ອົງ​ການ​ສາ​ທາ​ລະ​ນະ​ສຸກ​ຂອງ ອາ​ຟະ​ລິ​ກາ​ໃຕ້, ເອີ​ຣົບ, ອັງ​ກິດ​ ພວມ​ດຳ​ເນີນ​ການກວ​ດ​ກາ​ຄືນ​ປະ​ຫວັດ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ຜູ້​ໂດຍ​ສານ​ດັ່ງ​ກ່າວ​ໃນ​ຂອບ​ຂະ​ໜາດ​ໃຫຍ່. ​ຢູ່ ອາ​ເມ​ລິ​ກາ, ສູນ​ຄວບ​ຄຸມ​ ແລະ ປ້ອງ​ກັນ​ພະ​ຍາດ (CDC) ​ພວມ​ຕິດ​ຕາມອາ​ການ​ຂອ​ງ​ບັນ​ດາ​ຜູ້​​ຖື​ສັນ​ຊາດ ອາ​ເມ​ລິ​ກາ ທີ່​ໄດ້​ຂີ່​ກ່ຳ​ປັ່ນ​ທ່ອງ​ທ່ຽວ MV Hondius ຢ່າງ​ເຂັ້ມ​ງວດ. ວົງ​ການ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ​ໄດ້ເນັ້ນ​ໜັກ​ເຖິງ ຄວາມ​ສ່ຽງ​ສຳ​ລັບ​ມະ​ຫາ​ຊົນ ອາ​ເມ​ລິ​ກາ​ ໃນ​ປັດ​ຈຸ​ບັນ ແມ່ນຢູ່ໃນ​ລະ​ດັບ “ຕ່ຳ​ທີ່​ສຸດ”.

ການ​ຕິດ​ເຊື້ອໄວ​ຣັດ Hanta ​ແມ່ນ​ຜ່ານ​ໂຕ​ໜູ ແລະ ສັດ​ພວກ​ແຫ້ນກິນ ຍ້ອນ​ສຳ​ຜັດ​ກັບ​ຂີ້​ເຫຍື້ອ ຫຼື ທາດ​ເມືອກຂອງ​ຈຳ​ພວກ​ດັ່ງ​ກ່າວ. ນັບ​ແຕ່​ເມື່ອ​ຕິດ​ເຊື້ອ ຈົນ​ເຖິງ​ເວ​ລາ​ປະ​ກົດ​ມີ​ອາ​ການ ແມ່ນ​ດົນ​ເຖິງ 8 ອາ​ທິດ, ​ມີ​ອາ​ການ​ຄື: ​ເປັນ​ໄຂ້, ເຈັບ​ຫົວ, ເລືອດ​ອອກ​​ພາຍໃນ, ລະ​ບົບ​ຫາຍ​ໃຈ​ ແລະ ໝາກ​ໄຂຫຼັງ​ຖືກ​ຊຸດ​ໂຊມ.