ວັນ​ທີ 07 ພຶດ​ສະ​ພາ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບັນ​ດາ​ປະ​ເທດ ອາ​ຊຽນ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຈັດ​ກອງ​ປະ​ຊຸມ​ທາງ​ໄກ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ມຽນ​ມາ ເຊິ່ງ​ກ່ຽວ​ຂ້ອງ​ເຖິງ​ການ​ພົວ​ພັນ​ລະ​ຫວ່າງ ອາ​ຊຽນ ແລະ ມຽນ​ມາ. ເມື່ອ​ຕອບ​ສຳ​ພາດ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່ນອກກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 48 ທີ່​ພວມ​ດຳ​ເນີນ​ຢູ່ Cebu, ຟີ​ລິບ​ປິນ, ທ່ານ​ເລ​ຂາ​​ທິ​ການ​ໃຫຍ່ ອາ​ຊຽນ Kao Kim Hourn ໃຫ້​ຮ​ູ້​ວ່າ ມຽນ​ມາ ໄດ້​ສະ​ແດງ​ຄວາມ​ປາດ​ຖະ​ໜາ​​ຢາກຊຸກ​ຍູ້​ສາຍ​ພົວ​ພັນ​ກັບ ອາຊຽນ ໃຫ້​ເປັນ​ປົກ​ກະ​ຕິ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນ​ດາ​ປະ​ເທດສະ​ມາ​ຊິກ ອາ​ຊຽນ ຖື​ວ່າ ກ່ອນ​ອື່ນ​ໝົດ ມຽນ​ມາ ຕ້ອງ​ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຢ່າງ​ຈະ​ແຈ້ງ​ໃນ​ການຫຼຸດ​ຜ່ອນ​ການ​ປະ​ທະ​ກັນ, ຊຸກ​ຍູ້​ການ​ສົນ​ທ​ະ​ນາ​ກັບ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ.

ກໍ​ໃນ​ວັນ​ທີ 07 ພຶດ​ສະ​ພາ, ທ່ານ​ Datuk Seri Mohamad Hasan ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ມາ​ເລ​ເຊຍ ໃຫ້​ຮູ້​ວ່າ ປັດ​ຈຸ​ບັນ ອາ​ຊຽນ ຍັງ​ບໍ່​ທັນ​ຍອມ​ຮັບ​ໃຫ້​ການ​ນຳ ມຽນ​ມາ​ ເຂົ້າ​ຮ່ວມ​ບັນ​ດາ​ໂຄງ​ການ​ດຳ​ເນີນ​ງານ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ສຸດຍອດ ອ​າ​ຊຽນ ຍ້ອນ​ບັນ​ດາ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາ​ວະ​ຂາດ​ສະ​ຖຽນ​ລະ​ພາບ​ທີ່​ແກ່​ຍາວ​ຢູ່ ມຽນ​ມາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ອາ​ຊຽນ ກໍ​ຮັກ​ສາ​ບັນ​ດາ​ຊ່ອງ​ທາງ​ຕິດ​ຕໍ່​ເປີດ, ຮັກ​ສາ​ການ​ພົບ​ປະ ແລະ ຕິດ​ຕາມ​ສະ​ພາບ​ການ​ຜັນ​ແປ​ຢູ່ ມຽນ​ມາ ຢ່າງ​ໃກ້​ຊິດ.