ເມື່ອກ່າວຄຳເຫັນທີ່ເຫດການ, ທ່ານ ເລກວາງຕື້ຢໍ, ຫົວໜ້າກົມວິທະຍຸ, ໂທລະພາບ ແລະ ສື່ເອເລັກໂຕນິກ, ຫົວໜ້າຄະນະຈັດຕັ້ງວັນບຸນເກມ ຫວຽດນາມ ປີ 2026, ເນັ້ນໜັກວ່າ:
“ນີ້ເປັນຄັ້ງທຳອິດທີ່ບັນດາພາກສ່ວນຂອງລະບົບນິເວດຂະແໜງເກມ ຫວຽດນາມ ໄດ້ເຊື່ອມຕໍ່ຢ່າງສົມບູນ ລວມມີ 5 ສ່ວນປະກອບ: ລັດ, ບໍລິສັດຜະລິດເກມ, ບໍລິສັດຈຳໜ່າຍເກມ, ໂຮງຮຽນ ແລະ ນັກກິລາ Esports. ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ຂະແໜງເກມ ຫວຽດນາມ ພວມມີບັນດາສິ່ງສະດວກ, ກາລະໂອກາດທີ່ຍິ່ງໃຫຍ່ທີ່ສຸດເພື່ອບຸກທະລຸບືນຕົວຂຶ້ນ. ໃນວັນບຸນເກມ ຫວຽດນາມ 2026, ຂ້າພະເຈົ້າປາດຖະໜາວ່າ ບັນດາຄູ່ຮ່ວມມື, ເພື່ອນມິດສາກົນ ຈົ່ງມາ ຫວຽດນາມ, ມາຫາຂະແໜງເກມ ຫວຽດນາມ ບໍ່ພຽງແຕ່ເພື່ອຊອກຮູ້ເຂົ້າໃຈ, ຄົ້ນຄວ້າ, ສຳຫຼວດເທົ່ານັ້ນ ຫາກຍັງເພື່ອຮ່ວມມື, ລົງທຶນ, ພັດທະນາພ້ອມກັບພວກຂ້າພະເຈົ້າ. ສຳລັບບັນດາບໍລິສັດເກມ ຫວຽດນາມ, ຈົ່ງຖືນີ້ແມ່ນໂອກາດທີ່ຍິ່ງໃຫຍ່ ແລະ ຍາດແຍ່ງເອົາໂອກາດນີ້.”








