ອາຊຽນ ຊົມເຊີຍ EU ຍົກເລິກຄຳສັ່ງລົງໂທດ ມ້ຽນມາ
26/04/2012 09:15
ວັນທີ 25/4, ທ່ານເລຂາທິການໃຫຍ່ ອາຊຽນ ສຸຣິນ ພິດສຸວັນ ໄດ້ຊົມເຊີຍຂໍ້ຕົກລົງຂອງສະຫະພາບເອີລົບ (ຫລື ອີຢູ) ຍົກເລິກບັນດາມາດຕະການລົງໂທດທີ່ມີຕໍ່ ມ້ຽນມາ

ສະຫະພາບເອີລົບຈະຍົກເລິກບັນດາມາດຕະການລົງໂທດທີ່ມີຕໍ່ ມ້ຽນມາ ພາບປະກອບ:internet (vovworld) - ວັນທີ 25/4, ທ່ານເລຂາທິການໃຫຍ່ ອາຊຽນ ສຸຣິນ ພິດສຸວັນ ໄດ້ຊົມເຊີຍຂໍ້ຕົກລົງຂອງສະຫະພາບເອີລົບ (ຫລື ອີຢູ) ຍົກເລິກບັນດາມາດຕະການລົງໂທດທີ່ມີຕໍ່ ມ້ຽນມາ. ໃນແຈ້ງການຫນັງສືພິມຂອງຄະນະເລຂາອາຊຽນ, ທ່ານເລຂາທິການໃຫຍ່ ອາຊຽນ ສຸຣິນ ພິດສຸວັນ ຊີ້ແຈງວ່າ ປະເທດສະມາຊິກອາຊຽນທັງໝົດ ລ້ວນແຕ່ຊົມເຊີຍຂໍ້ຕົກລົງນີ້ ແລະ ຖືວ່າ ນີ້ແມ່ນວຽກງານທີ່ຖືກຕ້ອງໃນຈຸດເວລາເໝາະສົມ. ກ່ອນຫນ້ານັ້ນ ອົດສະຕາລີ, ນອກແວ ແລະ ອາເມລິກາ ກໍຖະແຫລງວ່າ ຈະໂຍະຍານບາງຄຳສັ່ງລົງໂທດສຳຄັນທີ່ມີຕໍ່ ມ້ຽນມາ.
TAG
ມ້ຽນມາ
Related
More





