ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ໄທ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ U Min Aung Hlaing ​ປະ​ທາ​ນາ​ທິ​ບໍ​ດີ ມຽນ​ມາໃນ​ວັນ​ທີ 6 – 7 ສິງ​ຫາ, ການ​ນຳ​ສອງ​ປະ​ເທດ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຍົກ​ລະ​ດັບ​ການ​ຮ່ວມ​ມື​ຮອບ​ດ້ານ, ຈຸດ​ສຸມ​ແມ່ນ​ຮັບປະ​ກັນ​ຄວາມ​ໝັ້ນ​ຄົງຢູ່​ເຂດ​ຊາຍ​ແດນ​ຍາວ 2.400 ກີ​ໂລ​ແມັດ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ. ຕາມ​ຖະ​ແຫຼງ​ການ​ຮ່ວ​ມ​ແລ້ວ, ສອງ​ຝ່າຍ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ 12 ຕື້ USD, ສະ​ແດງ​ຄວາມຊົມ​ເຊີຍ​ຕໍ່​ການ​ເປີດ​ດ່ານ​ຊາຍ​ແດນ​ຂົ້ວ​ມິດ​ຕະ​ພາບ​ເລກ 2 Mae Sot - Myawaddy ຄືນ, ພ້ອມ​ທັງ​ສ້າງ​ກຸ່ມ​ປະ​ຕິ​ບັດ​ງານ​ລວມ​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ຄົມ​ມະ​ນາ​ຄົມ ແລະ ພະ​ລັງ​ງານ. ສອງ​ຝ່າຍ​ກໍ່ໄດ້​ຮັບ​ຮອງ​ເອົາໂຄງ​ການ​ຮ່ວມ​ມື​ພັດ​ທ​ະ​ນາ 3 ປີ​ໄລ​ຍະ 2026 – 2028ໃນ​ບັນ​ດາ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ ແລະ ກະ​ສິ​ກຳ. ຈຸດ​ສຸມ​ພິ​ເສດ​ຂອງ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ແມ່ນ​ສອງ​ປະ​ເທດ​ຕັດ​ສິນ​ໃຈ​ປະ​ສານ​ສົມ​ທົບ​ກັນ​ມ້າງ​ທຳ​ລາຍ​ບັນ​ດາ​ເຄືອ​ຂ່າຍ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ.