ເຫດການໄດ້ສ້າງຂີດໝາຍການສ້າງຕັ້ງອົງການຈັດຕັ້ງສັງຄົມ - ອາຊີບຄັ້ງທຳອິດໃນຂົງເຂດ logistics, ການຂົນສົ່ງ ແລະ ການບໍລິການທ່າກ່ຳປັ່ນທະເລຂອງທ້ອງຖິ່ນພາຍຫຼັງໂຮມອົງການບໍລິຫານລະຫວ່າງ ຝູອຽນ ແລະ ດັກລັກ ເຂົ້າກັນ; ພ້ອມທັງເປີດໄລຍະພັດທະນາໃໝ່ໃຫ້ແກ່ຂະແໜງ logistics ດັກລັກ ໃນວິວັດທະນາການເຊື່ອມໂຍງ ແລະ ຮ່ວມສຳພັນເຂດ.
ທ່ານ ເຈິ່ນຕຽນເລີ້ຍ, ຮອງປະທານຜູ້ປະຈຳການສະຫະສະມາຄົມ Logistics ແລະ ທ່າກ່ຳປັ່ນທະເລແຂວງດັກລັກ, ໃຫ້ຮູ້ວ່າ:
“ສະຫະສະມາຄົມໄດ້ຮັບການສ້າງຕັ້ງຂຶ້ນໃນຈຸດເວລາທີ່ ດັກລັກ ພວມຢູ່ໃນໄລຍະສົ່ງເສີມການລົງທຶນຢ່າງແຮງ, ດຶງດູດການລົງທຶນເຂົ້າຂົງເຂດ logistics, ເປີດອອກຂົງເຂດໃໝ່, ເມື່ອພູຜາປ່າໄມ້ໄດ້ເຊື່ອມຕໍ່ກັບທະເລສີຂຽວ. ດັກລັກ ມີທັງທ່າກ່ຳປັ່ນທະເລ, ມີທັງບັນດາວັດຖຸດິບທີ່ດີທີ່ສຸດ. ສະຫະສະມາຄົມ logistics ຈະສ້າງບັນດາໂຄງການດຳເນີນງານລະອຽດ ເພື່ອນຳລະບົບມູນຄ່າ logistics ໝູນໃຊ້ເຂົ້າໃນບັນດາຜະລິດຕະພັນຂອງພໍ່ແມ່ປະຊາຊົນກໍຄືບັນດາຜະລິດຕະພັນສົ້ນອອກຮັບໃຊ້ການສົ່ງອອກ.”





