກສະນະສົມທົບກັນລະຫວ່າງບັນດາຝ່າຍເຂົ້າຮ່ວມ ໃນຂະນະທີ່ສະພາບດ້ານຄວາມໝັ້ນຄົງບົນທະເລຢູ່ເຂດນີ້ ນັບມື້ນັບສັບສົນ.

AIME 2026 ຈັດຂຶ້ນໃນປີການຮ່ວມມືທາງທະເລ ອາຊຽນ - ອິນເດຍ 2026, ເຊິ່ງການນຳສອງຝ່າຍເປັນເອກະພາບ ເລືອກເຟັ້ນ ເພື່ອແນໃສ່ເປິດກ້ວາງການຮ່ວມມືທາງທະເລ. ການຊ້ອມຮົບນີ້ກໍ່ແມ່ນການສືບຕໍ່ຈາກ AIME ຄັ້ງທີ 1 ເຊິ່ງຈັດຂຶ້ນໃນປີ 2023 ຢູ່ທະເລຕາເວັນອອກ ດ້ວຍນາຍທະຫານປະມານ 1.400 ຄົນໃນກຳ່ປັ່ນ 9 ລຳເຂົ້າຮ່ວມບັນດາການເຄື່ອນໄຫວຝຶກຊ້ອມຍຸດທະວິທີ, ທັກສະໃນການເດີນເຮືອ ແລະ ການສົມທົບກັນລະຫວ່າງບັນດາກຳລັງ.

ຕາມທະຫານເຮືອ ຟິລິບປິນ ແລ້ວ, ການເຂົ້າຮ່ວມ AIME 2026 ນອນໃນຄວາມມານະພະຍາຍາມຂອງ ມານີລາ ເພື່ອແນໃສ່ເພີ່ມທະວີການທູດດ້ານການປ້ອງກັນຊາດ ແລະ ການ ຮ່ວມມືທາງທະເລກັບບັນດາປະເທດໃນພາກພື້ນກໍ່ຄືກັບ ອິນເດຍ.